• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝາກກ້ຽງໃຫຍ່ຫວານເທິງດອນ ເຕິນຈ່ຽວ

ຫ່າງຈາກໃຈກາງນະຄອນ ບຽນຮວ່າ ປະມານ 10 ກິໂລແມັດ, ດອນ ເຕິນຈ່ຽວ ຂຶ້ນກັບຕາແສງ ເຕິນບິ່ງ, ເມືອງ ວິງກືວ, ແຂວງ ດົ່ງນາຍ ປະຈຸບັນເປັນເຂດປູກສະເພາະ ໝາກກ້ຽງ ໃຫຍ່ ແລະ ໄດ້ກາຍເປັນໝາກໄມ້ທີ່ໄດ້ຮັບເຄື່ອງໝາຍການຄ້າ ທີ່ມີຊື່ສຽງດົ່ງດັງໄປທົ່ວພາກໃຕ້.
ເມື່ອກ່ອນ, ເຂດດິນແດນ ເຕິນຈ່ຽວ ສ່ວນຫຼາຍນຳໃຊ້ເພື່ອປູກຕົ້ນພູເທົ່ານັ້ນ. ຮອດປີ 1869, ຄູນພໍ່ຂອງໂບດ ເຕິນຈ່ຽວ ໄດ້ນຳໝາກກ້ຽງໃຫຍ່ສອງຕົ້ນຈາກ ເບີຣາຊີນ ມາປູກທົດລອງ ຢູ່ທີ່ນີ້, ເມື່ອໝາກກ້ຽງສຸກ, ເຂົາເຈົ້າປອກ​ເປືອກອອກເຫັນວ່າ ມີນວນ​ເປັນ​ເຫຼືອງສະໝຳ່ສະເໝີກັນ, ມີລົດຫວານ. ຈາກນັ້ນ, ຊາວບ້ານ ເຕິນຈ່ຽວ ຈຶ່ງກ້ານກິ່ງນຳໄປປູກ ແລະ ຂະ ຫຍາຍອອກ ຢ່າງກວ້າງຂວາງໃນຂົງເຂດ. ມາເຖິງປະຈຸບັນ, ດອນແຫ່ງນີ້ ກາຍເປັນເຂດປູກສະເພາະໝາກກ້ຽງໃຫຍ່ ແລະ ກາຍເປັນເຄື່ອງໝາຍການຄ້າ ໝາກກ້ຽງໃຫຍ່ ເຕິນຈ່ຽວ​ເປັນໝາກກ້ຽງ​ພື້ນ​ບ້ານ​ທີ່ມີຊື່ສຽງດົງດັງທົ່ວພາກໃຕ້.

ແຕ່ປີ 2006, ກົມກຳມະສິດດ້ານພູມປັນຍາ-ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບໃບຢັ້ງຢືນລົງທະບຽນຊີ້​ແນະພູມສາດໃຫ້ແກ່ຜະລິດຕະພັນໝາກກ້ຽງໃຫຍ່ ເຕິນຈ່ຽວ. ສິ່ງດັ່ງກ່າວ ມີຄວາມໝາຍສຳຄັນຕໍ່ການພັດທະນາຄຸນຄ່າ ຂອງເຄື່ອງໝາຍການຄ້າ, ປະກອບສ່ວນຍົກສູງຄຸນຄ່າແກ່ງແຍ້ງໃຫ້ແກ່ໝາກໄມ້ຊະນິດນີ້ ຢູ່ຕະຫຼາດພາຍໃນ ແລະ ຕ່າງ ປະເທດ.  

ນອກຈາກນັ້ນ, ສະຫະກອນກະສິກຳ-ບໍລິການ ເຕິນຈ່ຽວ ໄດ້ສ້າງຕັ້ງຂຶ້ນເພື່ອນຳພາຊາວກະສິກອນນຳໃຊ້ວິທະຍາສາດ-ເຕັກໂນໂລຊີເຂົ້າໃນການປູກໝາກກ້ຽງໃຫຍ່ຢ່າງມືອາຊີບ ເພື່ອໃຫ້​ໄດ້ຜົນ​ລະ​ປູກ​ດົກໜາ, ​ເພີ່ມ​ປະລິມານ​ຂຶ້ນ ແລະ ມີລົດຊາດຈຳເພາະ. ຜະລິດຕະພັນໝາກກ້ຽງໃຫຍ່ ເຕິນຈ່ຽວ ໄດ້ຜະລິດຕາມມາດຕະຖານ Gap ເພື່ອສາມາດສະໜອງ ສິນຄ້າຢ່າງຄົງຕົວ ແລະ ຢືນຍົງ. 

ປະຈຸບັນ, ໝາກກ້ຽງໃຫຍ່ ເຕິນຈ່ຽວ ກາຍເປັນໝາກໄມ້ພິ​ເສດປະເພດໜຶ່ງທີ່ມີຊື່ສຽງຢູ່ເຂດພາກໃຕ້.


ເງື່ອນໄຂລັກສະນະທີ່ດິນ ແລະ ດິນຟ້າອາກາດຢູ່ດອນ ເຕິນຈ່ຽວ ເໝາະສົມກັບ ການປູກໝາກກ້ຽງໃຫຍ່. 


