• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຮ່ວມມືລົງທຶນຫວຽດນາມ-ລາວ 2016


ການປະຊຸມຂ່າວແນະນຳກ່ຽວກັບ
ກອງປະຊຸມ​ຮ່ວມ​ມື​ລົງທຶນ​ຫວຽດນາມ-ລາວ 2016
(ພາບ: ອິນເຕີແນດ)
       “ກອງປະຊຸມ​ຮ່ວມ​ມື​ລົງທຶນ​ ຫວຽດນາມ-ລາວ 2016 “ ຈະ​ດຳ​ເນີນ​ໃນ​ລະຫວ່າງວັນ​ທີ 26 ​ແລະ 27/3 ຢູ່​ນະຄອນ ດ່າ​ນັ້ງ. ກອງປະຊຸມ​ຮ່ວມ​ມື​ລົງທຶນ​ ຫວຽດນາມ-ລາວ 2016 ຈະ​ສຸມ​ໃສ່​ເນື້ອ​ໃນ​ ທີ່​ມີ​ການກຳນົດ​ທິດ​ຮ່ວມ​ມື​ລົງທຶນ​ເຂົ້າ​ບັນດາ​ຂະ​ແໜງ, ຂົງ​ເຂດ, ສະຖານ​ທີ່​ເຊິ່ງຝ່າຍ ​ລາວ​ບຸລິ​ມາ​ສິດ​ດຶງ​ດູດ​ການ​ລົງທຶນ​ຈາກ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ບັນດາ​ນະ​ໂຍບາຍ​ພິ​ເສດ, ໜູນ​ຊ່ວຍ​ຂອງ​ລັດຖະບານ ​ລາວ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ ຫວຽດນາມ. ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ ​ຫວຽດນາມສຳຜັດ​ກັບ​ບັນດາ​​ໂຄງການ​ລົງທຶນ​ໃໝ່​ຢູ່​ ລາວ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ ​ແລະ ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ, ດ້ານ​ການ​ຄ້າ, ການທ່ອງທ່ຽວ, ຄົມມະນາຄົມ… ​ໃນ​ໄລຍະ​ຈະ​ມາ​ເຖິງ. ກອງ​ປະຊຸມ​ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ ພ້ອມ​ກັບ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ໜູນ​ຊ່ວຍ​ຂອງ​ລັດຖະບານ​ສອງ​ປະ​ເທດ, ​ເພື່ອ​ແນ​ໃສ່​ສ້າງ​ກະ​ແສ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ​ເຂົ້າ​ ລາວ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ.
        ມາ​ຮອດ​ປະຈຸ​ບັນ​ຍອດ​ຈຳນວນ​ເງິນ​ລົງທຶນ​ຂອງ​ ຫວຽດນາມ​ເຂົ້າ ​ລາວ​ແມ່ນ​ເກືອບ 5 ຕຶ້ USD.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top