• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຮັບຜົນດີ

      ການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່ 2020 – 2021 ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມໄດ້ຮັບຜົນດີໃນຫລາຍດ້ານ, ທັງຫລີກລ້ຽງໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ, ທັງລາຄາເຂົ້າສານສູງແລະການສົ່ງອອກກໍເປັນປົກກະຕີ.ນີ້ໄດ້ຮັບຖືວ່າ ແມ່ນລະດູການໄດ້ຮັບຜົນດີຢ່າງຮອບດ້ານຂອງປະຊາຊົນຢູ່ທີ່ນີ້.
ການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຮັບຜົນດີ
      ລະດູການຜະລິດເຂົ້າໃນສະພາບການຈຳຫນ່າຍເຂົ້າສານມີແງ່ຫວັງທີ່ດີ, ລາຄາເຂົ້າສານສູງແລະການສົ່ງອອກເຂົ້າເປັນປົກກະຕິ. ທ່ານເລແທງຕຸ່ງ, ຮອງຫົວຫນ້າກົມປູກຝັງ,ສັງກັດກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມໃຫ້ຮູ້ວ່າ: ເນື້ອທີ່ປູກເຂົ້າລະດູຫນາວຕໍ່ໃສ່ລະດູບານໃຫມ່ ປີ 2020 – 2021 ໃນທົ່ວເຂດພາກໃຕ້ ແມ່ນເກືອບ 1,6 ລ້ານເຮັກຕາ, ສະມັດຕະພາບຄາດວ່າບັນລຸກວ່າ 7 ໂຕນ/ເຮັກຕາ.
            ໃນນັ້ນເຂດທົ່ງພຽງແມ່ນ້ຳຂອງທຳການປູກເຂົ້າໃນເນື້ອທີ່ກວ່າ 1,5 ລ້ານເຮັກຕາແລະອົງປະກອບເຂົ້າແມ່ນຕາມເຂດຊີວະພາບ, ແນວພັນເຂົ້າຫອມ, ມີຄຸນນະພາບສູງເພື່ອຕອບສະຫນອງຄວາມຕ້ອງການຂອງຕະຫລາດສົ່ງອອກ. ເນື້ອທີ່ທົ່ງນາຂະຫນາດໃຫຍ່ປະມານ 160.000 ເຮັກຕາ, ແຕ່ລະເຮັກຕາເຂົ້າຮ່ວມການເຮັດຕາມຮູບແບບທົ່ງນາຂະຫນາດໃຫຍ່ ແມ່ນຫລຸດລາຍຈ່າຍການຜະລິດ ແຕ່ 10 – 15% ແລະມູນຄ່າປະລິມານການຜະລິດເພີ່ມຂຶ້ນແຕ່ 20 – 25%. ການຜັນແປຂອງໄພແຫ້ງແລ້ງນ້ຳທະເລຊືມເຂົ້າໄດ້ຮັບການຄາດຄະເນກ່ອນໜ້າ ສະນັ້ນເນື້ອທີ່ປູກເຂົ້າລະດູຫນາວຕໍ່ລະດູບານໃຫມ່ ຢູ່ ເຂດທົ່ງພຽງແມ່ນ້ຳຂອງບໍ່ຖືກຜົນສະທ້ອນແລະຍັງຄົງໃຫ້ສະມັດຕະພາບສູງ.
            “ອົງປະກອບແນວພັນເຂົ້າແມ່ນເໝາະສົມ, ຫັນປ່ຽນອົງປະກອບການປູກຝັງຢ່າງເໝາະສົມ, ຊ້ຳບໍ່ໜຳ ພວກເຮົາບໍ່ນຳໃຊ້ເນື້ອທີ່ດິນທີ່ບໍ່ຮັບປະກັນຄວາມປອດໄພກ່ຽວກັບແຫລ່ງນ້ຳ. ເປັນອັນວ່າບັນດາປັດໄຈນັ້ນສະແດງໃຫ້ເຫັນວ່າເຖິງວ່າ ນ້ຳທະເລຊຶມເຂົ້າຫລາຍກວ່າປີກ່ອນແຕ່ປີນີ້ ພວກເຮົາບໍ່ຖືກເສຍຫາຍຫຍັງນັບທັງຕົ້ນເຂົ້າກໍ່ຄືຕົ້ນອື່ນ”
            ເພື່ອໃຫ້ການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່ໄດ້ຮັບຜົນດີ, ກົມໃຫຍ່ ຊົນລະປະທານແລະ ບັນດາຫົວຫນ່ວຍໄດ້ສຳຫລວດກວດຄືນແລະວາງອອກບັນດາມາດຕະການຮັບມືຢ່າງລະອຽດ. ທ່ານເລືອງວັນແອງ, ຮອງຫົວຫນ້າກົມໃຫຍ່ກົມຊົນລະປະທານຖືວ່າ: ບັນດາກິດຈະກຳຕ້ານໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າໄດ້ຮັບຄວາມສົນໃຈລົງທຶນ, ຍູ້ໄວຄວາມຄືບຫນ້າ, ກໍ່ສ້າງແລະນຳເຂົ້າເຄື່ອນໄຫວເໝາະສົມກັບສະພາບຕົວຈິງ.
