• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝູ່ບ້ານອາຊີບຜະລິດເຄື່ອງໄມ້ສິລະປະກຳ ບິ່ງມິງ

40 ກວ່າປີຜ່ານມາ, ໝູ່ບ້ານອາຊີບຜະລິດເຄື່ອງ ໄມ້ສິລະປະກຳ ບິ່ງມິງ, ເມືອງ ຈາງບອມ, ແຂວງ ດົງນາຍ ໄດ້ມີຊື່ສຽງວ່າເປັນບ່ອນຜະລິດເຄື່ອງໄມ້ ສິລະປະກຳຈາກໄມ້ເສດ ແລະ ສົ່ງອອກໄປຫຼາຍ ປະເທດໃນໂລກ. 
ໄດ້ປະ​ກົດ​ຕົວ​ຂຶ້ນມາເປັນເວລາກວ່າເຄິ່ງສະຕະວັດ, ອາຊີບຜະລິດເຄື່ອງໄມ້ສິລະປະກຳຢູ່ຕາແສງ ບິ່ງມິງ, ຕົ້ນກຳເນີດແມ່ນ​ມາຈາກບັນດາ ໝູ່ບ້ານອາຊີບຜະລິດ ເຄື່ອງໄມ້​ມູນ​ເຊື້ອ​​ຈາກ​ຊາວ​ອົບ​ພະ​ຍົກພາກເໜືອ ຫວຽດນາມນຳ​ມາ ຄື: ດົ່ງກີ້ (​ແຂວງ ບັກນິງ), ລາຊວຽນ (​ແຂວງນາມດິງ)… ແຕ່ເຖິງ​ຢ່າງ​ໃດ​ກໍ່​ດີ, ການ​ນຳ​ໃຊ້ ເຄື່ອງໄມ້ເສດ​ເຫລືອ​ໃຫ້​ກາຍ​ເປັນ​ເຄື່ອງສິລະປະກຳຫາ ກໍ່ມີຂຶ້ນ​ໃນຕົ້ນທົດສະວັດທີ 80​ ເປັນ​ຕົ້ນ​ມາ.
 
ທຸກເລື່ອງລາວ​ທີ່ເກີດຂຶ້ນມານີ້​ແມ່ນ ຈາກຊ່າງໄມ້ຄົນ ໜຶ່ງທີ່ມີຊື່ວ່າກີ່ເວີນ, ຢູ່ບ້ານ ຈ່າໂກ, ຕາແສງ ບິ່ງມິງ ລາວມີຕົ້ນໝາກມີ້ຕາຍໃນສວນ. ຖ້າເອົາໄປຖິ້ມກໍ່ ເສຍໄປລາໆ, ສະນັ້ນ, ທ່ານເວີນ ຈຶ່ງຄິດຊອກຫາວິທີປະ ດິດສ້າງ ຮູບຮ່າງເຮືອທີ່ມີປະ​ດັບລວດລາຍຢ່າງປານີດ ຈາກໄມ້ມີ້. ເຮືອລຳ​ດັ່ງ​ກ່າວທ່ານ ເວີນ ​ໄດ້ເອົາໄປ ນະ ຄອນໂຮ່ຈີມິນ​ເພື່ອ​ຂາຍ ແລະ ​ໄດ້​ມີນັກທ່ອງທ່ຽວ ຊຶ່ງ​ເປັນຄົນລັດເຊຍ​ຊື້​ເປັນ​ທີ່​ລະ​ນຶກ. ນີ້​ຄື​ການ​ເປີດ​ເລື່ອງ​ລາວ​ຂອງ​ການກຳ​ເນີດ​ເກີດ​ຂຶ້ນ​ຂອງອາຊີບຜະລິດເຄື່ອງໄມ້ສິລະປະກຳເພື່ອຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດເມື່ອມາຢ້ຽມຢາມ ຫວຽດນາມ ຢູ່ຕາແສງ ບິ່ງມິງ.
 
