• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 75 ຮັບຮອງເອົາມະຕິວ່າດ້ວຍການຮ່ວມມື ລະຫວ່າງ ອາຊຽນ - ສປຊ

      ວັນທີ 23 ພະຈິກ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 75 ໄດ້ປຶກສາຫາລື ແລະ ຮັບຮອງເອົາມະຕິວ່າດ້ວຍການຮ່ວມມື ລະຫວ່າງ ອາຊຽນ - ສປຊ, ດ້ວຍ 110 ປະເທດປົກປ້ອງຮ່ວມ, ເຊິ່ງບັນລຸໄດ້ລະດັບສະຖິຕິກ່ຽວກັບຈຳນວນປະເທດປົກປ້ອງຮ່ວມ ນັບແຕ່ເວລາ ມະຕິວ່າດ້ວຍການຮ່ວມມືລະຫວ່າງ ອາຊຽນ - ສປຊ ໄດ້ຍົກອອກມາຄັ້ງທຳອິດ ຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ປີ 2002. 

ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊກ່າວຄຳເຫັນທີ່ກອງປະຊຸມ (ພາບ: baodautu.vn
      ດ້ວຍບົດບາດເປັນປະທານອາຊຽນ 2020, ຫວຽດນາມ ແມ່ນປະເທດຕາງໜ້າອາຊຽນ ຮັບຜິດຊອບການຮຽບຮຽງເນື້ອໃນ ແລະ ເຈລະຈາກ່ຽວກັບມະຕິ. ມະຕິໄດ້ອັບເດດບັນດາໝາກຜົນຮ່ວມມືທີ່ພົ້ນເດັ່ນລະຫວ່າງ ສປຊ ແລະ ອາຊຽນ ນັບແຕ່ປີ 2018 ມາຮອດປັດຈຸບັນ. ບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການສ້າງປະຊາຄົມ ແລະ ຮັບມືກັບໂລກລະບາດໂຄວິດ - 19 ກໍ່ໄດ້ຍົກອອກຢ່າງຈະແຈ້ງ. ມີເນື້ອໃນການຮ່ວມມືຫຼາຍຢ່າງລະຫວ່າງ ສປຊ ແລະ ອາຊຽນໄດ້ເພີ່ມເຕີມຄື ເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ການຮ່ວມມືໃນການ ສ້າງສາ ແລະ ປົກປັກຮັກສາສັນຕິພາບ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ເພີ່ມທະວີບັນດາການຮັບມືໃນບັນດາກໍລະນີສຸກເສີນ…
            ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ບົດບາດເປັນໃຈກາງຂອງ ອາຊຽນ ໃນການຊຸກຍູ້ຄູ່ຮ່ວມມື, ຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນກໍ່ຄືການພົວພັນຄູ່ຮ່ວມມືຮອບດ້ານນັບມື້ນັບໄດ້ຮັບການປັບປຸງລະຫວ່າງ ອາຊຽນ ແລະ ສປຊ.     
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top