            ສະມັດຕະພາບເຂົ້າລະດູຫນາວຕໍ່ໃສ່ລະດູບານໃຫມ່ ແມ່ນສູງທີ່ສຸດເມືຶ່ອທຽບໃສ່ຫລາຍປີມານີ້ ລາຄາເປັນປົກກະຕິປະຊາຊົນຂາຍໄດ້ກຳໄລກວ່າ 50%. ທ່ານຫງວຽນງອກແຮ່, ຮອງປະທານຄະນະກຳມະການປະຊາຊົນນະຄອນເກີນເທີໃຫ້ຮູ້ວ່າ: ຊາວທ້ອງຖິ່ນໄດ້ທຳການປູກເຂົ້າໃນເນື້ອທີ່ກວ່າ 77.000 ເຮັກຕາ, ສະມັດຕະພາບເຂົ້າບັນລຸ 7,6 ໂຕນ, ເຂົ້າສ່ວນຫລາຍແມ່ນປະເພດເຂົ້າຫອມມີຄຸນນະພາບສູງເພື່ອຮັບໃຊ້ຄວາມຕ້ອງການພາຍໃນປະເທດແລະສົ່ງອອກ.
            “ນະຄອນເກີນເທີປະຕິບັດການເກັບກ່ຽວສຳເລັດໂດຍພື້ນຖານ, ສະມັດຕະພາບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ກຳໄລຈາກການປູກເຂົ້າຂອງປະຊາຊົນໃນລະດູການນີ້ບັນລຸລະດັບຕ່ຳສຸດແມ່ນ 45% ຂຶ້ນໄປ, ການຈຳຫນ່າຍກໍມີຄວາມສະດວກກວ່າ. ອາດເວົ້າໄດ້ວ່າການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່ຂອງພໍ່ແມ່ປະຊາຊົນປີນີ້ ບັນລຸໝາກຜົນດີ”
            ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ເກັບກ່ຽວເຂົ້າລະດູຫນາວຕໍ່ໃສ່ລະດູບານໃຫມ່ໃນເນື້ອທີ່ກວ່າ 1 ລ້ານເຮັກຕາ, ສະມັດຕະພາບບັນລຸກວ່າ 7 ໂຕນ/ເຮັກຕາ, ເຊິ່ງຂາຍໄດ້ລາຄາສູງ, ການສົ່ງອອກກໍເປັນປົກກະຕິ, ນີ້ແມ່ນລະດູການທີ່ບັນລຸຜົນດີຮອບດ້ານ. ທ່ານເລກວັກແຢງຮອງລັດຖະມົນຕີກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມເນັ້ນຫນັກວ່າ:
            “ປີນີ້ ແມ່ນປີທີ່ລະດູການເກັບກ່ຽວໄດ້ຮັບຜົນດີຮອບດ້ານ, ສະມັດຕະພາບ, ແນວພັນເຂົ້າມີຄຸນນະພາບສູງ, ເຂົ້າຂາຍໄດ້ລາຄາສູງພິເສດປະຊາຊົນໄດ້ຮັບຜົນກຳໄລຫລາຍ. ເຖິງວ່າປີນີ້ ເນື້ອທີ່ປູກເຂົ້າແມ່ນຫລຸດລົງກໍ່ຕາມແຕ່ສະມັດຕະພາບເພີ່ມຂຶ້ນເກືອບ 240 ກີໂລກາມ/ເຮັກຕາ, ບັນລຸເກືອບ 150 ພັນໂຕນ. ພິເສດປີນີ້ ປະຕິບັດຕາມເປົ້າໝາຍຄວບຄູ່ ເປັນການສະແດງໃຫ້ເຫັນລັກສະນະຄົບຊຸດ”
            ຕາມແຜນການ, ການປູກເຂົ້າໃນລະດູແລ້ງຕໍ່ໃສ່ລະດູໃບໄມ້ຫລົ່ນປີ 2021 ທົ່ວເຂດພາກໃຕ້ ຈະທຳການປູກເຂົ້າໃນເນື້ອທີ່ 1,6 ລ້ານເຮັກຕາ. ໃນນັ້ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມແມ່ນປະມານ 1,5 ລ້ານເຮັກຕາແລະເຂດຕາເວັນອອກສ່ຽງໃຕ້ແມ່ນປະມານ 88 ພັນເຮັກຕາ. ດ້ວຍຜົນດີຂອງການເກັບກ່ຽວລະດູຫນາວຕໍ່ໃສ່ລະດູບານໃຫມ່, ພໍ່ແມ່ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງພວມມຸ່ງໄປເຖິງລະດູແລ້ງຕໍ່ໃສ່ລະດູໃບໄມ້ຫລົ່ນປີ 2021 ດ້ວຍຄວາມເຊື່ອໝັ້ນວ່າຈະໄດ້ຮັບຜົນດີ,ຂາຍເຂົ້າໄດ້ໃນລາຄາສູງ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ​ປະ​ທານ​ປະ​ເທດ ຮຽກ​ຮ້ອງສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ ​ສອງບັ້ນ​ການ​ສະຫຼຸບ​ໃຫຍ່ ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​​ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ທິດ​ສະ​ດີ ແລະ ວິ​ໄສ​ທັດ ກ​ານ​ນຳ​ພາ​ຂອງ​ພັກ.

Top