• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງວິທະຍາສາດແລະເຕັກໂນໂລຊີຮ່ວມເດີນທາງກັບບັນດາທ້ອງຖິ່ນຊຸກຍູ້ວິທະຍາສາດແລະເຕັກໂນໂລຊີ


ທ່ານ ຈູ​ງອກ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ
ພາບ:​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ

      ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​​ກັບບັນ​ດາ​ທ້ອງ​ຖິ່ນ​ເພື່ອ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ, ຂໍ້​ຈຳ​ກັດ, ພ້ອມ​ທັງ​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ​ໃນ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ເພື່ອ​ຊຸກ​ຍູ້​ການ​ເຄື່ອນ​ໄຫວນີ້​ໃຫ້​ແຂງ​ແຮງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຈູ​ງອກ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ທີ່ກອງ​ປະ​ຊຸມ​ຫົວ​ຫ​ນ້າ​ພະ​ແນກວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ປີ 2017 ຫາ​ກໍ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ໃນ​ວັນ​ທີ 15/4. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ ກໍ່​ໄດ້​ສະ​ເຫ​ນີ​ບາງ​ມາດ​ຕະ​ການ ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃນ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຢູ່ ທ້ອງ​ຖິ່ນ, ການ​ບຸ​ລິ​ມະ​ສິດ​ບັນ​ດາ​ຫ​ນ້າ​ທີ່​ມີ​ລັກ​ສະ​ນະ​ລະ​ຫວ່າງ​ແຂວງ, ເຂດ, ຂະ​ແຫນງ. ຄຽງ​ຄູ່​ກັນ​ນັ້ນ ຄວນ​ມີ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ສຳ​ລັບ​ບັນ​ດາ​ໂຄງ​ການ​ມີ​ເຕັກ​ໂນ​ໂລ​ຊີ​ກ້າວ​ຫ​ນ້າ​ທັນ​ສະ​ໄຫມ, ເຕັກ​ໂນ​ໂລ​ຊີ​ສູງ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ບັນ​ດາ​ແຫລ່ງ​ຊັບ​ພະ​ຍາ​ກອນ, ບໍ່​ແຮ່, ທີ່​ດິນ ຢ່າງ​ມີ​ປະ​ສິດ​ທິ​ຜົນ.
 (ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ”

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ ແທ້ໆ” ແມ່ນ​ຜະ​ລິດ​ຕະ​ພັນຫຼ້າ​ສຸດ ໂດຍ​ໂຮງ​ລະ​ຄອນຟ້ອນ​ລຳ ທັງ​ລອງ ໄດ້​ແນະ​ນຳ​ເຖິງ​ມະ​ຫາ​ຊົນ ໃນ​ຕອນ​ຄ່ຳ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ໂຮງ​ລະ​ຄອນ​ຟ້ອນ​ລຳ ທັງ​ລອງ (ຮ່າ​ໂນ້ຍ). ​

Top