• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງໄດ້ດຳເນີນໄປຢ່າງສຳເລັດຜົນ, ມີຄວາມປອດໄພ ແລະ ຖືກຕ້ອງຕາມກົດໝາຍ

      ວັນທີ 23 ພຶດສະພາ 2021, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ກ່ວາ 69 ລ້ານຄົນໃນທົ່ວປະເທດ ໄດ້ໄປປະຕິບັດສິດ ແລະ ພັນທະຂອງຕົນ, ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026.
ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງປ່ອນບັດເລືອກຕັ້ງ ຢູ່ຮ່າໂນ້ຍ
      ຕາມການລາຍງານຂອງ 63 ແຂວງ, ນະຄອນ, ການເລືອກຕັ້ງໄດ້ດຳເນີນໄປຢ່າງຖືກຕ້ອງຕາມແຜນການ, ຮັບປະກັນປະຊາທິປະໄຕ ແລະ ຄວາມປອດໄພ. ຜູ້ມີສິດເລືອກໄດ້ມີຄວາມພາກພູມໃຈທີ່ໄດ້ໄປເລືອກຕັ້ງຢ່າງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ, ປະຕິບັດສິດ ແລະ ພັນທະຂອງພົນລະເມືອງ. ຕາມການສະຖິຕິຂອງ ສະພາເລືອກຕັ້ງແຫ່ງຊາດ ແລ້ວ, ຮອດເວລາ 00 ໂມງຂອງວັນທີ 24 ພຶດສະພາ, ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງບັນລຸເກືອບ 98,43% ຊຶ່ງສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງສູງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດຕໍ່ການເລືອກຕັ້ງ. ທ່ານ ບຸຍວັນເກື່ອງ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ໃຫ້ຮູ້ວ່າ:
ວຽກງານເຜີຍແຜ່ໂຄສະນາບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ, ສ້າງບັນຍາກາດອັນພາກພູນໃຈ, ຮູ້ສຶກເປັນກຽດ, ເອກອ້າງທະນົງໃຈໃຫ້ແກ່ບັນດາຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ບັນດາວຽກງານຮັບປະກັນກ່ຽວກັບພື້ນຖານວັດຖຸ, ງົບປະມານກໍ່ໄດ້ຮັບການກະກຽມເປັນຢ່າງດີ. ຜ່ານບັນດາພາຫະນະຖະແຫຼງຂ່າວສື່ມວນຊົນ ພວກເຮົາສາມາດເຫັນໄດ້ ບັນຍາກາດຄວາມພາກພູມໃຈຂອງພະນັກງານ, ສະມາຊິກພັກ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດຢ່າງຈະແຈ້ງ, ໃນນັ້ນມີຜູ້ມີສິດເລືອກຕັ້ງອາຍຸສູງ ແລະ ຜູ້ມີສິດເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງຄັ້ງທຳອິດຫຼາຍຄົນ ໄດ້ປະຕິບັດຢ່າງຖືກຕ້ອງຕາມກົດໝາຍ ແລະ ຕິດພັນກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ສະພາເລືອກຕັ້ງແຫ່ງຊາດ ອີງໃສ່ບົດບັນທຶກສະຫຼຸບການເລືອກຕັ້ງແຫ່ງຊາດໃນທົ່ວປະເທດຈະປະກາດໝາກຜົນຂອງການເລືອກຕັ້ງ ແລະ ບັນຊີລາຍຊື່ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊ້າສຸດແມ່ນວັນທີ 12 ມິຖຸນາ 2021 (ພາຍຫຼັງວັນເລືອກຕັ້ງ 20 ວັນ).
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top