• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆຂອງທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢູ່ນອກກອງປະຊຸມ AMM RETREAT

      ຫວຽດນາມ ສະໜັບສະໜູນ ສິງກະໂປ ເຮັດສຳເລັດຜົນໃນການຮັບຜິດຊອບບົດບາດເປັນປະທານ ອາຊຽນ 2018 ຢ່າງສຳເລັດຜົນ
      
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ
Vivian Balakrishnan .(ພາບ: TTXVN)
      ວັນທີ 5 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ມີການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ແລະ ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Dato’Sri Anifag Aman, ຢູ່ນອກກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ທີ່ພວມຈັດຕັ້ງຢູ່ ສິງກະໂປ.
        ທີ່ການພົບປະກັບລັດຖະມົນຕີການຕ່າງປະເທດ ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢັ້ງຢືນວ່າ: ຫວຽດນາມ ສະໜັບສະໜູນ ສິງກະໂປ ເຮັດສຳເລັດຜົນໃນການຮັບຜິດຊອບບົດບາດເປັນປະທານ ອາຊຽນ 2018 ຢ່າງສຳເລັດຜົນ ແລະ ເຫັນດີເປັນເອກະພາບຢ່າງສູງດ້ວຍຫົວຂໍ້ສ້າງ ອາຊຽນ ເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງໂດຍການສະເໜີຂອງ ສິງກະໂປ. ລັດຖະມົນຕີ 2 ທ່ານລ້ວນແຕ່ເນັ້ນໜັກຄວາມຈຳເປັນຕ້ອງບຸລິມະສິດສ້າງ ອາຊຽນ ສາມັກຄີ, ເປັນເອກະພາບ ແລະ ສ້າງຕັ້ງໂຄງປະກອບພາກພື້ນເຄື່ອນໄຫວໂດຍອີງໃສ່ລະບຽບກົດໝາຍ. ລັດຖະມົນຕີ 2 ທ່ານເຫັນດີເປັນເອກະພາບວ່າ ອາຊຽນ ຄວນຊຸກຍູ້ການເຈລະຈາແທດຈິງກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).    
        ກ່ຽວກັບການຮ່ວມມືປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ລັດຖະມົນຕີ 2 ທ່ານໄດ້ແລກປ່ຽນກ່ຽວກັບການສົມທົບກັນໃນພາກຕົວຈິງລະຫວ່າງບັນດາກຳລັງປະກອບອາວຸດຄື ການລາດຕາເວນບົນທະເລຕ້ານໂຈນສະລັດ, ຊອກຫາກູ້ໄພກູ້ຊີບ, ການຢ້ຽມຢາມແລກປ່ຽນຕໍ່ກຳລັງທະຫານເຮືອ, ສ້ອມແປງ ແລະ ກູ້ໄພກູ້ຊີບກ່ຳປັ່ນດຳນ້ຳ; ສົມທົບກັນ, ເປັນເຈົ້າການໃນການຕໍ່ສູ້ກັບບັນດາໄພອັນຕະລາຍຂອງຄວາມໝັ້ນຄົງທີ່ບໍ່ເຄີຍມີມາຄືລັດທິກໍ່ການຮ້າຍ, ຄວາມປອດໄພທາງອິນເຕີເນັດ.
        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Dato’Sri Anifag Aman, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ສະເໜີບັນດາການເຄື່ອນໄຫວທີ່ຈຳເປັນເພື່ອຜັນຂະຫຍາຍຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາເລເຊຍ ໃນປີນີ້. ທ່ານ Dato’Sri Anifag Aman ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນກັບ ຫວຽດນາມ; ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ສຳຜັດກັບຕະຫຼາດ ມາເລເຊຍ, ພິເສດໃນຂົງເຂດຜະລິດ ແລະ ປຸງແຕ່ງສະບຽງອາຫານໃຫ້ຊາວມຸດສະລິມ…
        ລັດຖະມົນຕີ 2 ທ່ານເນັ້ນໜັກຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມໝັ້ນຄົງປອດໄພໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ; ເຫັນດີໃຫ້ ອາຊຽນ ຄວນສົມທົບກັນຢ່າງແໜ້ນແຟ້ນ ເພື່ອພ້ອມກັບ ຈີນ ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ມີຄຸນນະພາບ ແລະ ໄດ້ໝູນໃຊ້ຢ່າງມີປະສິດທິຜົນໃນສະພາບການຕົວຈິງ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top