• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອ​າ​ຊ​ຽນ - ລັດ​ເຊ​ຍ ແລະ ກອງ​ປະ​ຊ​ຸມ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ອ​າ​ຊຽນ - ນິ​ວ​ຊີ​ແລນ

ກໍ່ໃນວັນທີ 31 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ -ລັດເຊຍ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ນິວຊີແລນ.


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ນິວຊີແລນ (ພາບ: TTXVN)

ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ລັດເຊຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືຮອບດ້ານໃນບັນດາເສົາຄ້ຳການຮ່ວມມື, ສຸມໃສ່ເຂົ້າບາງຂົງເຂດບຸລິມະສິດຄືຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມປອດໄພດ້ານອິນເຕີແນັດ, ເພີ່ມທະວີການແລກປ່ຽນດ້ານການຄ້າ, ການລົງທຶນ…

        ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ນິວຊີແລນ, ບັນດາປະເທດ ອາຊຽນ ໄດ້ຊົມເຊີຍ ນິວຊີແລນ ເມື່ອຜັນຂະຫຍາຍຍຸດທະສາດກ່ຽວກັບມະນຸດ ແລະ ຍຸດທະສາດວັດທະນາຖາວອນ ເພື່ອແນໃສ່ຊຸກຍູ້ການພົວພັນທີ່ສະໜິດແໜ້ນກັບ ອາຊຽນ. ສອງຟ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບາງຂົງເຂດໃໝ່ຄືພັດທະນາພະລັງງານຜະລິດຄືນໃໝ່, ພັດທະນາພື້ນຖານໂຄງລ່າງ, ເຊື່ອມຕໍ່ການຂົນສົ່ງທາງອາກາດ, ການລົງທຶນ, ເສດຖະກິດດີຈີຕອນ, ການກະເສດ, ການປະມົງ…

        ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຈະຕັ້ງໜ້າພ້ອມກັບບັນດາປະເທດ ອາຊຽນ ເປີດ ກ້ວາງ ແລະ ເຮັດໃຫ້ການພົວພັນຮ່ວມມືໃນຫຼາຍດ້ານເລິກເຊິ່ງກ່ວາອີກ, ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ອາຊຽນ ກັບ ລັດເຊຍ ແລະ ກັບ ນິວຊີແລນ. ທ່ານຮອງນາຍົກລັດຖະມົນຕີກໍ່ແບ່ງປັນຄວາມວິຕົກກັງວົນຂອງ ຫວຽດນາມ ກ່ຽວກັບການຜັນແປຢ່າງສັບສົນໃນພື້ນທີ່ຕົວຈິງຢູ່ທະເລຕາເວັນອອກ. ບັນດາປະເທດຮັບຮູ້ຄວາມວິຕົກກັງວົນຂອງ ຫວຽດນາມ, ເຫັນດີເປັນເອກະພາບວ່າຕ້ອງຖືກົດໝາຍສາກົນ ແລະ ການປະຕິບັດຕາມເປັນສຳຄັນ, ຄວາມອົດກັ້ນ, ບໍ່ມີການກະທຳເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ມີຜົນປະໂຫຍດໃຫ້ແກ່ບັນດາຄວາມມານະພະຍາຍາມໃນການ ສົນທະນາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ສະໜັບສະໜູນຫຼັກໝັ້ນ, ຫຼັກການ ແລະ ບົດບາດ ຂອງອາຊຽນ ໃນການປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top