ຂະຫຍາຍການປູກໝາກກ້ວຍງ້າວຮົ່ງ ຖືວ່າເປັນການກຳນົດທິດ ບຸລິມະສິດໜຶ່ງຂອງເມືອງ ຄວ້າຍເຈົາ, ແຂວງ ຮືງອຽນ ໃນການຫັນປ່ຽນໂຄງປະກອບການປູກຕົ້ນໄມ້ກິນໝາກໃນທ້ອງຖິ່ນດັ່ງກ່າວນີ້ ດ້ວຍການວາງແຜນກໍານົດເຂດຜະລິດສິນຄ້າຢູ່ຫລາຍຕາແສງຄື: ຕືເຢີນ, ດ້າຍເຕີບ, ດົງເກັດ, ດົງນີງ ແລະ ອື່ນໆ.
ໃນຊຸມປີມໍ່ໆ ມານີ້, ໝາກກ້ວຍງ້າວຣົ່ງ ໄດ້ກາຍເປັນຕົ້ນໄມ້ເສດຖະກິດຫລັກ ແລະ ເປັນແຫຼ່ງລາຍຮັບຕົ້ນຕໍ່ຂອງຊາວກະສິກອນເມືອງ ຄວ້າຍເຈົາ, ແຂວງ ຮືງອຽນ. ຈຳນວນເງິນທີ່ນຳໃຊ້ເພື່ອລົງທຶນປູກ ໝາກກ້ວຍງ້າວ ຮົ່ງ ໃນເຮັກຕາໜຶ່ງບໍ່ເຖິງ 20 ລ້ານດົ່ງ, ແຕ່ໃຫ້ກຳໄລເກືອບ 200 ລ້ານດົ່ງຕໍ່ປີ.
ໃນຖານະເປັນຜູ້ໜຶ່ງໃນຈໍານວນຫລາຍໆຄົນທີ່ນຳໜ້າໃນການ ປູກໝາກກ້ວຍງ້າວ ຮົ່ງ ຢູ່ທ້ອງຖິ່ນ, ອ້າຍ ຟ້າມນັງແທ່ງ (ຕາແສງ ດ້າຍເຕິບ, ເມືອງ ຄວ້າຍເຈົາ, ແຂວງ ຮືງອຽນ) ໃຫ້ຮູ້ວ່າ ຕົ້ນກ້ວຍງ້າວຊະນິດນີ້ ມີຮອບວຽນເສດຖະກິດສັ້ນ, ຈຳນວນເງິນ ນຳໃຊ້ເພື່ອລົງທຶນບໍ່ສູງ, ເຕັກນິກການປູກ ແລະ ດູແລບໍ່ສັບສົນ. ຕະຫຼາດຈຳໜ່າຍໝາກກ້ວຍນັບມື້ນັບກວ້າງຂວາງຂຶ້ນ. ເພາະສະນັ້ນ, ປູກໝາກກ້ວຍຈະນຳລາຍຮັບສູງມາໃຫ້ແກ່ຜູ້ຜະລິດ.
ໝາກກ້ວຍງ້າວໄດ້ກາຍເປັນພຶດເສດຖະກິດຫລັກແຫຼ່ງສ້າງລາຍຮັບຕົ້ນຕໍ່
ໃຫ້ແກ່ຊາວກະສິກອນເມືອງ ຄວ້າຍເຈົາ, ແຂວງ ຮືງອຽນ.
ເນື້ອທີ່ປູກໝາກກ້ວຍຂອງເມືອງ ຄວ້າຍເຈົາ ສຸມໃສ່ປູກ ຢູ່ເຂດດິນພຽງ, ແຄມແມ່ນຳ້.
ຕົ້ນກ້ວຍຊະນິດນີ້ ມີຫວີ ແລະ ໝາກກ້ວຍໃຫຍ່ສະໝ່ຳສະເໝີ ແລະ ງາມ.
ລະບົບຫົດນຳ້ແບບອັດຕະໂນມັດຢູ່ສວນປູກໝາກກ້ວຍ.
ຕົ້ນກວ້ຍແຕ່ລະກົກຫຼັງຈາກຕັດແຊງລົງແລ້ວ, ຈະຖືກຕັດຖິ້ມ ເພື່ອປູກຕົ້ນໃໝ່.
ໝາກກ້ວຍຫຼັງຈາກທີ່ເກັບມາແລ້ວ, ຈະໄດ້ຂົນສົ່ງມາສາງເກັບມ້ຽນ
ເພື່ອປະຕິບັດຂັ້ນຕອນຜະລິດຕະພັນສຳເລັດຮູບ ເພື່ອສົ່ງອອກ.