ລະບົບຫົດນຳ້ແບບອັດຕະໂນມັດ ຊ່ວຍເຮັດໃຫ້ຊາວກະສິ ກອນຫຼຸດຜົ້ນຄ່າໃຊ້ຈ່າຍຕ່າງໆ
ໃນການບົວລະບັດຕົ້ນໝາກ ກ້ຽງໃຫຍ່.



ຊາວກະສິກອນກຳລັງເກັບກ່ຽວໝາກກ້ຽວໃຫຍ່.


ໝາກກ້ຽງໃຫຍ່ ເຕິນຈ່ຽວ ​ໄດ້​ຮັບຜົນລະປູກຫຼາຍຍ້ອນນຳໃຊ້ ວິທະຍາສາດ-ເຕັກໂນໂລຊີເຂົ້າໃນການປູກ
.


ຕິດສະແຕມເຄື່ອງໝາຍການຄ້າໃຫ້ແກ່ໝາກກ້ຽງໃຫຍ່ ເຕິນຈ່ຽວ.


ໝາກກ້ຽງໃຫຍ່ ເຕິນຈ່ຽວ ປະຈຸບັນ​ໄດ້ເປັນເຄື່ອງໝາຍ
ການຄ້າທີ່ມີຊື່ສຽງດົ່ງດັງຢູ່ພາຍໃນ ແລະ ຕ່າງປະເທດ.



ຜະລິດຕະພັນໝາກກ້ຽງໃຫຍ່ ເຕິນຈ່ຽວໄດ້ຜະລິດຕາມມາດ ຕະຖານ Gap.


ໝາກກ້ຽງໃຫຍ່ ເຕິນຈ່ຽວ ມີລົດຫວານ, ເປືອກບາງ ແລະ ມີນຳ້ຫຼາຍ. 


ນັກທ່ອງທ່ຽວມາຢ້ຽມຢາມສວນປູກໝາກກ້ຽງໃຫຍ່ຢູ່ ເຕິນຈ່ຽວ.


ຈັດວາງຮູບຈຳລອງໝາກກ້ຽງໃຫຍ່ ເຕິນຈ່ຽວ ຢູ່ເມືອງ ຫວິງກຶວເປັນວິທີໂຄສະນາໜຶ່ງ
ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມສວນປູກໝາກກ້ຽງໃຫຍ່ຢູ່ທີ່ນີ້.

ແຂວງ ດົ່ງນາຍ ໄດ້ສ້າງແຜນກຳນົດ​ການພັດທະນາການປູກໝາກກ້ຽງໃຫຍ່ ເຕິນຈ່ຽວ ຢູ່ຂົງເຂດຕ່າງໆທີ່​ມີດິນ​ຟ້າ​ອາດ​ກາດ​ເໝາະ​ສົມ ຄື: ຕາແສງ ບິ່ງຮວ່າ, ຕາແສງ ເຕິນບິ່ງ, ຕາແສງ ບິ່ງເລີ້ຍ, ຕາແສງ ຖ້ຽນເຕິນ, ຕາແສງ ເຕິນອານ ຂຶ້ນກັບເມືອງ ຫວິງກືວ ​ໄດ້ມີເນື້ອທີ່​ເພີ່ມ​ຂຶ້ນເຖິງພັນເຮັກຕາ.
ປະຈຸບັນ, ຢູ່ ເຕິນຈ່ຽວ ມີເນື້ອທີ່ປູກໝາກກ້ຽງໃຫຍ່ທັງໝົດ 400 ເຮັກຕາ, ສ່ວນຫຼາຍແມ່ນປູກຊະນິດໝາກກ້ຽງໃຫຍ່ລົດ ຫວານ, ໝາກກ້ຽງໃຫຍ່ເປືອກຂຽວເນື້ອແດງ, ໝາກກ້ຽງໃຫຍ່ ລົດໝາກສີດາ, ໝາກກ້ຽງໃຫຍ່ລົດສົ້ມ ແລະ ອື່ນໆ. ລາຄາ ໝາກກ້ຽງໃຫຍ່ ເຕິນຈ່ຽວ ຂຶ້ນໆລົງໆແລ້ວ​ແຕ່​ໃນແຕ່ລະປີ, ລາຄາ ປົກກະຕິໝາກກ້ຽງໃຫຍ່ລົດຫວານ ແລະ ໝາກກ້ຽງ ໃຫຍ່ລົດໝາກສີດາຈະຂາຍ​ໃນລາຄາແຕ່ 280.000-300.000 ດົ່ງຕໍ່ 12 ໜ່ວຍ ແລະ ຈະຂຶ້ນລາຄາເປັນ 1-1,2 ລ້ານດົ່ງຕໍ່ 12 ໜ່ວຍ ໃນໄລຍະບຸນປີໃໝ່ປະ​ເພນີ. ໝາກກ້ຽງ ໃຫຍ່ ເຕິນຈ່ຽວ ບໍ່ພຽງແຕ່ຈຳໜ່່າຍຢູ່ພາຍໃນປະ​ເທດ ເທົ່າ ນັ້ນ, ຫາກຍັງໄດ້ສົ່ງອອກໄປຫຼາຍປະເທດ​ເຂດເອີຣົບ ອີກດ້ວຍເຊັ່ນ: ໂຮນລັງ ແລະ ເຢຍລະມັນ ອີກດ້ວຍ.ແຂວງ ດົ່ງນາຍ ໄດ້ສ້າງແຜນກຳນົດ​ການພັດທະນາການປູກໝາກກ້ຽງໃຫຍ່ ເຕິນຈ່ຽວ ຢູ່ຂົງເຂດຕ່າງໆທີ່​ມີດິນ​ຟ້າ​ອາດ​ກາດ ແລະ ລັກສະນະທີ່ດິນ​ເໝາະສົມຄື: ຕາແສງ ບິ່ງຮວ່າ, ຕາແສງ ເຕິນບິ່ງ, ຕາແສງ ບິ່ງເລີ້ຍ, ຕາແສງ ຖ້ຽນເຕິນ, ຕາແສງ ເຕິນອານ ຂຶ້ນກັບເມືອງ ຫວິງກືວ ​ໃນເນື້ອທີ່​ເພີ່ມຂຶ້ນເຖິງພັນເຮັກຕາ.

