• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຮັບ​ຜິດ​ຊອບ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 29 ທາງ​ອອນ​ລາຍ

ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ອັບເດດກ່ຽວກັບຄວາມຄືບໜ້າ, ໝາກຜົນການປະຕິບັດບັນດາບຸລິມະສິດຂອງ ຕົນໃນປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ. ໃນນັ້ນ ຫວຽດນາມ ໄດ້ ແລະ ພວມປະຕິບັດບັນດາການເຄື່ອນໄຫວຕາມແຜນການ ແລະ ຮັບປະກັນບັນດາໝາກຜົນ ດ້ວຍການສະໜັບສະໜູນ, ມີຄວາມເຫັນດີເຫັນພ້ອມສູງຈາກບັນດາປະເທດສະມາຊິກອາຊຽນ.

ກອງປະຊຸມ ເຈົ້າໜ້າທີ່ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (SOCA) ຄັ້ງທີ 29 ທາງອອນລາຍ (ພາບ: molisa.gov.vn.)

ຕອນເຊົ້າວັນທີ 5 ພະຈິກ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບຄະນະເລຂາ ອາຊຽນ ຈັດຕັ້ງກອງປະຊຸມ ເຈົ້າໜ້າທີ່ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (SOCA) ຄັ້ງທີ 29 ທາງອອນລາຍ, ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກອາຊຽນ, ທ່ານຮອງເລຂາທິການໃຫຍ່ອາຊຽນ ຜູ້ຮັບຜິດຊອບ ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ, ຄະນະຜູ້ແທນບັນດາປະເທດ ສະມາຊິກ ອາຊຽນ ແລະ ຄະນະເລຂາທິການອາຊຽນ.

ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ອັບເດດກ່ຽວກັບຄວາມຄືບໜ້າ, ໝາກຜົນການປະຕິບັດບັນດາບຸລິມະສິດຂອງ ຕົນໃນປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ. ໃນນັ້ນ ຫວຽດນາມ ໄດ້ ແລະ ພວມປະຕິບັດບັນດາການເຄື່ອນໄຫວຕາມແຜນການ ແລະ ຮັບປະກັນບັນດາໝາກຜົນ ດ້ວຍການສະໜັບສະໜູນ, ມີຄວາມເຫັນດີເຫັນພ້ອມສູງຈາກບັນດາປະເທດສະມາຊິກອາຊຽນ ແລະ ໄດ້ຮັບການໜູນຊ່ວຍຈາກຄະນະອາຊຽນ. ພິເສດຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ໂລກທີ່ພວມມີການປ່ຽນແປງໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ ຖະແຫຼງການຮ່າໂນ້ຍກ່ຽວກັບການຊຸກຍູ້ວຽກງານສັງຄົມມຸ່ງໄປເຖິງປະຊາຄົມອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ຫວຽດນາມພວມປະຕິບັດໃຫ້ສຳເລັດເພື່ອຍືນສະເໜີຕໍ່ກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ທີ່ຄາດວ່າຈະດຳເນີນໃນກາງເດືອນ ພະຈິກ 2020.

(ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top