ຂ່າວສານ

ກອງປະຊຸມສຳມະນາ“ຍຸດທະສາດພັດທະນາອຸດສາຫະກຳຜະລິດຕະພັນການຢາຫວຽດນາມວິໄສທັດຮອດປີ2035”

      ໃນຂອບເຂດເວທີປາໄສເສດຖະກິດຫວຽດນາມ 2017, ຕອນບ່າຍວັນທີ 27 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງໄດ້ສົມທົບກັບກະຊວງສາທາລະນະສຸກ ແລະ ສະຖານທູດອົດສະຕາລີ ປະຈຳຫວຽດນາມ ຈັດກອງປະຊຸມສຳມະນາຫົວເລື່ອງສະເພາະ “ຍຸດທະສາດພັດທະນາອຸດສາຫະກຳຜະລິດຕະພັນການຢາຫວຽດນາມ ວິໄສທັດຮອດປີ 2035”.

(ພາບປະກອບອີນເຕີແນັດ)
      ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ເຫັນດີນຳກັນໂດຍຖືວ່າ, ຂະແໜງອຸດສາຫະກຳຜະລິດຕະພັນການຢາຂອງຫວຽດນາມ ໃນປະຈຸບັນພວມປະສົບກັບຄວາມຫຍຸ້ງຍາກສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນບັນຫາງົບປະມານແຫ່ງລັດ ທີ່ລົງທຶນໃຫ້ຂະແໜງການຢາ, ບັນຫາແຈກຢາຍຢາ ແລະ ເລື່ອງຕ້ອງອາໄສແຫຼ່ງວັດຖຸດິບການຢານຳເຂົ້າເປັນສ່ວນຫຼາຍ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສະເໜີວ່າ: ຕ້ອງມີການຕີລາຄາຢ່າງລະອຽດຂອງສະພາບການໃນຂະແໜງອຸດສາຫະກຳຜະລິດຕະພັນການຢາຢູ່ ຫວຽດນາມ; ເປັນເອກະພາບບັນດາມາດຕະການແກ້ໄຂກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ແຫຼ່ງທຶນ, ວິທະຍາສາດເຕັກໂນໂລຊີ… ບັນດາຜູ້ແທນກໍສະໜີແນະບາງກົນໄກ, ນະໂຍບາຍເພື່ອແນໃສ່ຍົກສູງຜະລິດທິຜົນການດຶງດູດການລົງທຶນເພື່ອປະຕິບັດເປົ້າໝາຍ ຫວຽດນາມ ໃຫ້ກາຍເປັນສູນຜະລິດຜະລິດຕະພັນການຢາຂອງພາກພື້ນວິໄສທັດຮອດປີ 2035.
 (ແຫຼ່ງຄັດຈາກ VOV)
 

top