
ກອງປະຊຸມເຈົ້າໜ້າທີ່ອາວຸໂສຂັ້ນສູງ (SOM) ອາຊຽນ - ລັດເຊຍ ຄັ້ງທີ 14
(ພາບ: ຮົ່ງແອງ, ກະຊວງການຕ່າງປະເທດ ຫວຽດນາມ)
ໃນລະຫວ່າງວັນທີ 28 – 29/3, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສຂັ້ນສູງ (SOM) ອາຊຽນ - ລັດເຊຍ ຄັ້ງທີ 14 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Igor Morgulov, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ແລະ ທ່ານ ທອງພັນ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ. ສອງຝ່າຍໄດ້ຮັບຮູ້ບັນດາໝາກຜົນຕັ້ງໜ້າໃນເບື້ອງຕົ້ນດ້ວຍຫຼາຍໂຄງການຮ່ວມມືທີ່ໄດ້ຜັນຂະຫຍາຍໃນບັນດາຂົງເຂດ. ລັດເຊຍ ຕີລາຄາວ່າ ອາຊຽນ ແມ່ນອົງການພາກພື້ນບັນລຸຜົນສຳເລັດ, ມີຫຼາຍແງ່ຫວັງ ແລະ ປາດຖະໜາຢາກເຫັນ ອາຊຽນ ສາມັກຄີ, ສະຖຽນລະພາບ, ວັດທະນາຖາວອນ ແລະ ມີບົດບາດໃຈກາງໃນໂຄງປະກອບພາກພື້ນ ອາຊີ ປາຊີຟິກ. ບັນດາປະເທດ ອາຊຽນ ຫວັງວ່າ ລັດເຊຍ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືໜູນຊ່ວຍ ອາຊຽນ ໃນວິວັດການກໍ່ສ້າງປະຊາຄົມ ແລະ ເພີ່ມທະວີທີ່ຕັ້ງບົດບາດຂອງ ອາຊຽນ ຢູ່ ພາກພື້ນ ແລະ ຢູ່ໃນໂລກ.(ພາບ: ຮົ່ງແອງ, ກະຊວງການຕ່າງປະເທດ ຫວຽດນາມ)
ທີ່ກອງປະຊຸມ, ທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນ ອາຊຽນ - ລັດເຊຍ ທີ່ເຄີຍໄດ້ຮັບການສ້າງຕັ້ງບົນພື້ນຖານນ້ຳໃຈມິດຕະພາບ ແລະ ຄວາມຕ້ອງການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)