• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ຈະເລືອກເອົາພະນັກງານດີເດັ່ນເພື່ອນຳພາປະເທດຊາດ

ກອງປະຊຸມໃຫຍ່ສືບຕໍ່ພິຈາລະນາກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 13.
ກອງປະຊຸມໃຫຍ່ໄດ້ປຶກສາຫາລື ແລະ ລົງມະຕິຮັບຮອງເອົາຈຳນວນກຳມະການສູນກາງພັກຊຸດທີ 13 ລວມ 200 ທ່ານ. (ພາບປະກອບ: TTXVN)

ວັນທີ 29 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກ້າວເຂົ້າສູ່ມື້ເຮັດວຽກທີ 4. ກອງປະຊຸມໃຫຍ່ສືບຕໍ່ພິຈາລະນາກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 13.

        ກ່ອນໜ້ານັ້ນ, ທີ່ກອງປະຊຸມໃນຕອນບ່າຍວັນທີ 28 ມັງກອນ, ກອງປະຊຸມໃຫຍ່ໄດ້ເຮັດວຽກຢູ່ຫໍປະຊຸມກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 13. ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ຕາງໜ້າຄະນະປະທານອ່ານບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 13. ກອງປະຊຸມໃຫຍ່ໄດ້ປຶກສາຫາລື ແລະ ລົງມະຕິຮັບຮອງເອົາຈຳນວນກຳມະການສູນກາງພັກຊຸດທີ 13 ລວມ 200 ທ່ານ, ລວມມີກຳມະການສູນກາງພັກທາງການ 180 ທ່ານ ແລະ ກຳມະການສູນກາງພັກສຳຮອງ 20 ທ່ານ. ຫຼັງຈາກນັ້ນ, ບັນດາຜູ້ແທນໄດ້ປຶກສາຫາລືຢູ່ຄະນະກ່ຽວກັບເນື້ອໃນດັ່ງກ່າວ.

        ກ່ຽວຂ້ອງເຖິງວຽກງານປຸກຄະລາກອນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານ ໂຮ່ວັນມຶ່ງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກແຂວງ ແຄ໊ງຮ່ວາ, ໃຫ້ຮູ້ວ່າ.

        “ບຸກຄະລາກອນທີ່ສະເໜີແມ່ນບັນດາຜູ້ແທນດີເດັ່ນ ແລະ ກອງປະຊຸມໃຫຍ່ຈະເລືອກເອົາບັນດາຜູ້ແທນດີເດັ່ນທີ່ສຸດເພື່ອເຂົ້າໃນຄະນະບໍລິຫານງານສູນກາງພັກ. ຂ້າພະເຈົ້າມີຄວາມເຊື່ອໝັ້ນ ແລະ ຫວັງວ່າ ກອງປະຊຸມໃຫຍ່ຈະເລືອກເອົາບັນດາປຸກຄະລາກອນດີເດັ່ນເພື່ອນຳພາພັກ, ນຳພາປະເທດຊາດໃນໄລຍະຈະມາເຖິງ”.

        ທ່ານ ເຈິ່ງກົງທັ໊ງ, ປະທານຄະນະກຳມະການແນວໂຮມປະເທດຊາດແຂວງ ບັ໊ກຢາງ ເຊື່ອໝັ້ນວ່າ, ກອງປະຊຸມໃຫຍ່ຈະເລືອກເອົາໝູ່ຄະນະຄະນະບໍລິຫານງານສູນກາງພັກຊຸດທີ 13 ມີຄວາມສາມັກຄີຢ່າງແທດຈິງ, ເປັນຕົວແທນໃຫ້ພູມປັນຍາ, ກຳລັງຄວາມສາມາດ ແລະ ຄຸນນະທາດ, ແມ່ນຜູ້ຕາງໜ້າດີເດັ່ນທີ່ສຸດເພື່ອປະຕິບັດໜ້າທີ່ຂອງພັກມອບໝາຍໃຫ້.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top