• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເຄື່ອງກອດ ຕາມຮຽບ

ເຄີຍສ້າງຊື່ສຽງໂດງດັ່ງດ້ວຍອາຊີບຕັດຫຍິບມູນເຊື້ອ, ປະຈຸບັນ, ຕາແສງ ຕາມຮຽບ, ເມືອງ ຝູກເຖາະ, ຮ່າໂນ້ຍ ໄດ້ຮູ້ເຖິງເປັນ “ເມືອງຫຼວງ” ຂອງຜະລິດຕະພັນເຄື່ອງກອດຜະລິດດ້ວຍຝ້າຍ. ຜະລິດຕະພັນຂອງ ຕາມຮຽບ ໄດ້ວາງຂາຍຢູ່ຖະໜົນຫົນທາງ ຂອງ ຮ່າໂນ້ຍ ແລະ ທົ່ວພາກເໜືອອີກດ້ວຍ. 
ໃນຊຸມປີມໍ່ໆ​ ມານີ້, ເມື່ອເງື່ອນໄຂການເປັນຢູ່ ກໍ່ຄືຄວາມຕ້ອງການ ໃຊ້ຈ່າຍຂອງປະຊາຊົນໄດ້ຍົກສູງຂຶ້ນ, ສະນັ້ນ ປະເພດສິນຄ້າຄືເຄື່ອງທີ່ລະນຶກ, ຂອງຕ້ອນນັບມື້ນັບຈຳໜ່າຍໄດ້ດີ, ໃນນັ້ນ ມີເຄື່ອງກອດ ຜະລິດດ້ວຍຝ້າຍ. ເພາະສະນັ້ນ, ປີ 1997, ແຕ່ໂຮງງານທຳອິດ ແລະ ເປັນໜຶ່ງດຽວຜະລິດເຄື່ອງກອດດ້ວຍຝ້າຍແມ່ນ ຮວາຖາຍ, ມາເຖິງປະຈຸບັນ, ທົ່ວຕາແສງ ຕາມຮຽບ ມີໂຮງງານຜະລິດ ເຄ່ືອງກອດດ້ວຍຝ້າຍຫຼາຍສີບແຫ່ງ, ສະໜອງໃຫ້ຕະຫຼາດ ເຄື່ອງກວດດ້ວຍຝ້າຍຫຼາຍລ້ານໂຕຕໍ່ປີ. 
 
ໂຮງງານຜະລິດເຄື່ອງກອດດ້ວຍຝ້າຍ ຮວາຖາຍ ເປັນໂຮງງານແຫ່ງທຳອິດ, ພ້ອມກັນນັ້ນ ກໍ່ເປັນໂຮງງານມີຂະໜາດໃຫຍ່ທີໜຶ່ງ, ທີສອງໃນຕາແສງ ດ້ວຍເຂດຜະລິດກວ້າງເກືອບ 3.000 ຕາລາງແມັດ. ໂຮງງານໄດ້ສ້າງວຽກເຮັດງານທຳເປັນເລື້ອຍໆ ໃຫ້ແຮງງານກວ່າ 20 ຄົນດ້ວຍເງິນເດືອນສະເລັ່ຍ 3 ລ້ານດົ່ງ/ຄົນ/ເດືອນ.


ຜ້າແພໄດ້ຈັດເປັນແຕ່ລະປະເພດກ່ອນທີ່ຈະເອົາໄປຜະລິດເປັນເຄື່ອງກອດ.


ຝ້າຍເປັນວັດຖຸຕົ້ນຕໍ ທີ່ຂາດບໍ່ໄດ້ໃນຂັ້ນຕອນການເຮັດເຄື່ອງກອດ.


ຈາກສີມືທີ່ຄ່ອງແຄ້ວຂອງຕົນ, ຊາວບ້ານ ຕາມຮຽບ ຜະລິດອອກ
ຜະລິດຕະພັນເຄື່ອງກອດ ທີ່ໄດ້ຮັບຄວາມນິຍົມຊົມຊື້ ຫຼາຍຢູ່ຕະຫຼາດ.



ການກວດກາຂັ້ນສຸດທ້າຍຜະລິດຕະພັນເຄື່ອງກອດ ກ່ອນທີ່ເອົາໄປ
ຫຸ້ມຫໍ່ ແລ້ວຈຳໜ່າຍອອກສູ່ຕະຫຼາດ.



