• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມບັນດາລັດຖະມົນຕີຮັບຜິດຊ້ອບດ້ານການຄ້າ APEC ຄັ້ງທີ 23 ສິ້ນສຸດລົງຢ່າງຈົບງາມ

      ພາຍຫລັງກອງປະຊຸມບັນດາລັດຖະມົນຕີຮັບຜິດຊອບດ້ານການຄ້າ APEC ຄັ້ງທີ 23 (MRT 23) ສິ້ນສຸດລົງ ໃນວັນທີ 21 ພຶດສະພາ.

ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ (ພາບ: ຫວຽດນາມ +) 
      ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ ເປັນປະທານການປະຊຸມຂ່າວກ່ຽວກັບບັນດາໝາກຜົນເຊິ່ງກອງປະຊຸມ MRT 23 ບັນລຸໄດ້. ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ໃຫ້ຮູ້ວ່າ: ກອງປະຊຸມສິ້ນສຸດລົງຢ່າງຈົບງາມ ດ້ວຍບັນດາໝາກຜົນແທດຈິງໃຫ້ແກ່ປະຊາຄົມພາກພື້ນ ອາຊີ - ປາຊີຟິກ.
        ຫົວເລື່ອງຂອງປີ APEC 2017 ໄດ້ຢືນຢັນແມ່ນສ້າງກຳລັງໜູນໃໝ່ ເພື່ອພ້ອມກັນເພີ່ມພຸນຄຸນສ້າງອະນາຄົດລວມ ດ້ວຍຈຸດໝາຍສຸມໃສ່ເຂົ້າ 4 ກຸ່ມບຸລິມະສິດຕົ້ນຕໍແມ່ນ ຊຸກຍູ້ການເຕີບໂຕ ແລະ ມີຫົວຄິດປະດິດສ້າງ; ເພີ່ມທະວີການຮ່ວມສຳພັນເສດຖະກິດໃນພາກພື້ນ; ຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະ ຂໍ້ລິເລີ່ມຂອງວິສາຫະກິດຂະໜາດນ້ອຍ ແລະ ນ້ອຍທີ່ສຸດ; ເພີ່ມທະວີການຮັບປະກັນດ້ານສະບຽງອາຫານ ແລະ ກະສິກຳໃຫ້ໝັ້ນຄົງ. ບັນດາເນື້ອໃນໃຫຍ່ ໃນກອງປະຊຸມ MRT 23 ໄດ້ຍົກອອກບັນດາມາດຕະການ ແລະ ທິດທາງລະອຽດ. ມີບັນດາກາລະໂອກາດໃຫຍ່ໃຫ້ບັນດາສະມາຊິກ APEC ດ້ວຍຂໍ້ລິເລີ່ມຫລາຍຢ່າງຂອງບັນດາພື້ນຖານເສດຖະກິດ APEC ເພື່ອສືບຕໍ່ສ້າງການເຊື່ອມຕໍ່ດ້ານໂຄງລ່າງ, ສ້າງຄວາມສະດວກທາງດ້ານການຄ້າ”.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top