• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາDelhi ຄັ້ງທີ8 ຊອກຫາຮູບແບບໃໝ່ ໃຫ້ແກ່ການພົວພັນ ອາຊຽນ-ອິນເດຍ

ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອິນເດຍ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ
           ການ​ໂອ້​ລົມ​ສົນທະນາ Delhi ຄັ້ງ​ທີ 8 ດ້ວຍ​ຫົວ​ຂໍ້​ວ່າ “ການ​ພົວພັນ ອາ​ຊຽນ - ອິນ​ເດຍ: ຮູບ​ແບບ​ໃໝ່” ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ ນິວ​ ​ເດ​ລີ, ປະ​ເທດ ອິນ​ເດຍ ​ແຕ່​ວັນ​ທີ 17 – 19/2. ການ​ໂອ້​ລົມ​ສົນທະນາ​ຄັ້ງ​ນີ້​ໄດ້​ປຶກສາ​ຫາລື​ທຸກ​ແງ່​ມູມຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ແລະ ອິນ​ເດຍ, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ບັນດາ​ແງ່​ມູມການ​ພົວພັນ​ດ້ານ​ການ​ເມືອງ, ຄວາມ​ສະຫງົບປອດ​ໄພ, ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ. ບັນດາ​ວາລະ​ປຶກສາ​ຫາລື​ສຸມ​ໃສ່​ເຂົ້າ 3 ຫົວ​ຂໍ້: ຂົງ​ເຂດ​ຜະລິດ​ຢູ່ ອິນ​ເດຍ, ພິ​ເສດ​ແມ່ນ​ແນະນຳ​ຂໍ​້ລິ​ເລ່ີ​ມ “Made in India” (ຜະລິດ​ຢູ່​ອິນ​ເດຍ), ​“ເຊື່ອມ​ຕໍ່: ສ້າງ​ເສັ້ນທາງ​ໄປ​ສູ່​ອະນາຄົດ ​ແລະ ປະຊາ​ຄົມ​ເສດຖະກິດ​ອນຊຽນ ​ແລະ ອິນ​ເດຍກໍ່ສ້າງ​ລະບົບ​ມູນ​ຄ່າ​ໃນ​ພາກ​ພື້ນ”, ອາ​ຊຽນ ​ແລະ ຄວາມ​ສະຫງົບ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.
        ການ​ໂອ້​ລົມ​ສົນທະນາ Delhi ຄັ້ງ​ທີ 8 ມຸ່ງ​ໄປ​ເຖິງ​ການ​ເພີ່ມ​ທະວີ ​ແລະ ປັບປຸງ​ການ​ພົວພັນ​ລະ​ຫວ່າງ ນິວ​ເດ​ລີ ກັບ ອາ​ຊຽນ, ພິ​ເສດ​​ເມື່ອປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ວັນ​ທີ 31/12/2015 ​ແລະ ອາ​ຊຽນ ຈະ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່​ທີ 4 ຂອງ​ໂລກ, ນຳ​ມາ​ເຊິ່ງກາລະ​ໂອກາດ​ໃໝ່​ຫຼາຍ​ຢ່າງ​ດ້ວຍ​​ມີ​ພົນລະ​ເມືອງ 622 ລ້ານ​ຄົນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top