• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົນທະນາ ASEM ຄັ້ງທີ 6 ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ ແລະ ພັດທະນາແບບຍືນຍົງ

      ການສົນທະນາ ASEM 6 ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ ແລະ ພັດທະນາແບບຍືນຍົງດ້ວຍຫົວຂໍ້ “ ຄຸ້ມຄອງແຫຼ່ງນ້ຳເພື່ອການພັດທະນາແບບຍືນຍົງ ” ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 25 ຕຸລາ ຢູ່ທີ່ແຂວງຈຳປາສັກຂອງລາວ

ການສົນທະນາເວທີປາໄສຮ່ວມມືອາຊີ-ເອີລົບ ASEM ຄັ້ງທີ 6 
      ເຂົ້າຮ່ວມການສົນທະນາມີຜູ້ແທນ 135 ຄົນທີ່ມາຈາກບັນດາປະເທດສະມາຊິກ ASEM ພ້ອມກັບບັນດາເຈົ້າໜ້າທີ່ລັດຖະບານ, ນັກຮຽນຮູ້….    ກ່າວຄຳເຫັນທີ່ການສົນທະນາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນບ້າຮຸ່ງໄດ້ຢືນຢັນວ່າ ຫວຽດນາມຖືເປັນສຳຄັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາກົນໄກຮ່ວມມືສາກົນ ແລະ ພາກພື້ນກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ. ຫວຽດນາມແບ່ງປັນຄວາມຫວັງຂອງບັນດາປະເທດແຄມແມ່ນ້ຳຂອງ, ເປີດກ້ວາງການພົວພັນຄູ່ຮ່ວມມືກັບ EU ແລະບັນດາປະເທດແຄມແມ່ນ້ຳ Danube ໂດຍຜ່ານກົນໄກສົນທະນາ, ບັນດາຂໍ້ລິເລີ່ມ ແລະ ບັນດາໂຄງການຮ່ວມມືລະອຽດ.  ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນບ້າຮຸ່ງ ໄດ້ສະເໜີບາງຂໍ້ສະເໜີແນະ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ ແລະ ຍົກລະດັບການປະກອບສ່ວນຂອງການສົນທະນາເຂົ້າໃນຄວາມມານະພະຍາຍາມລວມເພື່ອຮັບມືກັບສິ່ງທ້າທາຍໃນການຄຸ້ມຄອງແຫຼ່ງນ້ຳ.
 (ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top