08/07/2020 10:48 GMT+7 Email Print Like 0

ການພົວພັນລະຫວ່າງອາເມລິກາ-ຈີນ ເຄັ່ງຕຶງທຸກດ້ານ

      ການສູ້ຢັນກັນແມ່ນມີຢູ່ໃນຫຼາຍຂົງເຂດ, ຈາກດ້ານການຄ້າຕະຫຼອດຮອດເຕັກໂນໂລຊີສູງ, ຄວາມໝັ້ນຄົງ, ວິທີແກ້ໄຂໂລກລະບາດໂຄວິດ-19… ລະຫວ່າງອາເມລິກາ ແລະ ຈີນ

(ພາບປະກອບ: AP)
      ໃນອາທິດຜ່ານມາ, ກະຊວງການຕ່າງປະເທດຈີນ ໄດ້ແຈ້ງໃຫ້ຊາບວ່າ, ລັດຖະບານປະເທດນີ້ໄດ້ຮຽກຮ້ອງໃຫ້ສຳນັກຂ່າວສານໃຫຍ່ 4 ແຫ່ງຂອງອາເມລິກາ ທີ່ພວມເຄື່ອນໄຫວຢູ່ຈີນ ຕ້ອງສົ່ງເອກະສານລາຍງານສະພາບການບຸກຄະລາກອນ ແລະ ການເຄື່ອນໄຫວດ້ານການເງິນຂອງບັນດາສຳນັກຂ່າວສານປະຈຳຈີນ ພາຍໃນ 7 ວັນ. ການກະທຳດັ່ງກ່າວແມ່ນເພື່ອແນໃສ່ໂຕ້ຕອບເລື່ອງອາເມລິກາ ຈັດວາງການຈຳກັດຕໍ່ບັນດາສຳນັກຂ່າວສານ ຈີນ ເມື່ອເດືອນ ມິຖຸນາ, ພ້ອມທັງເປັນຂີດໝາຍສ້າງຄວາມເຄັ່ງຕຶງໃໝ່ຫຼ້າສຸດລະຫວ່າງ 2 ປະເທດໃນບັນດາບັນຫາທີ່ແຕກຕ່າງກັນ.
ກ່າວຄຳເຫັນທີ່ກອງປະຊຸມຂ່າວນັດສາມັນເມື່ອຕົ້ນເດືອນກໍລະກົດ, ຢູ່ນະຄອນຫຼວງປັກກິ່ງ, ທ່ານໂຄສົກກະຊວງການຕ່າງປະເທດຈີນ ແຈ້ວຫຼີຈຽນ ຊີ້ແຈ້ງວ່າ: ບັນດາສຳນັກຂ່າວສານຄື: AP, UPI, CBS ແລະ NPR ຕ້ອງລາຍງານລາຍລະອຽດກ່ຽວກັບບຸກຄະລາກອນ, ການເຄື່ອນໄຫວດ້ານການເງິນ ແລະ ບັນດາອະສັງຫາລິມະຊັບທີ່ພວມກຳມະສິດຢູ່ຈີນ. ທ່ານໂຄສົກກະຊວງການຕ່າງປະເທດຈີນ ຢືນຢັນວ່າ ການກະທຳດັ່ງກ່າວແມ່ນເພື່ອແນໃສ່ໂຕ້ຕອບເລື່ອງ ອາເມລິກາ ກໍຄວາມກົດດັນຕໍ່ບັນດາອົງການສື່ມວນຊົນຂອງຈີນ. ກ່ອນໜ້ານັ້ນ, ວັນທີ 22 ມິຖຸນາ ຜ່ານມາ, ອາເມລິກາ ໄດ້ປະກາດຂໍ້ຕົກລົງປ່ຽນແປງກົດລະບຽບສຳລັບອົງການສື່ມວນຊົນແຫ່ງລັດ 4 ແຫ່ງຂອງຈີນ. ລະອຽດແມ່ນ, ກະຊວງການຕ່າງປະເທດອາເມລິກາ ໄດ້ຈັດ 4 ອົງການສື່ມວນຊົນຂອງຈີນ ລວມມີ ໂທລະພາບແຫ່ງຊາດຈີນ (CCTV), ເຢິນມິນຢື້ປ້າວ, ໜັງສືພິມ ຮວານຈຽວ ແລະ ສຳນັກຂ່າວສານ China News Service (CNS) ເຂົ້າໃນກຸ່ມບັນດາຄະນະປະຕິບັດງານການຕ່າງປະເທດ, ແທນທີ່ແມ່ນບັນດາອົງການສື່ມວນຊົນປະຈຳອາເມລິກາ. ຕາມນັ້ນແລ້ວ, ສຳນັກຂ່າວສານ 4 ແຫ່ງຂອງຈີນ ນີ້ ຕ້ອງລາຍງານຕໍ່ກະຊວງການຕ່າງປະເທດອາເມລິກາ ລາຍລະອຽດກ່ຽວກັບບຸກຄະລາກອນ ແລະ ບັນດາການແລກປ່ຽນອະສັງຫາລິມະຊັບ.
