• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະຂັ້ນສູງ ຫວຽດນາມ-ກຳປູເຈຍ-ລາວ

ວັນທີ 26 ກັນຍາ 2021, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານປະທານ ພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີແຫ່ງລາຊະ ອານາຈັກ ກຳປູເຈຍ ສົມເດັດ ຮຸນເຊັນ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ມີການພົບປະຂັ້ນສູງ ຫວຽດນາມ-ກຳປູເຈຍ-ລາວ.
ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານ ພັກປະຊາຊົນ ກຳປູເຈຍ ສົມເດັດ ຮຸນເຊັນ ທີ່ການພົບປະ. ພາບ: ຈີ໋ຢຸງ/VNA

ທີ່ການພົບປະ, ການນຳຂອງ 3 ພັກ ໄດ້ຕີລາຄາສູງຄວາມໝາຍ ແລະ ຄວາມສຳຄັນຂອງການພົບປະ; ແຈ້ງໃຫ້ກັນ ຮູ້ເຖິງສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນ ມີວຽກງານກໍ່ສ້າງພັກ, ພັດທະນາເສດຖະກິດ-ສັງຄົມ, ພິເສດໃນສະພາບການປ້ອງກັນ ແລະ ຕ້ານ ໂຄວິດ-19.  
ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ກ່າວປາໄສທີ່ການພົບປະ. ພາບ: ຈີ໋ຢຸງ/VNA

ການນຳສາມປະເທດ ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນໄລຍະຜ່ານມາ; ສົນທະນາກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ; ເປັນເອກະສັນກັນ ກ່ຽວກັບຄວາມສຳຄັນຂອງການພົວພັນມູນເຊື້ອ, ຄວາມສາມັກຄີພິເສດ, ຄວາມສະໜິດຕິດພັນລະຫວ່າງ 3 ພັກ, 3 ລັດ. ການນຳ 3 ປະເທດ ເປັນເອກະສັນກັນ ຈະເພີ່ມທະວີການຮ່ວມມືໃນທຸກຂົງເຂດ; ເສີນຂະຫຍາຍບັນດາກົນໄກໃນປັດຈຸບັນຢ່າງມີປະສິດທິຜົນ ແລະ ສືບຕໍ່ແລກປ່ຽນ, ຮ່ວມມືບົນທຸກຂົງເຂດໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນ 3 ປະເທດ, ເພື່ອຄວາມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໂລກ. 
ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານ ພັກປະຊາຊົນ ກຳປູເຈຍ ສົມເດັດ ຮຸນເຊັນ ຖ່າຍຮູບຮ່ວມກັນ. ພາບ: ຈີ໋ຢຸງ/VNA

ເນື່ອງໃນໂອກາດນີ້, ທ່ານປະທານພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີແຫ່ງລາຊະ ອານາຈັກ ກຳປູເຈຍ ສົມເດັດ ຮຸນເຊັນ ໄດ້ມາສະແດງຄວາມຂຳ່ນັບຕໍ່ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດ ລາວ ທອງລຸນ ສີສຸລິດ ໄດ້ມາສະແດງຄວາມຂຳ່ນັບຕໍ່ທ່ານປະທານປະເທດ ຫງວຽນຊວນຟຸກ.
ປະຕິບັດ: VNA/VNP

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top