• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາ “ແບ່ງປັນບົດຮຽນປະສົບການປະຕິບັດວຽກງານສື່ມວນຊົນທີ່ປອດໄພ ໃນໄລຍະເກີດໂລກລະບາດໂຄວິດ - 19”

      ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງຜູ້ອຳນວຍການ ສະຖານີ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫ໋ຽນ ເນັ້ນໜັກວ່າ: ຫວຽດນາມ ແລະ ອິນໂດເນເຊຍ ກໍ່ຄືທົ່ວໂລກ ໄດ້ຜ່ານຜ່າການຕໍ່ສູ້ກັບໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີແລ້ວ ແລະ ແມ່ນກຳລັງແນວໜ້າໃນການສື່ຂ່າວກ່ຽວກັບໂລກລະບາດໂຄວິດ - 19 ໄປເຖິງມະຫາຊົນ.
ທ່ານຮອງຜູ້ອຳນວຍການ ສະຖານີ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫ໋ຽນ
      “ນັກຂ່າວເມື່ອປະຕິບັດວຽກງານສື່ມວນຊົນໃນໄລຍະເກີດໂລກລະບາດໂຄວິດ - 19 ຍາມໃດກໍ່ຕ້ອງຮັບປະກັນມີຊຸດປ້ອງກັນຕົນເອງ ແລະ ເຄື່ອງຈັກ, ວັດຖຸອຸປະກອນຢ່າງຄົບຖ້ວນ”. ນີ້ແມ່ນການແບ່ງປັນຂອງບັນດານັກຂ່າວ ທີ່ການໂອ້ລົມສົນທະນາທາງໄກ “ແບ່ງປັນບົດຮຽນປະສົບການປະຕິບັດວຽກງານສື່ມວນຊົນ ໃນໄລຍະເກີດໂລກລະບາດໂຄວິດ - 19” ໂດຍ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ສົມທົບ ກັບ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ອິນໂດເນເຊຍ ທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 29 ກັນຍາ.
      ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງຜູ້ອຳນວຍການ ສະຖານີ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫ໋ຽນ ເນັ້ນໜັກວ່າ: ຫວຽດນາມ ແລະ ອິນໂດເນເຊຍ ກໍ່ຄືທົ່ວໂລກ ໄດ້ຜ່ານຜ່າການຕໍ່ສູ້ກັບໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີແລ້ວ ແລະ ແມ່ນກຳລັງແນວໜ້າໃນການສື່ຂ່າວກ່ຽວກັບໂລກລະບາດໂຄວິດ - 19 ໄປເຖິງມະຫາຊົນ. ວິວັດການປະຕິບັດໜ້າທີ່ ໃນໄລຍະເກີດໂລກລະບາດໂຄວິດ - 19 ກໍ່ໄດ້ຊ່ວຍບັນດານັກຂ່າວ ມີບົດຮຽນຫຼາຍຢ່າງໃນການປະຕິບັດໜ້າທີ່ຢູ່ສະຖານທີ່ທີ່ມີຄວາມສ່ຽງສູງ, ໂຄສະນາເຜີຍແຜ່ຂ່າວກ່ຽວກັບສະພາບການໂລກລະບາດໂຄວິດ - 19ຢ່າງຕິດແທດ.
      ທີ່ການໂອ້ລົມສົນທະນາ, ບັນດານັກຂ່າວ ຂອງສະຖານີວິທະຍຸກະຈາຍສຽງ ຫວຽດນາມ ແລະ ຄູ່ຮ່ວມງານຂອງ ສະຖານີວິທະຍຸກະຈາຍສຽງ ອິນໂດເນເຊຍ ໄດ້ແບ່ງປັນກ່ຽວກັບວິວັດການປະຕິບັດໜ້າທີ່ ໃນໄລຍະເກີດໂລກລະບາດໂຄວິດ - 19. ໃນນັ້ນ, ສຳລັບນັກຂ່າວແຕ່ລະຄົນ ເມື່ອມາເຂດທີ່ມີຜູ້ຕິດເຊື້ອໂຄວິດ - 19, ຫຼືມີຄວາມສ່ຽງມີເກີດໂລກລະບາດ ລ້ວນແຕ່ໄດ້ຮັບການປະກອບວັດຖຸອຸປະກອນການແພດ, ຮັບປະກັນເອກະສານໜັງສືປະຈຳຕົວ, ລະບຽບການຢ່າງຄົບຖ້ວນ ເມື່ອມາບັນດາສຳນັກງານສິດອຳນາດ ຫຼື ໃນການເດີນທາງໄປມາ.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top