• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 16 ຂອງຄະນະຊີ້ນຳສູນກາງພັກກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

      ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊີິ້ນຳສູນກາງພັກກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດກອງປະຊຸມຄັ້ງທີ 16 ເພື່ອສຳຫຼວດກວດຄືນ, ຕີລາຄາໝາກຜົນການເຄື່ອນໄຫວໃນ 6 ເດືອນຕົ້ນປີ 2019 ແລະ ວາງອອກໜ້າທີ່ຈຸດສຸມຂອງວຽກງານໃນຊຸມເດືອນທ້າຍປີ 2019.


(ກອງປະຊຸມຄັ້ງທີ 16 ຂອງຄະນະຊີ້ນຳສູນກາງພັກກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ)
      ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫວຽນຟູຈ້ອງ - ຫົວໜ້າຄະນະຊີ້ນຳໄດ້ຊີ້ແຈ້ງວ່າ ຫາງສຽງພະນັກງານ, ສະມາຊິກພັກ ແລະ ມະຫາຊົນ ແມ່ນມີຄວາມປະຕິຊົມຊື່ນ, ຕີລາຄາສູງຕໍ່ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງພັກ ແລະ ລັດ ໃນໄລຍະຜ່ານມາ, ຖືນີ້ແມ່ນປັດໃຈເພື່ອສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ຕໍ່ລະບອບຕື່ມອີກ.
        ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຟູຈ້ອງ, ໄດ້ຮຽກຮ້ອງໃຫ້ຊີ້ນຳການແກ້ໄຂ, ສະກັດກັ້ນສະພາບ “ສໍ້ລາດບັງຫຼວງເລັກໆນ້ອຍໆ” ຢ່າງມີປະສິດທິຜົນ; ສ້າງການຫັນປ່ຽນຢ່າງແຮງ, ຄົບຊຸດກວ່າໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ… ສືບຕໍ່ຍູ້ແຮງ, ຍົກສູງປະສິດທິຜົນວຽກງານການສື່ຂ່າວ, ໂຄສະນາສຶກສາກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການສະມາຊິກ, ສື່ມວນຊົນ ແລະ ປະຊາຊົນ ໃນການຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top