ສົງຄາມແນໃສ່ບັນດາອົງການສື່ມວນຊົນ
ໃນຕົວຈິງ, ຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງບັນຫານີ້ໄດ້ເລີ່ມແຕ່ວັນທີ 18 ກຸມພາ 2020 ເມື່ອກະຊວງການຕ່າງປະເທດໄດ້ນຳບາງອົງການສື່ມວນຊົນຂອງຈີນ ເຂົ້າໃນບັນຊີລາຍຊື່ “ບັນດາຄະນະປະຕິບັດງານຕ່າງປະເທດ”. ຕໍ່ຈາກນັ້ນ, ວັນທີ 13 ມີນາ, ອາເມລິກາ ໄດ້ຮຽກຮ້ອງໃຫ້ບາງອົງການສື່ມວນຊົນນີ້ຕ້ອງຫຼຸດຜ່ອນຈຳນວນນັກຂ່າວປະຈຳອາເມລິກາ ຈາກ 160 ຄົນລົງເຫຼືອພຽງ 100 ຄົນ. ຮອດຕົ້ນເດືອນ ພຶດສະພາ, ອາເມລິກາ ສືບຕໍ່ປະກາດໃຊ້ຂໍ້ກຳກົດໃໝ່ເພື່ອແນໃສ່ຮັດແໜ້ນເງື່ອນໄຂອອກວີຊາສຳລັບບັນດານັກຂ່າວຈີນ.
ເພື່ອໂຕ້ຕອບບັນຫານີ້, ຈີນ ກໍ່ຖະແຫຼງວ່າ ນັບແຕ່ວັນທີ 18 ເມສາ ຕ້ອງເນລະເທດນັກຂ່າວອາເມລິກາ ທີ່ພວມເຮັດວຽກໃຫ້ບັນດາໜັງສືພິມ New York Times, Washington Post ແລະ Wall Street Journal ຢ່າງໜ້ອຍສຸດ 13 ຄົນ, ພ້ອມທັງຮຽກຮ້ອງໃຫ້ບັນດາສາຂາຂອງ 3 ອົງການສື່ມວນຊົນດັ່ງກ່າວ ພ້ອມກັບວາລະສານ Time ແລະ ວິທະຍຸກະຈາຍສຽງອາເມລິກາ  (VOA) ແຈ້ງບັນຊີລາຍຊື່ພາລະກອນ, ການເງິນ, ຊັບສົມບັດຄົງທີ່ ແລະ ການເຄື່ອນໄຫວຕ່າງໆຢູ່ຈີນ. ຄຽງຂ້າງນັ້ນ, ກະຊວງການຕ່າງປະເທດອາເມລິກາ ກໍ່ດຳເນີນບັນດາມາດຕະການທີ່ຄ້າຍຄືກັນກັບບັນດານັກຂ່າວອາເມລິກາ ຄືດັ່ງອາເມລິກາ ໄດ້ປະຕິບັດໃນບັນຫາຂໍວີຊາ, ລະບຽບການບໍລິຫານ, ການເຄື່ອນໄຫວເອົາຂ່າວ, ສຳພາດ…
