• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວທີ່ຟົດຟື້ນໃນວັນບຸນເຕັດປະຊາຄົມຊາວຫວຽດນາມອາໄສຢູ່ລາວ ແລະ ອິນເດຍ

      ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບສະຄອບຄົວໄທບ້ານດຽວກັນຊຽງຂວາງ - ແມ່ຂອງ - ຊຽງວາງ - ປາກເຊ - ຮ່າໂນ້ຍ ແລະ ດ່ານັ້ງ ໄດ້ຈັດບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ.

ບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ 2020 ຢູ່ລາວ
(ພາບ: Vietnam+)
      ດ້ວຍຫົວຂໍ້ວ່າ “ຊົມເຊີຍພັກ - ຊົມເຊີຍລະດູບານໃໝ່ - ຊົມເຊີຍປະເທດຊາດ”, ຕອນຄ່ຳວັນທີ 19 ມັງກອນ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບສະຄອບຄົວໄທບ້ານດຽວກັນຊຽງຂວາງ - ແມ່ຂອງ - ຊຽງວາງ - ປາກເຊ - ຮ່າໂນ້ຍ ແລະ ດ່ານັ້ງ ໄດ້ຈັດບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ. ມີພໍ່ແມ່ປະຊາຊົນ ແລະ ແຂກຖືກເຊີນກ່ວາ 1.000 ຄົນເຂົ້າຮ່ວມ ໄດ້ພ້ອມກັນຮັບປະທານບັນດາເຍື່ອງອາຫານພິເສດໃນຊຸມວັນບຸນເຕັດຄື: ເຂົ້າຕົ້ມ, ຢໍ່, ແກງໜໍ່ໄມ້… ແລະ ຮັບຊົມບັນດາລາຍການສະແດງສິລະປະຟ້ອນລຳທຳເພງໂດຍພໍ່ແມ່ປະຊາຊົນຢູ່ທີ່ນີ້ສະແດງ.
          ຕອນຄ່ຳວັນທີ 19 ມັງກອນ, ສະຖານທູດຫວຽດນາມ ປະຈຳອິນເດຍ ກໍ່ໄດ້ຈັດລາຍການບຸນເຕັດປະຊາຄົມປີຊວດ 2020. ກ່າວຄຳເຫັນທີ່ລາຍການ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ຟ້າມແຊງເຈົາ ສະແດງຄວາມປາດຖະໜາວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ອິນເດຍ ຍາມໃດກໍ່ສາມັກຄີກັນ, ມີຄວາມສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນໃນການດຳລົງຊີວິດ ແລະ ໃນວຽກງານ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top