ກຳມະກອນຂອງບໍລິສັດ ຖ້ວນເຕີມແທ່ງ (3T) ກຳ ລັງປະຕິບັດ
ບັນດາຂັ້ນຕອນອະນາໄມ, ຕັດຫວີ, ຫຸ່ມຫໍ່ໝາກກ້ວຍ.
ຫຼັງຈາກເຮັດອະນາໄມສະອາດສະອາງແລ້ວຈະໄດ້ແຊ່ໃນນຳ້ຢາ Tecto 0,2%, ປະໄວ້ໃຫ້ແຫ້ງ ແລ້ວຫຸ່ມຫໍ່ໃສແກັດເຈ້ຍ.
ສິ່ງສຳຄັນທີ່ສຸດເພື່ອໃຫ້ໝາກກ້ວຍສາມາດສ່ົງອອກໄດ້, ແມ່ນຕ້ອງໄດ້ຫລີກລ້ຽງ
ການສັດຕູພືດດູດນຳ້ຢາງໝາກກ້ວຍຍັງອ່ອນ, ບໍ່ໃຫ້ຖືກນຳ້ໝອກຈະເຮັດໃຫ້ເປືອກຊຳ້,
ຮັບປະກັນໃຫ້ໝາກກ້ວຍ ຍັງມີສີສັນທີ່ສົດຊື່ນຕາມທຳມະຊາດ.
ແຕ່ລະມື້, ວິສາຫະກິດຜະລິດໝາກກ້ວຍ ຖ້ວນເຕີມແທ່ງ (3T) ໄດ້ສົ່ງໝາກກ້ວຍອອກປະມານ 20 ໂຕນ
ໄປປະເທດຕ່າງໆ ໃນໂລກຄື: ລັດເຊຍ, ມາເລເຊຍ, ສ.ເກົາຫຼີ ແລະ ບັນດາປະເທດ ອາຣັບ.
|
ອ້າຍ ແທ່ງ ເລີ່ມທໍາການຜະລິດໝາກກ້ວຍຕາມທິດ VietGap ຕັ້ງແຕ່ທ້າຍປີ 2014. ລາວລົງທຶນກໍ່ສ້າງລະບົບຫົດນຳ້ແບບ ອັດຕະໂນມັດ, ນໍາໃຊ້ນໍ້າຈາກແມ່ນຳ້ ແລະ ນຳ້ບາດານເລິກກວ່າ 40 ແມັດ. ລະບົບດັ່ງກ່າວຈະຊ່ວຍເຮັດໃຫ້ຫຼຸດຜ່ອນປະລິມານຝຸ່ນ ແລະ ຄ່າແຮງງານ ແຕ່ຜົນໄດ້ຮັບຊໍ້າພັດສູງ. ສະເລ່ັຍ 3-4 ວັນ, ລະບົບຫົດນຳ້ແບບອັດຕະໂນມັດ ຈະເປີດຂຶ້ນ ເທື່ອໜຶ່ງ. ຕົ້ນປີ 2015, ລາວໄດ້ຮັບໃບຮັບຮອງຜະລິດໝາກກ້ວຍ ຕາມທິດ VietGap ໃນເນື້ອທີ່ 30 ເຮັກຕາ, ສາມາດຜະລິດໝາກກ້ວຍ ໄດ້ 1.500 ໂຕນຕໍ່ປີ.
ຕາມອ້າຍ ແທ່ງ ແລ້ວ, ເຕັກນິກການປູກຕົ້ນກ້ວຍໃນປະຈຸບັນສ່ວນຫຼາຍແມ່ນນຳໃຊ້ແນວພັນປູກລ້ຽງເຍື້ອລ້ວນແຕ່ໄດ້ຜະລິດ ແລະ ຂະຫຍາຍແນວພັນໃນຫ້ອງທົດລອງ. ນຳໃຊ້ວິທີດັ່ງກ່າວ, ເຮົາສາມາດເປັນເຈົ້າການ ໃນການເກັບກ່ຽວ ແລະ ຫຼີກລ້ຽງໄດ້ຄວາມສ່ຽງຕ່າງໆ.