ການສູ້ຢັງກັນໃນທຸກດ້ານ
ເຖິງຢ່າງໃດກໍ່ຕາມ, ບໍ່ພຽງແຕ່ເກີດຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງບັນດາອົງການສື່ມວນຊົນເທົ່ານັ້ນ, ອາເມລິກາ ແລະ ຈີນ ຍັງສູ້ຢັນກັນຢ່າງຮຸນແຮງໃນຫຼາຍຂົງເຂດທີ່ແຕກຕ່າງກັນອີກ. ປີ 2019, 2 ປະເທດມະຫາອຳນາດໄດ້ຕົກເຂົ້າສູ່ສົງຄາມການຄ້າທີ່ດຸເດືອດ. ສົງຄາມນີ້ິຖືກຫຼຸດລົງພຽງຊົ່ວຄາວໃນຕົ້ນປີ 2020  ເມື່ອ 2 ຝ່າຍລົງນາມໃນຂໍ້ຕົກລົງດ້ານການຄ້າໄລຍະ 1. ແຕ່, ເລື່ອງເກີດໂລກລະບາດໂຄວິດ-19 ອີກຄັ້ງໜຶ່ງໄດ້ກໍ່ຄວາມເຄັ່ງຕຶງລະຫວ່າງ 2 ປະເທດ. ປັກກ່ິງ ແລະ ວໍຊິງຕັນ ໄດ້ຍົກອອກຄຳກ່າວຫາເຊິ່ງກັນແລະກັນຢ່າງຕໍ່ເນື່ອງທີ່ກ່ຽວຂ້ອງເຖິງໂລກລະບາດຄື ຕົ້ນກຳເນີດຂອງໄວຣັດ SARS-CoV-2, ບັນຫາຫ້າມຖ້ຽວບິນການຄ້າ ຫຼື ວິທີໂຕ້ຕອບຂອງຈີນ ຕໍ່ເລື່ອງໂລກລະບາດເກີດຂຶ້ນທຳອິດເມື່ອທ້າຍປີ 2019… ໃນນັ້ນ, ທ່ານປະທານາທິບໍດີອາເມລິກາ Donal Trump ໄດ້ກ່າວຫາເປັນຫຼາຍຄັ້ງວ່າ ຈີນ ໄດ້ແຈ້ງຂໍ້ມູນຢ່າງຊັກຊ້າກ່ຽວກັບລະດັບຄວາມຮ້າຍແຮງຂອງໂລກລະບາດໂຄວິດ-19 ໄລຍະທຳອິດ, ເຊິ່ງເຮັດໃຫ້ໂລກ “ຖືກຜົນສະທ້ອນຢ່າງໜັກໜ່ວງ”, ໃນຄະນະທີ່ຈີນ ກໍ່ເດັດດ່ຽວປະຕິເສດ.