ເຄື່ອງກອດຫຼາຍປະເພດຫຼັງຈາກຍັດຝ້າຍແລ້ວ ຈະໄດ້ເອົາໄປຫຍິບ. 


ບັນດາຜະລິດຕະພັນເຄື່ອງກອດສຳເລັດຮູບ ທີ່ໝູ່ບ້ານອາຊີບ ຕາມຮຽບ.


ໂຮງງານຜະລິດເຄື່ອງກອດ ຮວາຖາຍ ເປັນໂຮງງານມີຂະໜາດ ໃຫຍ່ ແລະ
ດຶງດູດແຮງງານທ້ອງຖິ່ນມາເຮັດວຽກນັບເປັນ ຈຳນວນຫຼວງຫຼາຍ.



ຜະລິດຕະພັນເຄື່ອງກອດຂອງບ້ານ ຕາມຮຽບ ໄດ້ຮັບການນິຍົມ
ຊົມຊອບຫຼາຍຂອງເດັກນ້ອຍ ຍ້ອນມັນໄດ້ອອກແບບຕາມ ຕົວລະຄອນໃນໜັງກະຕູນທີ່ມີຊື່ສຽງ.
ໂຮງງານຜະລິດເຄື່ອງກອດ ຮວາຖືກ ມີເນື້ອທີ່ເກືອບ 2.000 ຕາລາງແມັດ, ດ້ວຍແຮງງານກວ່າ 10 ຄົນ ພ້ອມກັບຮ້ານວາງຂາຍເຄື່ອງກອດແຫ່ງດຽວຢູ່ຕາແສງ. ທີ່ຮ້ານແຫ່ງນີ້ ໄດ້ວາງຂາຍ ເຄື່ອງກອດຫຼາຍປະເພດທີ່ເປັນຕົວລະຄອນໃນໜັງກະຕູນຄື: Doraemon, ໝີ Pooh, ແມວ Oggy ແລະ ອື່ນ.

ຕາມການສະຖິຕິ, ປະຈຸບັນ, ທົ່ວຕາແສງ ຕາມຮຽບ ມີປະຊາຊົນ ປະມານ 11.000 ຄົນ, ໃນນັ້ນ 80% ເຂົ້າຮ່ວມໃນການຜະລິດ ເຄື່ອງກອດດ້ວຍຝ້າຍ. ນອກຈາກແກ້ໄຂບັນຫາວຽກເຮັດງານທຳ ໃຫ້ແກ່ແຮງງານທ້ອງຖິ່ນ, ອາຊີບດັ່ງກ່າວ ຍັງສ້າງວຽກເຮັດງານທຳໃຫ້ແກ່ແຮງງານມາຈາກບັນດາທ້ອງຖິ່ນທີ່ໃກ້ຄຽງອີກດ້ວຍ.

ຫວ່າງແລ້ວນີ້, ສູນກາງຊ່ວຍເຫຼືອ ແລະ ພັດທະນາຊາວໜຸ່ມ ຮ່າໂນ້ຍສົມທົບກັບສູນກາງສົ່ງເສີມກະສິກຳ ແລະ ປືກສາພັດທະນາ ອຸດສາຫະກຳ (ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ) ຈັດຕັ້ງຫ້ອງຮຽນສອນອາຊີບຜະລິດເຄື່ອງກອດດ້ວຍຝ້າຍໃຫ້ແຮງງານໜຸ່ມໃນຕາແສງ ຕາມຮຽບ. ຫ້ອງຮຽນດັ່ງກ່າວ ຈະຊ່ວຍໃຫ້ນັກຮຽນທີ່ເປັນລູກຫຼານໃນຕາແສງ ໄດ້ຮຽນຢ່າງມີແບບມີແຜນ, ເປັນອາຊີບ ແລະ ມີສີມືດີ ເພື່ອສາມາດຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການຄຸນນະພາບນັບມື້ນັບສູງຂຶ້ນຂອງຕະຫຼາດ.
ບົດ: ຖາວວີ - ພາບ: ຈິ້ງວັນໂບ້

bichlien

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top