• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສະມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XIV: ຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງອາກອນ(ສະບັບປັບປຸງ)

      ຜູ້ເສຍອາກອນໄດ້ໜູນຊ່ວຍ, ແນະນຳປະຕິບັດການເສຍອາກອນ; ສະໜອງຂໍ້ມູນ, ເອກະສານເພື່ອປະຕິບັດພັນທະ, ສິດຜົນປະໂຫຍດກ່ຽວກັບອາກອນ, ໄດ້ຮັບເອກະສານທີ່ກ່ຽວຂ້ອງເຖິງພັດທະອາກອນຂອງບັນດາອົງການທີ່ມີໜ້າທີ່ເມື່ອດຳເນີນການກວດກາ, ກວດສອບບັນຊີ.

ບັນດາສະມາຊິກສະພາແຫ່ງຊາດລົງປະຊາມະຕີຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງອາກອນ(ພາບ: Quochoi.vn)
      ຕອນເຊົ້າວັນທີ 13 ມິຖຸນາ, ດ້ວຍອັດຕາ ສະມາຊິກສະພາແຫ່ງຊາດເຫັນດີແມ່ນ 91.32%, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງອາກອນ (ສະບັບປັບປຸງ). ກົດໝາຍໄດ້ກຳນົດສິດ ຂອງ ຜູ້ເສຍອາກອນຢ່າງຈະແຈ້ງ. ຕາມນັ້ນແລ້ວ, ຜູ້ເສຍອາກອນໄດ້ໜູນຊ່ວຍ, ແນະນຳປະຕິບັດການເສຍ ອາກອນ; ສະໜອງຂໍ້ມູນ, ເອກະສານເພື່ອປະຕິບັດພັນທະ, ສິດຜົນປະໂຫຍດກ່ຽວກັບອາກອນ, ໄດ້ຮັບເອກະສານທີ່ກ່ຽວຂ້ອງເຖິງພັນທະອາກອນຂອງບັນດາອົງການທີ່ມີໜ້າທີ່ເມື່ອດຳເນີນການກວດກາ, ກວດສອບບັນຊີ.
        ກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງຜູ້ເສຍອາກອນ, ກົດໝາຍກຳນົດວ່າ: ຜູ້ເສຍ ອາກອນຕ້ອງລົງທະບຽນພາສີອາກອນ, ນຳໃຊ້ລະຫັດອາກອນຕາມຂໍ້ກຳນົດຂອງກົດໝາຍ, ການແຈ້ງອາກອນຢ່າງຖືກຕ້ອງ, ຊັດເຈນ, ຄົບຖ້ວນ ແລະ ຕ້ອງສົ່ງເອກະສານເສຍອາກອນຖືກຕາມເວລາກຳນົດ, ຮັບຜິດຊອບຕໍ່ກົດໝາຍກ່ຽວກັບຄວາມຊັດເຈນຖືກຕ້ອງ, ຄົບຖ້ວນຂອງເອກະສານອາກອນ…
        ແລະກໍ່ໃນຕອນເຊົ້າວັນທີ 13 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ). ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ຄະນະຮຽບຮຽງສືບຕໍ່ຊາບຊຶມແຜນນະໂຍບາຍ, ມະຕິຂອງພັກກ່ຽວກັບການຈັດຕັ້ງ, ປະຕິຮູບລະບົບເງິນເດືອນ…
            ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາຮ່າງກົດໝາຍວ່າດ້ວຍເຄຫາ ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ).
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top