• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຜູ້ປະຈຳການລັດຖະບານກ່ຽວກັບວິທີຈັດແບ່ງແຫຼ່ງທຶນໃຫ້ບັນດາໂຄການສຳຄັນແຫ່ງຊາດ

ຕອນບ່າຍວັນທີ 13 ສິງຫາ, ຢູ່ສຳນັກງານລັດຖະບານ, ປະຈຳການລັດຖະບານໄດ້ຈັດກອງປະຊຸມປະກອບຄຳເຫັນກ່ຽວກັບວິທີຈັດແບ່ງຈຳນວນເງິນ 10 ຕື້ດົ່ງ ຈາກແຫຼ່ງດັດປັບຫຼຸດຜ່ອນແຫຼ່ງທຶນຄາດຄະເນຈັດແບ່ງໃຫ້ບັນດາໂຄງການສຳຄັນແຫ່ງຊາດ ແຜນການລົງທຶນພາກລັດໄລຍະກາງ, ໄລຍະ 2016 – 2020.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບປະກອບ: VGP)


ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນຫວຽດນາມ ເປັນເຈົ້າພາບພ້ອມກັບບັນດາກະຊວງທີ່ກ່ຽວຂ້ອງສືບຕໍ່ຮັບເອົາຄຳເຫັນຈາກບັນດາສະມາຊິກລັດຖະບານ ສ້າງແຜນການຈັດແບ່ງທຶນໃຫ້ສົມບູນແບບ ກ່ອນທີ່ລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງບຸລິມະສິດທຶນໃນໜ້າທີ່ຮີບດ່ວນແມ່ນປ້ອງກັນຕ້ານໄພທຳມະຊາດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສະພາບດິນເຊາະເຈື່ອນຢູ່ຝັ່ງແມ່ນ້ຳ, ຝັ່ງທະເລຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ສະພາບນ້ຳແກ່ງຢູ່ທາງພາກເໜືອ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top