• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ອຽນເສີ-ຈຸດສະຫວ່າງໃນການກໍ່ສ້າງຊົນນະບົດໃໝ່ຂອງຮ່າໂຮ້ຍ

ໄດ້ເປັນໜຶ່ງໃນຈຳນວນຕາແສງຈຸດສຸມໃນຂະບວນການກໍ່ສ້າງຊົນນະບົດໃໝ່ຂອງນະຄອນ ຮ່າໂນ້ຍ, ພາຍຫຼັງການ ປະຕິບັດມາເປັນເວລາ 2 ປີ, ຕາແສງ ອຽນເສີ (ເມືອງ ຮວ່າຍດຶກ) ໄດ້ສຳເລັດເປົ້າໝາຍກໍ່ສ້າງຊົນນະບົດໃໝ່ 19/19, ກາຍເປັນຈຸດສະຫວ່າງກ່ຽວກັບການພັດທະນາກະສິກຳ, ຍົກສູງລະດັບຊີວິດ ການເປັນຢູ່ໃຫ້ແກ່ຊາວກະສິກອນຢູ່ທີ່ນີ້.
ເມື່ອລົງມືປະຕິບັດຂະບວນການກໍ່ສ້າງຊົນນະບົດໃໝ່, ຕາແສງ ອຽນເສີ ໄດ້ວາງເປົ້າໝາຍພັດທະນາເສດຖະກິດ ແບບຍືນຍົງ ຄົງຕົວເປັນໜ້າທີ່ສຳຄັນແຖວໜ້າ. ເພາະສະນັ້ນ, ອຽນເສີ ໄດ້ລະດົມແຫຼ່ງກຳລັງແຮງຂອງປະຊາຊົນ, ວິສາຫະກິດ, ສຸມໃສ່ຫັນປ່ຽນແຕ່ຕົ້ນໄມ້ມີປະສິດທິຜົນຕຳ່ ມາປູກຕົ້ນໄມ້ຊະນິດ ທີ່ມີປະສິດທິຜົນທາງດ້ານເສດຖະກິດສູງ. ຄຽງຄູ່ກັນນັ້ນ, ທາງຕາແສງກໍ່ສົ່ງເສີມຊາວກະສິກອນໂຮມເນື້ອທີ່ເພາະປູກເຂົ້າເປັນທົ່ງໃຫຍ່, ກໍ່ສ້າງຂົງເຂດສະເພາະຜະລິດສິນຄ້າ, ເຂດການຄ້າ, ການບໍລິການ, ພັດທະນາຂະແໜງ ອຸດສາຫະກຳນ້ອຍ.
 
ອຽນເສີ ໄດ້ສ້າງເງື່ອນໄຂໃຫ້ຊາວກະສິກອນໄດ້ແລກປ່ຽນເນື້ອທີ່ເພາະປູກເຊິ່ງກັນ ແລະ ກັນໂດຍຕົນເອງ ຫຼື ໃຫ້ຊາວກະສິກອນໄດ້ເຊົ່າເນື້ອທີ່ເພາະປູກເພື່ອລົງທຶນເປີດກວ້າງ, ພັດທະນາການຜະລິດ, ເຮັດທຸລະກິດ. ພ້ອມກັນນັ້ນ, ຫັນປ່ຽນອົງປະກອບ ເສດຖະກິດຕາມທິດບຸລິມະສິດພັດທະນາອຸດສາຫະກຳ, ອຸດສາຫະກຳນ້ອຍ, ການບໍລິການ, ຂຸດຄົ້ນດີທີສຸດທ່າແຮງ ດິນແດນເພື່ອພັດທະນາກະສິກຳຢ່າງມີປະສິດທິຜົນ ແລະ ຍືນຍົງຄົງຕົວ. 

­­­ໂຮງຮຽນອະນຸບານຂອງຕາແສງ ອຽນເສີ ຫາກໍ່ໄດ້ຮັບການກໍ່ສ້າງ ຂຶ້ນໃໝ່ເພື່ອຮັບໃຊ້ໃຫ້ປະຊາຊົນໃນຕາແສງ. 


ພື້ນຖານໂຄງລ່າງຂອງບັນດາໂຮງຮຽນທຸກຊັ້ນໃນຕາແສງ
ໄດ້ລົງທຶນເພື່ອຫັນໄປເຖິງການຍົກລະດັບຄຸນນະພາບການສຶກສາ.



ລະບົບເສັ້ນທາງໄດ້ປູເບຕົງເພື່ອສ້າງຄວາມສະດວກໃຫ້ແກ່ການ
ຄ້າຂາຍຂອງຊາວບ້ານ ອຽນເສີ. 



ແບບແຜນປູກດອກໄມ້ໃນໂຮງນຳມາປະສິດທິຜົນທາງດ້ານ
ເສດຖະກິດສູງໃຫ້ບັນດາຄອບຄົວຢູ່ຕາແສງ ອຽນເສີ.



ແບບແຜນປູກດອກໄມ້ໃນໂຮງໃຫ້ດອກງາມ ແລະ ສະມັດຕະພາບສູງ. 


ໂຮງງານຜະລິດເຄື່ອງໄມ້ແຫ່ງໜຶ່ງຂອງໝູ່ບ້ານອາຊີບໃນຕາແສງ ອຽນເສີ.


ໂຮງງານຜະລິດເຄື່ອງໄຟຟ້າແຫ່ງໜຶ່ງຂອງປະຊາຊົນໃນຕາແສງ ອຽນເສີ. 


