• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ທັບ ຫວຽດ​ນາມ ແລະ ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​​ການ​ເມືອງ​ພາຍ​ໃນ​

ວັນທີ 13 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນຕີ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ, ຫົວໜ້າກົມປ້ອງກັນພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ ພົນຕີ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ, ຫົວໜ້າກົມປ້ອງກັນພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ (ພາບ: TTXVN)

ນະທີ່ນີ້, ທ່ານ ພົນຕີ ເຈິ່ນກວາງເຟືອງ ໄດ້ສະເໜີໃຫ້ບັນດາກົມກອງຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມປ້ອງກັນພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຈົ່ງເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານເສນາທິການ, ສະເໜີກັບການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນ ສອງປະເທດເພື່ອປ້ອງກັນ, ຄົ້ນພົບ, ຕໍ່ສູ້, ສະກັດກັ້ນຕໍ່ບັນດາກົນອຸບາຍ,ເລ່ລ່ຽມ, ການເຄື່ອນໄຫວມ້າງເພທຳລາຍພາຍໃນຂອງບັນດາອິດທິກໍາລັງເປັນ ປໍລະປັກຢ່າງມີປະສິດທິຜົນ. ທ່ານພົນຕີ ເຈິ່ນກວາງເຟືອງ ໄດ້ຢັ້ງຢືນວ່າ ການນຳກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການເພີ່ມທະວີການຮ່ວມມື, ປະຕິບັດສຳເລັດໜ້າທີ່ວຽກງານຂອງແຕ່ລະຝ່າຍໃຫ້ເປັນຢ່າງດີ, ຜ່ານນ້ັນປະກອບສ່ວນເຮັດໃຫ້ການພົວພັນອັນດີງາມລະຫວ່າງສອງປະເທດ, ສອງກອງທັບເລິກເຊິ່ງກ່ວາອີກ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top