• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ຈະດຳເນີນໃນວັນທີ 16 ມິຖຸນາ

      ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin ຈະດຳເນີນກອງປະຊຸມສຸດຍອດສອງຝ່າຍຄັ້ງທຳອິດໃນວັນທີ 16 ມິຖຸນາ ຢູ່ ສະວິດ ເພື່ອແນໃສ່ສ້າງປະຖົມປັດໄຈແກ່ສັງກາດໃໝ່ໃນການພົວພັນລະຫວ່າງ ອາເມລິກາ - ລັດເຊຍ.
ອາເມລິກາ Joe Biden  ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin (ພາບ: TTXVN)
      ວັນທີ 25 ພຶດສະພາ, ທຳນຽບຂາວ ໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin ຈະດຳເນີນກອງປະຊຸມສຸດຍອດສອງຝ່າຍຄັ້ງທຳອິດໃນວັນທີ 16 ມິຖຸນາ ຢູ່ ສະວິດ ເພື່ອແນໃສ່ສ້າງປະຖົມປັດໄຈແກ່ສັງກາດໃໝ່ໃນການພົວພັນລະຫວ່າງ ອາເມລິກາ - ລັດເຊຍ.
            ຝ່າຍ ອາເມລິກາ ໃຫ້ຮູ້ວ່າ, ໃນກອງປະຊຸມສຸດຍອດດັ່ງກ່າວ, ການນຳສອງປະເທດ ຈະປຶກສາຫາລືກ່ຽວກັບບັນດາບັນຫາທີ່ຮີບດ່ວນໃນປັດຈຸບັນ, ໃນສະພາບການທີ່ສອງຝ່າຍພວມຊອກຫາວິທີຟື້ນຟູສະຖຽນລະພາບ ແລະ ອາດຈະຄາດຄະເນລ່ວງໜ້າ ແກ່ການພົວພັນລະຫວ່າງ ອາເມລິກາ - ລັດເຊຍ. ສ່ວນທ່ານໂຄສົກວັງ Kremlin Dmitry Peskov ຖືວ່າ ການນຳ ລັດເຊຍ ແລະ ອາເມລິກາ ຕ້ອງປຶກສາຫາລືກ່ຽວກັບການຮ່ວມມືໃນບັນຫາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ສ້າງສະຖຽນລະພາບທາງດ້ານນິວເຄຼຍ ຍຸດທະສາດ ເຊິ່ງເປັນບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top