• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012

      ກົດໝາຍວ່າດ້ວຍສະຫະກອນປີ 2012 ສະແດງໃຫ້ເຫັນຈິນຕະນາການໃໝ່ກ່ຽວກັບຮູບແບບສະຫະກອນແບບໃໝ່ ດ້ວຍແກ່ນສານແມ່ນ “ຮ່ວມມື”

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເຂົ້າຮ່ວມກອງປະຊຸມສະຫລຸບ 5 ປີ
ແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012 (ພາບ: VGP)
      ຕອນເຊົ້າວັນທີ 06 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່, ພັດທະນາເສດຖະກິດລວມໝູ່, ສະຫະກອນເປັນປະທານກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012. ທີ່ກອງປະຊຸມ, ບັນດາຜູ້ແທນຢືນຢັນວ່າ: ກົດໝາຍວ່າດ້ວຍສະຫະກອນປີ 2012 ສະແດງໃຫ້ເຫັນຈິນຕະນາການໃໝ່ກ່ຽວກັບຮູບແບບສະຫະກອນແບບໃໝ່ ດ້ວຍແກ່ນສານແມ່ນ “ຮ່ວມມື”, ປະກອບສ່ວນປັບປຸງການພົວພັນການຜະລິດ, ເໝາະສົມກັບກົນໄກການຕະຫລາດ, ໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ແລະ ໃບຍ້ອງຍໍຂອງນາຍົກລັດຖະມົນຕີໃຫ້ 7 ໝູ່ຄະນະ ແລະ 2 ບຸກຄົນ ທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012.
 (ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດວ່ນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້.

Top