• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳບັນດາປະເທດສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ສປປ ລາວ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

ໃນໂທລະເລກສົ່ງເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄອບຄົວທ່ານປະທານປະເທດ ເຈິ່ນດ້າຍກວາງ ໃນວັນທີ 21 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຢັ້ງຢືນວ່າ: ທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນເພື່ອນມິດສະໜິດສະໜົມຂອງປະຊາຊົນຈີນ, ມີການເພີ່ມພູນຄູນສ້າງໃນການສືບທອດ ແລະ ພັດທະນາການພົວພັນມິດຕະພາບ ຫວຽດນາມ - ຈີນ, ຕັ້ງໜ້າຊຸກຍູ້ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

        ວັນທີ 21 ກັນຍາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງປະຊາຊົນ ຫວຽດນາມ, ຄອບຄົວ ແລະ ເພື່ອນມິດຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ. ທ່ານປະທານາທິບໍດີ Putin ໄດ້ຍ້ອງຍໍການປະກອບສ່ວນຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບລັດເຊຍ, ກໍ່ຄືການຮ່ວມມືສອງຝ່າຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຫຼາຍຂົງເຂດ.

        ແລະກໍ່ໃນວັນທີ 21 ກັນຍາ, ຫ້ອງການສື່ມວນຊົນຂອງທຳນຽບຂາວໄດ້ປະກາດຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ, ໃນນັ້ນທ່ານປະທານາທິບໍດີ Donald Trump ໄດ້ຕາງໜ້າໃຫ້ປະຊາຊົນ ອາເມລິກາ ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວ, ຍາດຕິພີ່ນ້ອງຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ປະຊາຊົນ ຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ສປປ ລາວ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

        ວັນທີ 21 ກັນຍາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານປະທານາທິບໍດີ ສ ເກົາຫຼີ Moon Jae - in ກໍ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງປະຊາຊົນ ຫວຽດນາມ ຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ.

        ລັດຖະບານບັນດາປະເທດພາກພື້ນ ອາເມລິກາ ລາຕິນ ຄື: ອາກຊັງຕິນ, ເວເນຊູເອລາ, ເມັກຊິກໂກ, ບຣາຊິນ ກໍ່ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ເຊັ່ນດຽວກັນ.

(​ແຫຼ່ງຄັດ​ຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top