ປະຈຸບັນ ຢູ່ຕາແສງ ອຽນເສີ ມີຫຼາຍຄອບຄົວທຳອາຊີບຜະລິດ ເສັ້ນລ້ອນ,
ຫາລາຍຮັບເພິ່ມນອກຈາກການຜະລິດກະສິກຳ. 



ໂຮງງານຕັດຫຍິບແຫ່ງໜ່ຶງຢູ່ ອຽນເສີ, ໄດ້ສ້າງວຽກເຮັດງານທຳ
ໃຫ້ຊາວທ້ອງຖິ່ນນັບເປັນຈຳນວນຫຼວງຫຼາຍ.



ເພື່ອປະຕິບັດແຜນການກໍ່ສ້າງຊົນນະບົດໃໝ່, ຕາແສງ ອຽນເສີ, ເມືອງ ຮວ່າຍດຶກ (ຮ່າໂນ້ຍ)
ໄດ້ຫັນປ່ຽນເນື້ອທີ່ເພາະປູກ
ຕົ້ນໄມ້ຊະນິດທີ່ມີປະສິດທິຜົນຕຳ່ກວ່າ 120 ເຮັກຕາມາປູກ
ຕົ້ນໄມ້ຊະນິດທີ່ມີ ປະສິດທິຜົນທາງດ້ານເສດຖະກິດສູງ.
ຊາວກະສິກອນຫຼາຍຄົນໄດ້ຫັນປ່ຽນເນື້ອທີ່ເພາະປູກຕົ້ນໄມ້ຊະນິດທີ່ມີປະສິດທິຜົນຕຳ່ກວ່າ 120 ເຮັກຕາມາປູກຕົ້ນໄມ້ຊະນິດທີ່ມີ ປະສິດທິຜົນທາງດ້ານເສດຖະກິດສູງຄື: ເຝີດຖູ, ໝາກກ້ຽງ ແກ໋ງ, ໝາກສົ້ມໂອ ຢຽນ... ດ້ວຍຕົວແບບຫຼາຍຄອບຄົວພ້ອມກັນຜະລິດ, ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນ, ມາເຖິງປະຈຸບັນ, ເຮັກຕາໜຶ່ງ ທີ່ປູກຕົ້ນໄມ້, ດອກໄມ້ຫຼາຍຊະນິດຢູ່ທີ່ນີ້ ສ້າງລາຍຮັບແຕ່ 800 ລ້ານເຖິງ 1 ຕື້ດົ່ງຕໍ່ປີ ໃຫ້ແກ່ຊາວກະສິກອນຢູ່ທີ່ນີ້.
 
ບໍ່ພຽງແຕ່ເອົາໃຈໃສ່ໃນການພັດທະນາເສດຖະກິດເທົ່ານັ້ນ, ອຽນເສີ ຍັງເປັນຈຸດສະຫວ່າງໃນການກໍ່ສ້າງຊີວິດດ້ານວັດທະນະທຳ ແລະ ຈິດໃຈອີກດ້ວຍ. ທາງຕາແສງກໍ່ສຳເລັດການກໍ່ສ້າງສົນທິສັນຍາສະບັບໜຶ່ງຂອງບ້ານລວມມີ 6 ມາດຕາ ແລະ 63 ຂໍ້ ໄດ້ເນັ້ນໜັກເຖິງບັນຫາຄຸນສົມບັດ, ວັດທະນະທຳ, ວິຖີຊີວິດໃນຄອບຄົວ, ຮັກສາສິ່ງແວດລ້ອມ, ຮັບປະກັນຄວາມສະຫງົບ, ປອດໄພພາຍໃນຕາແສງ, ປະຕິບັດແບບແຜນດຳນົງຊີວິດ ມີຄວາມສິວິໄລໃນງານດອງ, ງານສົບ, ສະຫຼອງອາຍຸຍືນ ແລະ ງານບຸນຕ່າງໆ. ຄຽງຂ້າງນັ້ນ, ຫຼາຍກິດຈະກຳກໍ່ສ້າງຕ່າງໆ ຄື: ເຮືອນວັດທະນະທຳ, ໂຮງຮຽນອະນຸບານ, ເດີ່ນກິລາ, ລະບົບຊົນນະປະທານ, ຄອງເໝືອງ, ໄປສະນີວັດທະນະທຳຂອງຕາແສງ... ກໍ່ໄດ້ກໍ່ສ້າງເພື່ອຮັບໃຊ້ ໃຫ້ແກ່ຊີວິດການເປັນຢູ່ ແລະ ພັດທະນາການຜະລິດ ຂອງປະຊາຊົນ.
ພຽງແຕ່ 2 ປິປະຕິບັດຂະບວນການກໍ່ສ້າງຊົນນະບົດໃໝ່, ອຽນເສີໄດ້ສຳເລັດ 19/19 ເປົ້າໝາຍກໍ່ສ້າງຊົນນະບົດໃໝ່. ທາງຕາແສງຈະສືບຕໍ່ກໍ່ສ້າງໃຫ້ສຳເລັດ ແລະ ຍົກສູງບັນດາເປົ້າໝາຍທີ່ບັນລຸ ໄດ້, ຍົກລະດັບລາຍຮັບສະເລ່ຍຕໍ່ຫົວຄົນຂຶ້ນກວ່າ 30 ລ້ານດົ່ງຕໍ່ປິ. 

ປະຈຸບັນ, ໂສມໜ້າຊົນນະບົດຂອງຕາແສງເລີ່ມດີຂຶ້ນ, ລະດັບຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ບົດ: ຕວຽນກຽດ-ພາບ: ຈິ້ງວັນໂປ້

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top