• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳໂຮ່ຈີມິນຕອບບຸນແທນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ

ນີ້ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອໃນໂອກາດບຸນເຕັດວຽນມາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ.
ການນຳຖະຫວາຍດອກໄມ້ບູຊາອາໄລຫາຢູ່ສຸສານນະຄອນໂຮ່ຈີມິນ. (ພາບ: hcmcpv.org.vn)

ເນື່ອງໃນໂອກາດບຸນເຕັດປີສະຫຼູ 2021, ຕອນເຊົ້າວັນທີ 08 ກຸມພາ (ກົງກັບວັນທີ 27 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ຄະນະການນຳຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ນຳໜ້າ, ໄດ້ໄປຖະຫວາຍທູບທຽນ, ດອກໄມ້ບູຊາອາໄລຫາຢູ່ສຸສານນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດນະຄອນໂຮ່ຈີມິນ, ສຸສານນະຄອນໂຮ່ຈີມິນ. ນີ້ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອໃນໂອກາດບຸນເຕັດວຽນມາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ.

        ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ກໍ່ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ເບັ໊ນເຢືອກ, ເມືອງ ກຸຈີ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top