• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາ“ຍຸດທະສາດພັດທະນາອຸດສາຫະກຳຜະລິດຕະພັນການຢາຫວຽດນາມວິໄສທັດຮອດປີ2035”

      ໃນຂອບເຂດເວທີປາໄສເສດຖະກິດຫວຽດນາມ 2017, ຕອນບ່າຍວັນທີ 27 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງໄດ້ສົມທົບກັບກະຊວງສາທາລະນະສຸກ ແລະ ສະຖານທູດອົດສະຕາລີ ປະຈຳຫວຽດນາມ ຈັດກອງປະຊຸມສຳມະນາຫົວເລື່ອງສະເພາະ “ຍຸດທະສາດພັດທະນາອຸດສາຫະກຳຜະລິດຕະພັນການຢາຫວຽດນາມ ວິໄສທັດຮອດປີ 2035”.

(ພາບປະກອບອີນເຕີແນັດ)
      ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ເຫັນດີນຳກັນໂດຍຖືວ່າ, ຂະແໜງອຸດສາຫະກຳຜະລິດຕະພັນການຢາຂອງຫວຽດນາມ ໃນປະຈຸບັນພວມປະສົບກັບຄວາມຫຍຸ້ງຍາກສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນບັນຫາງົບປະມານແຫ່ງລັດ ທີ່ລົງທຶນໃຫ້ຂະແໜງການຢາ, ບັນຫາແຈກຢາຍຢາ ແລະ ເລື່ອງຕ້ອງອາໄສແຫຼ່ງວັດຖຸດິບການຢານຳເຂົ້າເປັນສ່ວນຫຼາຍ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສະເໜີວ່າ: ຕ້ອງມີການຕີລາຄາຢ່າງລະອຽດຂອງສະພາບການໃນຂະແໜງອຸດສາຫະກຳຜະລິດຕະພັນການຢາຢູ່ ຫວຽດນາມ; ເປັນເອກະພາບບັນດາມາດຕະການແກ້ໄຂກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ແຫຼ່ງທຶນ, ວິທະຍາສາດເຕັກໂນໂລຊີ… ບັນດາຜູ້ແທນກໍສະໜີແນະບາງກົນໄກ, ນະໂຍບາຍເພື່ອແນໃສ່ຍົກສູງຜະລິດທິຜົນການດຶງດູດການລົງທຶນເພື່ອປະຕິບັດເປົ້າໝາຍ ຫວຽດນາມ ໃຫ້ກາຍເປັນສູນຜະລິດຜະລິດຕະພັນການຢາຂອງພາກພື້ນວິໄສທັດຮອດປີ 2035.
 (ແຫຼ່ງຄັດຈາກ VOV)
 

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top