• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ

 
      
ການ​ຖິບລົດ​ຖີບ “​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ”
      ການສະ​ເຫຼີ​ມສະຫຼອງ  55 ປີ​ແຫ່ງ​ວັນ​ວິນາດສະກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່ ຫວຽດນາມ (10/8/1961 – 10/8/2016), ຕອນ​ເຊົ້າ​ວັນ​ທີ 7/8, ຢູ່ ຮ່າ​ໂນ້ຍ, ບໍລິສັດ​ຫຸ້ນ​ສ່ວນ​ລົງທຶນ​ພັດທະນາ​ການ​ສຶກສາ ​ແລະ ​ສື່ສານ ຫວຽດນາມ (Incom Media) ​ໄດ້​ຈັດ​ຕັ້ງ​ການ​ຖິບລົດ​ຖີບ “​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ”. ລາຍການ​ມີ​ການ​ເຂົ້າ​ຮ່ວມ​ຂອງ 1000 ຄົນ. ລາຍການ​ນີ້​ບັນລຸ​ສະຖິຕິ “ລາຍການ​ຖີບລົດຖີບ ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມມີ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດ​ຢູ່ ຫວຽດນາມ”.
      ໃນ​ຂະນະ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 6/8, ຢູ່​ແຂວງ ນິງບີ່​ງ, ລາຍການພົບ​ປະ​ແລກປ່ຽນ​ສິລະ​ປະ “ຮ່ວມ​ແຮງ​ຮ່ວມ​ໃຈ​ຫລຸດຜ່ອນ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ”. ​ໃນລາຍການ​ນີ້​ມີ​ຫຼາຍ​ອົງການ, ຫົວໜ່ວຍ, ວິ​ສາ​ຫະກິດ, ຜູ້​ໃຈ​ບຸນ​ໃຈ​ກຸສົນ​ໄດ້​ບໍລິຈາກ​ເງິນ, ສະໜັບສະໜຸູນກອງ​ທຶນ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ​ແຂວງ​ນີງບີ່​ງ.
 (ແຫຼ່ງຄັດຈາກ VOV)
 
 

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top