ທຸກໆ​ຜະ​ລິດ​ຕະ​ພັນ​ມີຮູບ​ຮ່າງຫຼາກຫຼາຍຮູບແບບນັບຕັ້ງແຕ່ລົດສາມລໍ້, ລົດ​ໃຫ່​ຍ, ລົດຖັງ, ຍົນ Boeing, ​ຍົນ​ສູ້​ລົບ, ກ່ຳ​ປັ່ນ, ເຮືອລົບ ຈົນເຖິງເຄື່ອງ​ຈຳລອງອາວຸດ​ຕ່າງໆ, ເຄື່ອງ​ໃຊ້ປະດັບປະດາ ແລະ ອື່ນໆ ທີ່ມີລາຄາ​ແຕ່​ຊາວ, ​ສາມ​ສິບພັນດົ່ງ ເຖິງຫຼາຍລ້ານດົ່ງຕໍ່ ຜະລິດ ຕະພັນໂດຍແມ່ນ​ບັນດານາຍຊ່າງໄມ້ຢູ່ໝູ່ບ້ານ ອາ ຊີບຜະ ລິດເຄື່ອງໄມ້ສິລະປະກຳບິ່ງມິງ ປະດິດສ້າງ​ຂຶ້ນຕາມ ຄວາມຮຽກຮ້ອງຕ້ອງການຂອງລູກຄ້າ. 


ໂຮງງານຜະລິດແຫ່ງໜຶ່ງຢູ່ໝູ່ບ້ານອາຊີບຜະລິດ ເຄື່ອງໄມ້ສິລະປະກຳ ບິ່ງມິງ, ເມືອງ ຈາງບອມ, ແຂວງ ດົ່ງນາຍ. 


ປະຈຸບັນ, ອາຊີບຜະລິດເຄື່ອງໄມ້ສິລະປະກຳ ບິ່ງມິງ ກຳລັງພັດທະນາໂດຍໄວວາ ຍ້ອນມີໄມ້ເສດ
ດ້ວຍຈຳນວນຫຼາຍໄດ້ປະຖິ້ມຈາກບັນດາໂຮງງານປຸງແຕ່ງໄມ້ໃນຂົງ​ເຂດແຂວງ ດົ່ງນາຍ. 



ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບຜະລິດ
ໄມ້ສິລະປະກຳ ບິ່ງມິງ ໄດ້​ມີນັກທ່ອງທ່ຽວ ຕ່າງປະເທດ​ນິ​ຍົມ​ຊົມ​ຊອບ. 



ຮູບຈຳລອງລົດ​ໃຫ່​ຍ, ​ເປັນໜຶ່ງໃນ​ຈຳ​ນວນຜະລິດຕະພັນ
ທີ່ຜະລິດອອກ​ເປັນຈຳນວນຫຼາຍຢູ່ ໝູ່ບ້ານອາຊີບ ຜະລິດໄມ້ສິລະປະກຳ ບິ່ງມິງ.



ຂັ້ນຕອນການຊ່ຽນກົງລົດສຳ​ລັບ​ລົດ​ໃຫຍ່. 


ຂັ້ນຕອນການຕິດຢາງກາວເພື່ອ​ຕໍ່ຜະລິດຕະພັນ. 


ເຈ້ຍກະ​ດາດ​ຊາຍຖູເພື່ອສ້າງໃຫ້​ຜະ​ລິດ​ຕະ​ພັນເຫຼື້ອມ ງາມ​ດີ.


ບັນດາຜະລິດຕະພັນເຄື່ອງໄມ້ສິລະປະກຳ ຮຽກຮ້ອງໃຫ້ມີຄວາມປາ​ນີດ, ​ລະ​ອຽດ​ລະ​ອໍ ໃນແຕ່ລະຂັ້ນຕອນການຜະລິດ.


ຂັ້ນຕອນການພົ່ນສີ PU ໃຫ້ແກ່ຜະລິດຕະພັນ. 

