• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ,ລັດໄປຢ້ຽມຢາມ ແລະ ອວຍພອນບຸນເຕັດຢູ່ທ້ອງຖິ່ນຈຳນວນຫນຶ່ງ


ທ່ານ ຟ້າມ​ມີງ​ຈິງ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງມອບ​ຂອງ​ຂວັນ​ໃຫ​້
ພະ​ນັກ​ງານ, ນັກ​ຮົບ
 
      ວັນ​ທີ 22/1, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ໂດຍ ທ່ານ ຟ້າມ​ມີງ​ຈິງ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ນ​ຳ​ຫນ້າ ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນບ​ຸ​ນ​ເຕັດ​ບັນ​ດາ​ຫົວ​ຫນ່ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ, ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ແມ່​ຫວຽດ​ນາມ ວິ​ລະ​ຊົນ​ຢູ່​ບໍ​ລິ​ເວນ​ແຂວງ ກວ໋າງ​ນາມ. ເນື່ອງ​ໃນ​ໂອ​ກາດ​ປ​ີ​ໃຫມ່​ປີ​ລະ​ກາ 2017, ທ່ານ ຟ້າມ​ມີງ​ຈີງ ໄດ້​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ​ພະ​ນັກ​ງານ, ນັກ​ຮົບ​ຂອງ​ບັນ​ດາ​ຫົວ​ຫນ່ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ກວ໋າງ​ນາມ ແລະ ໄປ​ຖະ​ຫວາຍ​ທູ​ບ​ທຽນ​ອະ​ນຸ​ສາ​ວາ​ລີ​ແມ່​ຫວຽດ​ນາມ ວິ​ລະ​ຊົນ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ ແລະ ໄປ​ຢ້ຽມ​ຢາມ​ແມ່​ຫວຽດ​ນາມ ວິ​ລະ​ຊົນຢູ່​ນະ​ຄອນ ຕາມ​ກີ.
      ໃນ​ວັນ​ດຽວ​ກັນ, ທ່ານ ຫວໍ​ວັນ​ເຖືອງ, ຫົວ​ຫນ້າ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ​ປີ​ລະ​ກາ 2017 ບັນ​ດາ​ຄອບ​ຄົວ​ຂອງ​ພະ​ນັກ​ງານ​ໂຄ​ສະ​ນາ​ສຶກ​ສາ, ຄອບ​ຄົວ​ບັນ​ດາ​ນັກ​ດົນ​ຕີ ຢູ່ ແຂວງ​ດົງ​ນາຍ ແລະ ນະ​ຄອນ​ໂຮ່​ຈິ​ມີງ. 
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top