ກອງປະຊຸມໃຫຍ່ ASOSAI 14 - ພະຍານຫຼັກຖານສະແດງໃຫ້ເຫັນການເຕີບໃຫຍ່ ແລະ ພັດທະນາຂອງອົງການກວດສອບແຫ່ງລັດຫວຽດນາມ
ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດ ອາຊີ ຄັ້ງທີ 14 (ASOSAI 14) ດ້ວຍຫົວຂໍ້ວ່າ “ກວດສອບສະພາບແວດລ້ອມ ເພື່ອການພັດທະນາແບບຍືນຍົງ” ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 19 - 22 ກັນຍາ ທີ່ຮ່າໂນ້ຍ ແລະແຂວງກວາງນິງ ຂອງຫວຽດນາມ.
ການຕັດແຖບຜ້າທີ່ພິທີເປີດສະຫຼອງສູນສື່ມວນຊົນ ASOSAI 14
ໃນນັ້ນ, ພິທີໄຂກອງປະຊຸມໃຫຍ່ ຈະຈັດຂຶ້ນໃນວັນທີ 19 ກັນຍາ ໂດຍມີການເຂົ້າຮ່ວມຂອງທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຜູ້ແທນ ຈໍານວນ 250 ຄົນ ທີ່ມາຈາກ 46 ອົງການກວດສອບສຸງສຸດຂອງບັນດາປະເທດ ອາຊີ .
ນີ້ແມ່ນເນື້ອໃນໂດຍອົງການກວດສອບແຫ່ງລັດໄດ້ຍົກອອກມາທີ່ການປະຊຸມຂ່າວ ກ່ຽວກັບວຽກງານສື່ຂ່າວ ກ່ຽວກັບ ASOSAI 14 ແລະ ພິທີເປີດສະຫຼອງສູນສື່ມວນຊົນ ASOSAI 14 ໃນວັນທີ 17 ກັນຍາ ທີ່ຮ່າໂນ້ຍ. ກ່າວຄໍາເຫັນທີ່ການປະຊຸມຂ່າວ, ທ່ານຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ ໂຮ່ດຶກເຝິກ ຢັ້ງຢືນວ່າ:
“ໂດຍເປັນຄັ້ງທໍາອິດເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ ASOSAI, ເຊິ່ງເປັນເຫດການ ການເມືອງ, ການຕ່າງປະເທດ ທີ່ມີຄວາມໝາຍສໍາຄັນນີ້ ແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງເຖິງການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງອົງການກວດສອບແຫ່ງລັດຫວຽດນາມ; ອັນໄດ້ເປັນການຢ້ັງຢືນທີ່ຕັ້ງ ແລະ ບົດບາດຂອງອົງການກວດສອບແຫ່ງລັດຫວຽດນາມໃນພາກພື້ນ ແລະ ໃນໂລກ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາແນະນໍາ, ໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ ທີ່ສະໜິດສະໜົົມ, ຂະຫຍັນຂັນເຄື່ອນ, ທັນສະໄໝ, ຮັກແພງແຂກຄົນ ສູ່ເພື່ອນມິດສາກົນ”.
ຜ່ານລາຍການດໍາເນີນງານທີ່ກອງປະຊຸມໃຫຍ່ຄັ້ງນີ້
, ASOSAI 14 ໄດ້ຍົກອອກສານ ແນໃສ່ຢັ້ງຢືນໃຫ້ເຫັນວ່າ ພາຍຫຼັງ 40 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ASOSAI ຍັງຄົງແມ່ນອົງການນໍາໜ້າໃນຂົງເຂດກວດສອບສາທາລະນະ, ການຄຸ້ມຄອງສາທາລະນະ. ພ້ອມກັນນັ້ນ, ASOSAI ຍາມໃດກໍຍູ້ແຮງການຮ່ວມມືລະຫວ່າງບັນດາສະມາຊິກ ແລະ ຂົງເຂດຢ່່າງບໍ່ຢຸດຢັ້ງ ເພື່ອແນໃສ່ປະຕິບັດບັນດາຂໍ້ລິເລີ່ມ ແລະ ມຸ່ງໄປເຖິງພື້ນຖານການເງິນ ເປັນປົກກະຕິ ແລະ ຍືນຍົງ..
(ແຫຼ່ງຄັດຈາກ VOV)