• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະກຳມະການ ຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 12

ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ​:KPL
      ກອງ​ປະຊຸມ​ ຄະນະ​ກຳມະການ ຜູ້ຕາງໜ້າຖາວອນ ປະຈຳ​ອາຊຽນ ຄັ້ງ​ທີ 12 (12/2016 CPR Meeting ) ​ໄດ້​ມີຂຶ້ນ​ໃນ​ວັນ​ທີ 10 ສິງຫາ ນີ້ ທີ່​ນະຄອນຫລວງ​ວຽງຈັນ, ​ໂດຍ​ການ​​ເປັນ​ປະທານ​ຂອງ​ທ່ານ ລັດສະໜີ ​ແກ້ວມະນີ, ​ເອກ​ອັກຄະ​ລັດຖະທູດ, ​ຜູ້ຕາງໜ້າຖາວອນ ​ແຫ່ງ ສປປ ລາວ ປະຈຳ​ອາຊຽນ ​ແລະ ​ເອກ​ອັກຄະ​ລັດຖະທູດ, ຜູ້​ຕາງໜ້າຖາວອນ​ 10 ປະ​ເທດ ສະມາຊິກ​ອາຊຽນ, ຮອງ​ເລຂາ ທິການ​ໃຫຍ່​ອາ​ຊຽນ ຝ່າຍ​ການ​ເມືອງ-ຄວາມ​ໝັ້ນຄົງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

      ຈຸດປະ​ສົງ​ ຂອງ​ກອງ​ປະຊຸມຄັ້ງ​ນີ້, ​ແມ່ນ​ເລັ່ງ​​ໃສ່ກະກຽມດ້ານ​ເນື້ອ​ໃນ​ ໃຫ້​ແກ່ບັນດາ ກອງ​ປະຊຸມ​ ເຈົ້າໜ້າທີ່​ອາວຸ​ໂສ, ກອງ​ປະຊຸມ​ ສະພາ​ປະສານ​ງານ​ອາຊຽນ (ACC) ກອງ​ປະຊຸມ ​ສຸດ​ຍອດ​ອາຊຽນ ຄັ້ງ​ທີ 28-29 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ ກັບປະ​ເທດ​ຄູ່​ເຈລະຈາ, ​ເຊິ່ງຈະ​ຈັດ​ຂຶ້ນ ລະຫວ່າງ 6-8 ກັນຍາ 2016 ທີ່​ນະຄອນຫລວງ​ວຽງຈັນ.

      ກອງ​ປະຊຸມ​ ຄະນະ​ກຳມະການ ຜູ້ຕາງໜ້າຖາວອນ ປະຈຳ​ອາຊຽນ ​ແມ່ນ​ກົນ​ໄກໜຶ່ງ ຂອງ​ອາຊຽນ ​ເຊິ່ງ ພາລະ​ບົດບາດຫລັກ​ ໃນ​ການ​ເປັນ​ເສນາ​ທິການ​ ໃຫ້​ແກ່​ກອງ​ປະຊຸມ ລະດັບ​ເຈົ້າໜ້າທີ່​ ອາວຸ​ໂສອາຊຽນ, ​ກອງ​ປະຊຸມ ​ລະດັບ​ລັດຖະມົນຕີ ​ແລະ ກອງ​ປະຊຸມ​ ລະດັບ​ສຸດ​ຍອດ./.     
(ຕາມ KPL)
 

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top