ນັບຕັ້ງແຕ່ມີບັນດາໂຮງງານປຸງແຕ່ງໄມ້ຢູ່ຂົງເຂດແຂວງ ດົ່ງນາຍ, ອາຊີບຜະລິດເຄື່ອງໄມ້ສິລະປະກຳ ບິ່ງມິງ ພັດທະນາໄວວາຍ້ອນມີ​ແຫລ່ງໄມ້ເສດ​ເປັນຈຳນວນ​ຫລວງຫຼາຍປະຖິ້ມອອກ​​ຈາກໂຮງ​ງານ. ພວກຂ້າພະເຈົ້າ​ໄປໂຮງງານຜະລິດເຄື່ອງໄມ້ສິລະປະກຳແທ່ງເຍີນ (ບ້ານ ເຕິນບັກ, ຕາແສງ ບິ່ງມິງ), ​ເປັນພື້ນ​ຖານ​ການ ຜະລິດເຄື່ອງໄມ້ສິລະປະກຳໃຫຍ່ທີ່ສຸດຢູ່ທີ່ນີ້, ມີຫຼາຍຮ້ອຍຮູບແບບເຄື່ອງໄມ້ຕົບແຕ່ງພາຍໃນ ແລະ ​ມີ​ບໍ​ລິ​ມາດ​ການສົ່ງອອກຜະລິດຕະພັນກວມເຖິງ 90% ​ຂອງຜະລິດຕະພັນເຄື່ອງໄມ້ສິລະປະກຳ ຂອງ ເມືອງຈາງບອມ. ແຕ່​ລະຜະລິດຕະ​ພັນຂອງ ແທ່ງ ເຍີນ ​ລ້ວນ​ແຕ່​ຖືກບັນດານາຍຊ່າງໄມ້ ລົງ​ມືເຮັດ ດ້ວຍຄວາມລະອຽດລະອໍທີ່ສຸດ, ສະນັ້ນ ລູກຄ້າຈຶ່ງມີ​ຄວາມ​ໝັ້ນໃຈໃນດ້ານ ຄຸນນະພາບເມື່ອສັ່ງຊື້ສິນຄ້າ. ນອກຈາກຜະລິດຢູ່ໂຮງງານແລ້ວ, ​ນາຍ​ຊ່າງ​ຍັງ​ນຳ​ເມືອ​ເຮັດ​ຢູ່​ບ້ານ​ນຳ​ອີກ, ສ່ວນ​ຫລາຍ​ຜູ້​ທີ່​ຮູ້​ຈັກ​ເຮັດ​ອາ​ຊີບນີ້​ຢູ່​ຕາ​ແສງບິ່ງມິງ ​ແມ່ນ​ຜະ​ລິດ​ຢູ່​ກັບ​ເຮືອນ​ຕົນ​ເອງ, ເນື່ອງຈາກ​ວ່າ​ຍັງ​ສາ​ມາດ​ນຳ​ໃຊ້​ແຮງ​ງານ​ທີ່​ຍັງ​ວ່າງ​ຄື: ຜູ້​ເຖົ້າ, ເດັກ​ນ້ອຍ​ໃນ​ຄອບ​ຄົວນຳ​ອີກ.    
 
