• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະກຽມແຫຼ່ງສິນຄ້າທີ່ຈຳເປັນ, ຮັບປະກັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ຫຼາຍທ້ອງຖິ່ນໄດ້ສ້າງບັນດາແຜນການລະອຽດ ເພື່ອຮັບປະກັນແຫຼງສະໜອງສິນຄ້າທີ່ຈຳເປັນ ເພື່ອຮັບມືກັບໂລກລະບາດໂຄວິດ-19 ໃນທຸກສະພາບການ.
(ບັນດາຮ້ານຊັບພະສິນຄ້າ ໄດ້ເປັນເຈົ້າການເພີ່ມຈຳນວນສິນຄ້າສະສົມໄວຂຶ້ນແຕ່ 30-50%)

ໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນນັ້ນ, ຫຼາຍທ້ອງຖິ່ນໄດ້ສ້າງບັນດາແຜນການລະອຽດ ເພື່ອຮັບປະກັນແຫຼງສະໜອງສິນຄ້າທີ່ຈຳເປັນ ເພື່ອຮັບມືກັບໂລກລະບາດໂຄວິດ-19 ໃນທຸກສະພາບການ.

ພະແນກອຸດສາຫະກຳ ແລະ ການຄ້າແຂວງ ວິ້ງຟຸກ ໄດ້ເຮັດວຽກກັບບັນດາຕະຫຼາດ, ຮ້ານສັບພະສິນຄ້າໃນບໍລິເວນແຂວງກ່ຽວກັບວຽກງານຮັບປະກັນສິນຄ້າ. ປະຈຸບັນ, ບັນດາຫົວໜ່ວຍໄດ້ໃຫ້ຄຳໝັ້ນສັນຍາສະໜອງສິນຄ້າຢ່າງພຽງພໍ ໃຫ້ແກ່ຄວາມຕ້ອງການບໍລິໂພກຂອງປະຊາຊົນ ຕໍ່ໜ້າສະພາບຜັນແປໃໝ່ຂອງໂລກລະບາດ.

ຢູ່ນະຄອນ ໂຮ່ຈີມິນ, ສະພາບສິນຄ້າເປັນປົກກະຕິ, ແຫຼ່ງສະໜອງສິນຄ້າເຫຼືອລົ້ນ, ລາຄາບໍ່ມີການເໜັງຕິງ. ພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ສະເໜີໃຫ້ບັນດາຫົວໜ່ວຍ ຈົ່ງຮີບຮັ່ງບັນດາການເຄື່ອນໄຫວຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ-19, ໃນນັ້ນຮຽກຮ້ອງຕ້ອງຮັບປະກັນສິນຄ້າທຸກປະເພດຢ່າງຄົບຖ້ວນຄື: ນ້ຳມັນ, ທັນຍາຫານ, ສະບຽນອາຫານທີ່ຈຳເປັນ, ຜ້າອັດປາກ-ອັດດັງ, ຢາຂ້າເຊື້ອ…

ສ່ວນຢູ່ຮ່າໂນ້ຍ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຮ່າໂນ້ຍ ໄດ້ສ້າງຕັ້ງຄະນະກວດກາສະພາບການສະໜອງ ແລະ ຈຳໜ່າຍສິນຄ້າໃນບໍລິເວນ. ປະຈຸບັນ, ຮ່າໂນ້ຍ ໄດ້ກະກຽມສິນຄ້າ 17 ປະເພດ ດ້ວຍມູນຄ່າ 194.000 ຕື້ດົ່ງ ເພື່ອຮັບປະກັນແຫຼ່ງສະໜອງສິນຄ້າ, ຮັບໃຊ້ປະຊາຊົນເພື່ອການປ້ອງກັນ, ຕ້ານໂລກລະບາດໃນລະດັບສູງສຸດ. ສ່ວນບັນດາຮ້ານຊັບພະສິນຄ້າ ໄດ້ເປັນເຈົ້າການເພີ່ມຈຳນວນສິນຄ້າສະສົມໄວຂຶ້ນແຕ່ 30-50%.

(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top