• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືປະຈຳປີຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ-ລາວຄັ້ງທີ 4

      ກອງປະຊຸມປຶກສາຫາລືປະຈຳປີຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ-ລາວຄັ້ງທີ 4 ໄດ້ຖືກຈັດຂຶ້ນຢູ່ຮ່າໂນ້ຍໃນວັນທີ 6 ທັນວ່າ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ
ແລະ ທ່ານລັດຖະມົນຕີການຕ່າງປະເທດລາວ  ສະເຫຼີມໄຊ ກົມມະສິດ         
      ທີ່ກອງປະຊຸມປຶກສາຫາລື, ລັດຖະມົນຕີທັງ 2 ທ່ານ ໄດ້ແລກປ່ຽນກ່ຽວກັບການພົວພັນຮ່ວມມື 2 ຝ່າຍ, ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍສະແດງຄວາມພາກພູມໃຈຕໍ່ໝາກຜົນແຫ່ງການພັດທະນາສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ. ລັດຖະມົນຕີທັງ 2 ທ່ານຢືນຢັນຈະຊີ້ນຳ 2 ກະຊວງການຕ່າງປະເທດ ສືບຕໍ່ສົມທົບກັນຊຸກຍູ້ບັນດາກະຊວງ, ຂະແໜງການຂອງ 2 ປະເທດຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງເປັນຢ່າງດີ, ຮັບໃຊ້ບັນດາການຢ້ຽມຢາມຂັ້ນສູງ ແລະ ເຫດການທີ່ສຳຄັນລະຫວ່າງ 2 ປະເທດ.
     ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ແລກປ່ຽນເອກະສານດ້ານກົດໝາຍທີ່ສຳຄັນກ່ຽວກັບຊາຍແດນ 2 ປະເທດ, ນັ້ນແມ່ນອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນຫວຽດນາມ-ລາວ, ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຫວຽດນາມ-ລາວ ທີ່ມີຜົນສັກສິດນັບແຕ່ວັນທີ 5 ກັນຍາປີ 2017 ເປັນຕົ້ນໄປ. 
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top