• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ

ກອງປະຊຸມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຖືກດຳເນີນໃນຕອນເຊົ້າວັນທີ 14 ມີນາ, ຢູ່ ຫໍສະພາແຫ່ງຊາດ ຫວຽດນາມ.

ກອງປະຊຸມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ
ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງວຽກງານການສົມທົບລະຫວ່າງຄະນະປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະປະຈຳສະພາແຫ່ງຊາດໃນປີ 2018; ຢັ້ງຢືນວ່າ ບັນດາການເຄື່ອນໄຫວນີ້ໄດ້ຊ່ວຍໃຫ້ສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດນັບມື້ນັບໃກ້ຊິດຕິດແທດ ກັບປະຊາຊົນກ່ວາອີກ, ສາມາດເກັບກຳໄດ້ຂໍ້ມູນຂ່າວສານທີ່ ແທດຈິງ ແລະ ມີຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າໃນການຍົກສູງການເຄື່ອນໄຫວຂອງຕົນ.

ທ່ານນາງປະທານສະພາແຫ່ງຊາດໄດ້ຊີ້ແຈ້ງວ່າ ໃນປີ 2019, ສອງຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນໃນການປັບປຸງ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດກ່ວາອີກ, ເສີມຂະຫຍາຍປະຊາທິປະໄຕໃນສັງຄົມ, ເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ປະຊາຊົນທຸກຊັ້ນວັນນະ.

(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top