• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຝຶກຊ້ອມຮັບປະກັນຄວາມໝປອດໄພໃຫ້ແກ່ສັບປະດາຂັ້ນສູງ APEC 2017

      ກ່ວາ 300 ຄົນເຂົ້າຮ່ວມການຝືກຊ້ອມປ້ອງກັນ, ຕ້ານການກໍ່ການຮ້າຍ, ຮັບປະກັນຄວາມໝັ້ນຄົງທ່າກ່ຳປັ່ນຢູ່ທ່າກ່ຳປັ່ນ ຕຽນຊາ, ນະຄອນ ດ່ານັ້ງ ໃນວັນທີ 30 ສິງຫາ. 
ທ່ານ ຫງວຽນຊວນຊາງ, ຫົວໜ້າກົມການເດີນທະເລ ຫວຽດນາມ
      ນີ້ແມ່ນການເຄື່ອນໄຫວມຸ່ງໄປເຖິງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນສັບປະດາຂັ້ນສູງ APEC 2017 ຈະຈັດຕັ້ງຢູ່ນະຄອນ ດ່ານັ້ງ ໃນເດືອນ ພະຈິກ ຈະມາເຖິງ. ທີ່ການຝືກຊ້ອມ, ບັນດາກຳລັງມີໜ້າທີ່ຮັບຜິດຊອບໄດ້ສົມທົບມາດຕະການວິຊາສະເພາະ ໃນການກວດ, ມ້າງຮື້ທຳລາຍລູກລະເບີດ, ກູ້ເອົາຕົວປະກັນ… ທ່ານ ຫງວຽນຊວນຊາງ, ຫົວໜ້າກົມການເດີນທະເລ ຫວຽດນາມ, ໃຫ້ຮູ້ວ່າ:
        ໃນສະພາບການເຄື່ອນໄຫວຂອງພວກກໍ່ການຮ້າຍໃນໂລກປະຈຸບັນນັບມື້ນັບມີການຜັນແປຢ່າງສັບສົນ, ວຽກງານຮັບປະກັນຄວາມປອດໄພໃຫ້ແກ່ກ່ຳປັ່ນ ເຂົ້າ - ອອກ, ໃຫ້ແກ່ປະຊາຊົນເຄື່ອນໄຫວຢູ່ທ່າກ່ຳປັ່ນ ແມ່ນໜ້າທີ່ສຳຄັນ ແລະ ຮີບດ່ວນທີ່ສຸດ. ວຽກງານຝືກຊ້ອມ ປ້ອງກັນ, ຕ້ານກໍ່ການຮ້າຍຮັບປະກັນຄວາມໝັ້ນຄົງໃນການເດີນເຮືອ ຢູ່ບັນດາທ່າກ່ຳປັ່ນທະເລ ກໍ່ແມ່ນໜ້າທີ່ສຳຄັນ. ພິເສດ, ປີນີ້, APEC ຈັດຕັ້ງຢູ່ນະຄອນ ດ່ານັ້ງ, ວຽກງານຮັບປະກັນຄວາມປອດໄພໃຫ້ແກ່ທ່າກ່ຳປັ່ນທະເລເວົ້າສະເພາະ ແລະ ພາກພື້ນເວົ້າລວມແມ່ນແຖວໜ້າ ແລະ ພວກຂ້າພະເຈົ້າ ເລືອກເຟັ້ນ ດ່ານັ້ງ ແມ່ນສະຖານທີ່ເພື່ອຈັດຕັ້ງການຝຶກຊ້ອມ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ G20 ຈະອອກຖະແຫຼງການຮ່ວມ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ອາເມລິກາ

ກອງປະຊຸມສຸດຍອດ G20 ຈະອອກຖະແຫຼງການຮ່ວມ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ອາເມລິກາ

ກອງປະຊຸມ G20 ປີ 2025 ມີຫົວຂໍ້ “ສາມັກຄີ, ສະເໝີພາບ ແລະ ການພັດທະນາແບບຍືນຍົງ”, ຈັດຂຶ້ນແຕ່ວັນທີ 22 – 23 ພະຈິກ, ຢູ່ນະຄອນ Johannesburg ຂອງ ອາຟະລິກາໃຕ້.

Top