• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ SOM ASEAN ຢູ່ລາວປຶກສາຫາລືຫຼາຍບັນຫາສຳຄັນ

ຮູບຖ່າຍຈາກກອງປະຊຸມ
(ພາບ: Phm Kiên/ນັກຂ່າວTTXVNປະຈຳລາວ
       ວັນ​ທີ 26/2, ຢູ່​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ອາ​ຊຽນ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ຫົວໜ້າ SOM ASEAN ຂອງ 10 ປະ​ເທດ​ພາຄີ, ຜູ້ຕາງໜ້າ​ຄະນະ​ເລຂາ ອາ​ຊຽນ. ຄະນະຜູ້​ແທນ ຫວຽດນາມ ​ໂດຍ​ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ​ເປັນ​ຫົວໜ້າ​ຄະນະ.
        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລາວ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ກອງ​ປະຊຸມ​​ແມ່ນ​ເພື່ອ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ວົ​ງ​ແຄບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຈັດ​ຕັ້ງ​ໃນ​ວັນ​ທີ 27/2​. ​ໃນ​ໜຶ່ງ​ວັນ​ດຳ​​ເນີນ​ກອງ​ປະຊຸມ, ບັນດາ​ເຈົ້າ​ໜ້າ​ທີ່ SOM ASEAN ປຶກສາ​ຫາລື​ຫຼາຍ​ບັນຫາ​ສຳຄັນ, ພິ​ເສດ​ແມ່ນ​ວິທີ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ປະຕິບັດ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ 2025 ຢ່າງ​ມີ​ປະ​ສິດທິ​ຜົນ, ລວມມີ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ສັງ​ລວມປະຊາ​ຄົມ​ການ​ເມືອງ ອາ​ຊຽນ ກໍ່​ຄື​ບັນດາ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ມື, ຄູ່​ເຈລະຈາ ອາ​ຊຽນ. ກອງ​ປະຊຸມ​ກໍ​ປະກາດ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​​ແຜນການ​ເຊື່ອມ​ຕໍ່ ອາ​ຊຽນ ພາຍຫຼັງ​ປີ 2015​ ​ແລະ ກະກຽມ​ໃຫ້​​ແກ່​ຂໍ້​ລິ​ເລີ່​ມ​ເຊື່ອມ​ຕໍ່ ອາ​ຊຽນ ​ໄລຍະ 3.
 (​ແຫຼ່ງຄັດ​ຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top