ໃນຂົງເຂດເຕັກໂນໂລຊີ, ອາເມລິກາ ສືບຕໍ່ເພີ່ມຕື່ມບັນດາມາດຕະການໃໝ່ແນໃສ່ກຸ່ມບໍລິການໂທລະຄົມມະນາຄົມ Huawei ຂອງຈີນ. ລະອຽດແມ່ນ, ໃນກາງເດືອນ ພຶດສະພາ ຜ່ານມາ, ກະຊວງການຄ້າອາເມລິກາ ໄດ້ຕົກລົງປັບປຸງບາງຂໍ້ກຳນົດກ່ຽວກັບການສົ່ງອອກ ເພື່ອແນໃສ່ຈຳກັດການເຄື່ອນໄຫວຊື້ທາດເຄິ່ງຊັກນຳຂອງ Huawei. ຕໍ່ຈາກນັ້ນ, ຮອດວັນທີ 30 ມິຖຸນາ, ຄະນະກຳມະການສື່ສານສະຫະລັດອາເມລິກາ (FCC) ຫ້າມບໍ່ໃຫ້ 2 ບໍລິສັດຂອງຈີນ ເຊິ່ງແມ່ນ Huawei ແລະ  ZTE ໄດ້ຮັບບ້ວງເງິນອຸປະຖຳຈາກກອງທຶນຂອງລັດຖະບານ ໃນຄວາມມານະພະຍາມຍາມເພື່ອແນໃສ່ຈຳກັດຄວາມສາມາດສຳຜັດຂອງບັນດາບໍລິສັດດັ່ງກ່າວກັບຕະຫຼາດອາເມລິກາ.
ໂດຍກ່ຽວຂ້ອງເຖິງບັນຫາ ຮົ່ງກົງ (ຈີນ), ພາຍຫຼັງທີ່ສະພາແຫ່ງຊາດຈີນ ຮັບຮອງເອົາກົດໝາຍວ່າດ້ວຍຄວາມສະຫງົບແຫ່ງຊາດ ຢູ່ເຂດປົກຄອງພິເສດ ຮົ່ງກົງ ແລະ ເລີ່ມມີຜົນສັດສິດນັບແຕ່ວັນທີ 30 ມິຖຸນາ ຢ່າງເປັນທາງການ ນັ້ນ, ອາເມລິກາ ໄດ້ລົບລ້າງກົດລະບຽບພິເສດທີ່ສະຫງວນໃຫ້ແກ່ຮົ່ງກົງ ໂດຍທັນທີ ນັບແຕ່ວັນທີ 01 ກໍລະກົດ ເປັນຕົ້ນໄປ. ຕາມນັ້ນແລ້ວ, ອາເມລິກາ ໄດ້ຈຳກັດນັກສຶກສາຈີນ, ຕ່າວປິ້ນກົດລະບຽບພິເສດກ່ຽວກັບພາສີ ແລະ ບັນດາຂົງເຂດອື່ນໆສຳລັບ ຮົ່ງກົງ, ພ້ອມທັງຍົກອອກບັນດາມາດຕະການລົງໂທດບັນດາເຈົ້າໜ້າທີ່ຈີນ ແລະ ຮົ່ງກົງ. ເພື່ອເປັນການໂຕ້ຕອບ, ມີຫຼາຍແຫຼ່ງຂ່າວໄດ້ເວົ້າວ່າ ລັດຖະບານຈີນ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດແຫ່ງລັດຢຸດຕິການຊື້ສິນຄ້າຂອງອາເມລິກາ ຕາມຂໍ້ຕົກລົງໄລຍະ 1 ເຊິ່ງ 2 ຝ່າຍໄດ້ລົງນາມ.
ອາດເຫັນໄດ້ວ່າ, ການສູ້ຢັນກັນແມ່ນມີຢູ່ໃນຫຼາຍຂົງເຂດ, ຈາກດ້ານການຄ້າຕະຫຼອດຮອດເຕັກໂນໂລຊີສູງ, ຄວາມໝັ້ນຄົງ, ວິທີແກ້ໄຂໂລກລະບາດໂຄວິດ-19… ລະຫວ່າງອາເມລິກາ ແລະ ຈີນ, ພວມຮ້າຍແຮງທີ່ສຸດ, ສະແດງໃຫ້ເຫັນເນື້ອແທ້ຂອງສົງຄາມຍຸດທະສາດທົ່ວໂລກ ທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້ວ່າຈະສິ້ນສຸດລົງໃນເມື່ອໃດລະຫວ່າງ 2 ປະເທດມະຫາອຳນາດ ແລະ ກໍ່ແມ່ນ 2 ພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນໂລກ.
 (ແຫຼ່ງຄັດຈາກ VOV)