• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປ່ຽນແປງໃຫມ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ລັດວິສາຫະກິດ

      ຕອນເຊົ້າວັນທີ 16 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ລັດວິສາຫະກິດ. 

ກອງປະຊຸມປ່ຽນແປງໃຫມ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ລັດວິສາຫະກິດ (ພາບ: VGP)
      ໂດຍມີການເຂົ້າຮ່ວມຂອງທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ, ທ່ານ ຫົວໜ້າຄະນະຈັດຕັ້ງສູນກາງພັກ ກອມມູນິດ ຟ້າມມິງຈິງ, ພ້ອມກັບການນຳບັນດາກະຊວງ, ຄະນະຂະແໜງການສູນກາງ, ການນຳບັນດາຖ້ອງຖິ່ນ, ການນຳບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່.
        ຕາມບົດລາຍງານທີ່ໄດ້ນຳສະເໜີຢູ່ກອງປະຊຸມ, ນັບແຕ່ປີ 2016 ມາຮອດເດືອນມິຖຸນາ 2019 ທົ່ວປະເທດໄດ້ຫັນວິສາຫະກິດເປັນຫຸ້ນສ່ວນ 162 ແຫ່ງ. ຍອດລາຍຮັບທີ່ ໄດ້ຈາກການຫັນເປັນຫຸ້ນສ່ວນ, ຖອນທຶນບັນລຸໄດ້ ເກືອບ 218.260 ຕື້ ດົ່ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ ນີ້ແມ່ນໝາກຜົນທີ່ດີພໍສົມຄວນຂອງວຽກງານຖອນທຶນ, ຫັນເປັນຫຸ້ນສ່ວນ.
        ທີ່ກອງປະຊຸມ, ທ່ານ ເວືອງດິງເຫ້ວ ຮອງນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນສາຍເຫດຂອງເລື່ອງ ໃນໄລຍະທີ່ຜ່ານມາ ນັ້ນແມ່ນບັນດາວິສາຫະກິດດຳເນີນການເຫັນເປັນຫຸ້ນສ່ວນ, ຖອນທຶນຂອງລັດລ້ວນແຕ່ແມ່ນບັນດາວິສາຫະກິດຂະໜາດໃຫຍ່, ພ້ອມທັງຍົກໃຫ້ເຫັນບາງຂໍ້ຄົງຄ້າງໃນວຽກງານຫັນເປັນຫຸ້ນສ່ວນ, ນັ້ນແມ່ນກ່ຽວກັບ ລະບອບລະບຽບການ ແລະ ການຈັດຕັ້ງປະຕິບັດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວວ່າ: 
            ຂ້າພະເຈົ້າຕັກເຕືອນເປັນພິເສດວ່າ ວິສາຫະກິດຍັງມີແນວຄິດຂີ້ຄ້ານຈະປ່ຽນແປງ, ບໍ່ຢາກປ່ຽນແປງໃໝ່, ເພື່ອຜົນປະໂຫຍດສ່ວນຕົວ, ຜົນປະໂຫຍດເປັນກຸ່ມຂອງຂະແໜງການ, ຂົງເຂດ, ສໍ້ລາດບັງຫຼວງພວກເຮົາຕ້ອງແກ້ໄຂສະພາບການນີ້ເພື່ອເຮັດແນວໃດໃຫ້ລັດວິສາຫະກິດ ພ້ອມກັບລະບົບການເມືອງປະກອບສ່ວນຢ່າງສຳຄັນເຂົ້າໃນກິດຈະການຕ້ານການສໍ້ລາດບັງຫຼວງເຊິ່ງພັກ, ລັດ ພວມຊີ້ນຳຢ່າງຂ້ຽວຂາດ.
 (ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top