ໃນເງື່ອນໄຂຢູ່ເຂດທົ່ງພຽງ, ລະຍະຫ່າງປູກຕົ້ນໄມ້ທີ່ເໝາະສົມ ແມ່ນ: 1,8 x 1,8 ແມັດ, ເທົ່າກັບ 3.500 ຕົ້ນຕໍ່ເຮັກຕາໜຶ່ງ. ຫຼັງຈາກປູກແລ້ວຕ້ອງບົ່ມຂີ້ເຫຍື້ອ ແລະ ຫົດນຳ້ໃສ່ຕົ້ນໄມ້ ເພື່ອໃຫ້ຕົ້ນໝາກກ້ວຍປົ່ງຮາກໂດຍໄວ, ສວນກ້ວຍຕ້ອງໄດ້ຮັບ ການເບິ່ງແຍງດູແລເລື້ອຍໆ ເພື່ອຮັບປະກັນໃຫ້ຕົ້ນໝາກກ້ວຍພັດທະນາເປັນຢ່າງດີ, ອອກດອກໄວ ແລະ ໃຫ້ສະມັດຕະພາບສູງ.
ຕົ້ນໝາກກ້ວຍຕ້ອງການທາດບຳລຸງສູງ, ພິເສດຝຸ່ນ ກາລີ ແລະ ທາດນີເຕີ ແມ່ນປັດໃຈທີ່ສົ່ງຜົນກະທົບໃຫຍ່ຫລວງບໍ່ພຽງແຕ່ຕໍ່ໄລຍະເວລາການຈະເລີນເຕີບໂຕ ແລະ ຕໍ່ສະມັດຕະພາບເທົ່ານັ້ນ, ຫາກຍັງມີຜົນກະທົບຕໍ່ຄຸນນະພາບ, ຄວາມສາມາດ ໃນການຂົນສົ່ງ ແລະ ເກັບຮັກສາໝາກກ້ວຍອີກດ້ວຍ.
ເວລາໃສ່ຝຸ່ນຕ້ອງຖົມຢູ່ໃຕ້ດິນ. ຝຸ່ນອົງຄະທາດອາດຈະຖົມຕາມຮ່ອງ, ໃສ່ຝຸ່ນເມື່ອເລີ່ມປູກ. ນອກນັ້ນ, ຍັງຕ້ອງເສີມດ້ວຍຝຸ່ນ ເຄມີໃຫ້ຕົ້ນໝາກກ້ວຍດ້ວຍວິທີໂຮຍໂດຍກົງໃສ່ດິນ ຫຼື ຫົດໃສ່ໃບ ໝາກກ້ວຍ ພ້ອມກັບຢາປາບສັດຕູພືດ.
ຕາມທ່ານ ຫງວຽນວັນດາດ, ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ຄວ້າຍເຈົາ ແລ້ວ, ພາຍຫລັງ ຜັນຂະຫຍາຍໂຄງການ “ສ້າງ, ຄຸ້ມຄອງ ແລະ ພັດທະນາຍີ່ຫໍ້ “ໝາກກ້ວຍງ້າວ ຮົ່ງ ເມືອງຄວ້າຍເຈົາ”, ມາເຖິງປະຈຸບັນນີ້, ເນື້ອທີ່ ປູກໝາກກ້ວຍງ້າວ ຮົ່ງ ຂອງເມືອງ ໄດ້ເພີ່ມຂຶ້ນເປັນຈຳນວນ ປະມານ500 ເຮັກຕາ.
ຂະຫຍາຍການເພາະປູກຕົ້ນໝາກກ້ວຍງ້າວ ຮົ່ງ ຖືເປັນການ ກຳນົດທິດບຸລິມະສິດໜຶ່ງຂອງເມືອງ ຄວ້າຍເຈົາ ໃນວຽກງານ ຫັນປ່ຽນໂຄງປະກອບຂອງການເພາະປູກຕົ້ນໄມ້ກິນໝາກ. ແຕ່ລະປີ ປະລິມານການຜະລິດບັນລຸໄດ້ກວ່າ 30.000 ໂຕນ, ມີມູນຄ່າກວ່າ 200 ຕື້ດົ່ງ. ເມືອງ ຄວ້າຍເຈົາ ກຳລັງສ້າງ ແຜນກໍານົດ ແລະ ຂະຫຍາຍການປູກຕົ້ນໝາກກ້ວຍງ້າວ ຮົ່ງ ກາຍເປັນເຂດຜະລິດສິນຄ້າ, ເປັນຕົ້ນໝາກໄມ້ຫຼັກ ທີ່ສ້າງລາຍຮັບດ້ານເສດຖະກິດໃຫ້ແກ່ທ້ອງຖິ່ນ.
ບົດ: ກວິ່ງແອງ - ພາບ: ກົງດາດ