ອາ​ຊີບເຄື່ອງໄມ້ ຫວຽດນາມ ກຳລັງໄດ້ຮັບຄວາມ ນິຍົມຊົມ​ຊອບຈາກຕະຫຼາດໃຫຍ່ໆໃນ ໂລກ ຍ້ອນມີຄຸນ ນະພາບດີ, ລາຄາກໍ່ສາ​ມາດ​ແຂ່ງ​ຂັນ​ໄດ້. ​ປະ​ຈຸ​ບັນຄວາມຕ້ອງການເຄ່ືອງໄມ້, ເຄື່ອງ ຫັດຖະກຳ, ເຄື່ອງ​ສິນ​ລະ​ປະ​ກຳ​ເພີ່ມ​ຂຶ້ນ​ທັງຢູ່ພາຍໃນ ແລະ ຕ່າງປະເທດ ​ແລະ ກໍ່​ທັງເປັນໂອກາດໃຫ້ແກ່ຂະແໜງ ຜະລິດເຄື່ອງ ໄມ້ພາຍໃນປະ​ເທດພັດທະນາຂື້ນ​ຕື່ມ, ​ຊຶ່ງໃນນັ້ນ ມີໝູ່ບ້ານອາຊີບຜະລິດເຄື່ອງໄມ້ສິລະປະກຳ ບິ່ງມິງ. ທ່ານ ຫງວຽນແທ່ງເຍີນ, ເຈົ້າຂອງໂຮງງານຜະລິດ ເຄື່ອງ ໄມ້ສິລະປະກຳ ແທ່ງເຍີນ ໃຫ້ຮູ້ວ່າ ຜະລິດຕະພັນ ເຄື່ອງໄມ້ສິລະປະກຳຂອງ ແທ່ງເຍີນ ແມ່ນ​ຢູ່ໃນສະ ພາບບໍ່​ສະ​ຫນອງຜະລິດ​ຕະ​ພັນ​ໄດ້​ຕາມ​ຄວາມ​ຕ້ອງ​ການສົ່ງອອກໄປສູ່ບັນດາປະ​ເທດ ຄື: ອາເມລິກາ, ຝຣັ່ງ, ເຢຍລະມັນ ແລະ ປະເທດອື່ນໆ. ມີບາງໄລຍະໂຮງງານ ແທ່ງເຍີນ ຕ້ອງໄດ້ຜະລິດເຄື່ອງ ໄມ້ເຖິງ 2 ຕູ້ container ເພື່ອສະໜອງໃຫ້ກຸ່ມບໍລິສັດ Wal Mart (ກຸ່ມບໍລິສັດຂາຍຍ່ອຍໃຫຍ່ສຸດຂອງ ອາເມລິກາ). ມີກຳມະກອນໃນໂຮງງານປະ​ມານ 30 ຄົນຕ້ອງໄດ້​ເພີ່ມ​ກາເຮັດ​ວຽກຕະ​ຫລອດ ຈຶ່ງ​ທ່ວງທັນສົ່ງມອບສິນຄ້າ ຕາມເວລາກຳນົດ... ຫຼັງຈາກນັ້ນ, ຜູ້ຕາງໜ້າຂອງ Wal Mart ​ໄດ້ຕິດຕໍ່ພົວ​ພັນ​ໂດຍ​ກົງກັບ ທ່ານ ແທ່ງເຍີນເພື່ອສັ່ງຊື້ຜະລິດຕະພັນ​ເປັນຈຳ ນວນ ຫຼາຍ, ​ໂດຍ​ສະເລ່ຍແມ່ນ 5.000 ຜະລິດຕະພັນຕໍ່ ເດືອນ.
 
ປະຈຸບັນ, ໂຮງງານ ແທ່ງເຍີນ ມີເຄື່ອງໄມ້ສິລະປະກຳຫລາຍກວ່າ 500 ຊະນິດ ມີໄມ້ຫຼາຍປະເພດ ທີ່ແຕກ ຕ່າງ ກັນ.​ ຕາມທ່ານ ຫງວຽນແທ່ງເຍີນ ແລ້ວ, ນອກຈາກຮັບປະກັນດ້ານຄຸນນະພາບ, ໂຮງງານ ຂອງລາວກໍ່ຄືໂຮງງານແຫ່ງຕ່າງໆ ທີ່ໝູ່ບ້ານອາຊີບຜະ ລິດ ເຄື່ອງໄມ້ສິລະປະກຳ ບິ່ງມິງ ຕ້ອງໄດ້ອອກແບບ  ​ໃຫ່​ມຫຼາຍຊະ​ນິດ​ໄປ​ເລື້ອຍໆເພື່ອໃຫ້ລູກຄ້າເລືອກຊື້.
 
ຕໍ່​ຫນ້າ​ພວກ​ຂ້າ​ພະ​ເຈົ້າ​ແມ່ນກອງໄມ້ເສດ​ມຸ່ນຄື​ຈະ​ຖີ້ມ​ໄປ​ແລ້ວ, ຈະ​ມີໃຜຄິດວ່າ ຜ່ານສີມືທີ່ຄ່ອງແຄ້ວ ຂອງ ນາຍຊ່າງໄມ້ໄດ້​ເນ​ລະ​ມິດ​ເປັນເຄື່ອງໄມ້ສິລະປະກຳ ທີ່ໂດດ​ເດັ່ນ, ຮັບໃຊ້ແຂກ​ຄົນທົ່ວ​ທຸກ​ແຫ່ງ​ຫົນໃນໂລກ. 

ຜະລິດຕະພັນຈຳລອງທີ່ສວຍງາມຈຳນວນໜຶ່ງຂອງໝູ່ບ້ານອາຊີບຜະລິດເຄື່ອງໄມ້ສິລະປະກຳ ບີ່ງມິງ:

















ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top