• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວແລກປ່ຽນບົດຮຽນລະຫວ່າງແນວໂຮມປະເທດຊາດຫວຽດນາມແລະສະພາປຶກສາການເມືອງຈີນ

ທ່ານ ​ເຈີ່ນ​ແທງ​ເມີນ  ມີ​ການ​ພົບ​ປະ​ກັບ​ທ່ານ​ສື​ຈິງ​ເຢ 
(ພາບ: daidoanket.vn)
          ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ຄະນະ​ກຳມະການສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ ຈີນ, ທ່ານຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽ​ດນາມ ທ່ານ ​ເຈີ່ນ​ແທງ​ເມີນ ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງ​ແນ​ວໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຈີນ ​ໃນ​ລະຫວ່າງ​ວັນ​ທີ 19 – 23/12. ​ເນື່ອງ​ໃນ​ໂອກ​າດນີ້ ທ່ານ ​ເຈີ່ນ​ແທງ​ເມີນ ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽ​ດນາມ ມີ​ການ​ພົບ​ປະ​ກັບ​ທ່ານ​ສື​ຈິງ​ເຢ ປະທານ​ສະພາ​ປຶກສາ​ການ​ເມືອງ​ນະຄອນ ຈູ໋ງຈີ​ງ ທີ່​ການ​ເຮັດວຽກ 2 ຝ່າຍ​ໄດ້​ສະຫງວນເວລາສ່ວນ​ຫລາຍ​ເພື່ອ​ແລກປ່ຽນ​ບາງ​ຂໍ້​ມູນ​ຂ່າວ, ພ້ອມ​ກັນ​ແບ່ງປັນ​ບົດຮຽນ​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ການ​ຮ່ວມ​ມື​ລະຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ສະພາ​ປຶກສາ​ການ​ເມືອງ ຈີນ ຜ່ານ​ນັ້ນ ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ຈີນ. ທ່ານ ເຈີ່ນ​ແທງ​ເມີນ ສະ​ແດງ​ຄວາມ​ປາດ​ຖະໜາວ່າ​: ນັບ​ມື້​ນັບ​ມີ​ວິ​ສາ​ຫະກິດ​ນະຄອນ ຈູ໋ງຈີ​ງ ​ຫລາຍ​ແຫ່ງ​ມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດຢູ່ ຫວຽດນາມ. ທ່ານ ເຈີ່ນ​ແທງ​ເມີນ ກໍ່​ປາດ​ຖະໜາ​ຢາກ​ຊອກ​ຮູ້, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ບົດບາດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ນະຄອນ ຈູ໋ງຈີ​ງ ​ໃນ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ; ບົດຮຽນ​​ໃນ​ການຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະ​ສີ​ກຳ, ຕົວ​ເມືອງ, ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຄວາມ​ປອດ​ໄພ​ດ້ານ​ອາຫານ; ບົດຮຽນ​ໃນ​ການ​ຜັນ​ຂະຫຍາຍ​ຂະ​ບວນການ ​ແລະ ບັນດາ​ການ​ເຄື່ອນ​ໄຫ​ວ​ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ​ໃນໝູ່​ປະຊາຊົນ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top