ນອກຈາກການ​ໄດ້​ຮັບປະສິດທິຜົນດ້ານເສດຖະກິດສູງ, ໝາກ ກ້ຽງໃຫຍ່ ເຕິນຈ່ຽວ ຍັງເສີມຂະຫຍາຍທ່າແຮງບົ່ມຊ້ອນໃນ ການທ່ອງທ່ຽວ,ໃນ​ແຕ່ລະ​ປີໄດ້ຕ້ອນຮັບນັກທ່ອງທ່ຽວມາຢ້ຽມ
ຢາມນັບເປັນຈຳນວນຫຼາຍພັນຄົນ.
 
ມາຢ້ຽມຢາມ ເຕິນຈ່ຽວ, ນັກທ່ອງທ່ຽວຈະໄດ້ພັກຜ່ອນໃນບ້ານ ປູກໝາກກ້ຽງໃຫຍ່ ເຕິນຈ່ຽວ ຂອງພໍ່ເຖົ້າ ນຳເຮ້ວ, ຊຶ່ງຜູ້ນຳ ໜ້າ ໃນການຈັດຕັ້ງປະຕິບັດຕົວແບບທ່ອງທ່ຽວໃນບ້ານປູກ ໝາກກ້ຽງໃຫຍ່. ຕົວ​ເອງ​ພໍ່ເຖົ້າ ນຳເຮ້ວຈະແນະນຳໃຫ້ຮູ້ເຖິງ ອາຫານທີ່​ມີ​ກິ່ນຫອມ​ໝາກກ້ຽງ​ໃຫຍ່ຄື: ກ້ອຍໝາກກ້ຽງໃຫຍ່, ເຫຼົ້າ, ນຳ້ຫວານ, ນຳ້ປັ້ນ ແລະ ອື່ນໆ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ຊື່ນ​ຊົມ​ກັບ ລົດຊາດທີ່ຫອມຫວານຂອງໝູ່ບ້ານອາຊີບ ໝາກກ້ຽງໃຫຍ່ ແຫ່ງນີ້.
 
ກ້ອຍໝາກກ້ຽງໃຫຍ່ ໄດ້ຮັບຖືວ່າ ເປັນປະເພດອາຫານແຊບ ທີ່ສຸດຢູ່ ເຕິນ ຈ່ຽວ. ນອກຈາກ​ສ່ວນປະກອບ​ຕົ້ນຕໍແມ່ນນວນ ໝາກກ້ຽງ​ໃຫຍ່, ກ້ອຍໝາກກ້ຽງໃຫຍ່ມີຕື່ມອີກໝາກຖົ່ວດິນ, ໝາກງາຂົ້ວ, ກຸ້ງລວກ, ຊີ້ນໝູສາມຊັ້ນ... ກ້ອຍໝາກກ້ຽງໃຫຍ່ ຈະກິນກັບ ຂຽບກຸ້ງຈືນ ຫຼື ເຂົ້າຂຽບໝາກງາ ຈຳ້ແຈ່ວນຳ້ປາໝາກເຜັດ​ແມ່ນ​ແຊບ​ທີ່​ສຸດ.
 
ເມື່ອມາຍັງດອນ ເຕິນຈ່ຽວ, ແນ່ນອນວ່າ ນັກທ່ອງທ່ຽວ ຈະລືມ ບໍ່ໄດ້ຄວາມປະທັບໃຈເມື່ອໄດ້ກິນກ້ອຍໝາກກ້ຽງໃຫຍ່ໃຕ້ຫົ່ມ ເຢັນໆຂອງຕົ້ນໝາກກ້ຽງໃຫຍ່ ແຄມຫ້ວຍທີ່​ມີອາກາດເຢັນສະ ບາຍ. 
ບົດ: ຫງວຽນຫວູແທ່ງດາດ-ພາບ: ທົງຫາຍ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top