• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນໍາບັນດາປະເທດສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນໍາພັກ, ລັດ, ລັດຖະບານ, ປະຊາຊົນຫວຽດນາມ ແລະ ຄອບຄົວທ່ານອະດີດປະທານປະເທດ ເລດຶກແອັງ

      ໂດຍໄດ້ຮັບຂ່າວ ທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ ເຖິງແກ່ມໍລະນະກໍາ, ການນໍາບັນດາປະເທດ ອິນເດຍ, ສປປ.ເກົາຫຼີ, ສະຫະລັດ ອາຣັບ ເອັມມີເລດ (UAE), ລາຊະອານາຈັກ ໂອມານ, ຍີ່ປຸ່ນ ໄດ້ສົ່ງສານ ແລະ ຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນໍາພັກ, ລັດ, ລັດຖະບານ, ປະຊາຊົນຫວຽດນາມ ແລະ ຄອບຄົວທ່ານອະດີດປະທານປະເທດຫວຽດນາມ, ພົນເອກ ເລດຶກແອັງ.
            ທ່ານ Ram Nath Covind ປະທານາທິບໍດີ ອິນເດຍ, ທ່ານ Choe Ryong Hae ປະທານຄະນະປະຈໍາສະພາປະຊາຊົນສູງສຸດ ສປປ.ເກົາຫຼີ, ທ່ານ Khalifa Bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບເອັມມີເລດ... ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ.
        ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ.
        ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ, ອີຣານ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ.
ວັນທີ 03 ພຶດສະພາ, ບັນດາຄະນະຜູ້ແທນຂັ້ນສູງຕ່າງປະເທດ, ເອກອັກຄະລັດຖະທູດ, ທູຕານຸທູດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ໄດ້ມາໄວ້ອາໄລ ອະດີີດປະທານປະເທດ, ພົນເອກ ເລດຶກແອັງ. ໃນນັ້ນ ລວມມີ: ຄະນະຜູ້ແທນຂັ້ນສູງລາຊະອານາຈັກ ກໍາປູເຈຍ; ຄະນະຜູ້ແທນຂັ້ນສູງ ສປປ.ລາວ; ຄະນະຜູ້ແທນຂັ້ນສູງ ກູບາ; ຄະນະຜູ້ແທນຂັ້ນສູງ ຍີ່ປຸ່ນ...
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top