• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ອາຊີບຕຳ່ຜືຢູ່ແຄມແມ່ນຳ້ ໂກຈຽນ

ເປັນເວລາ 8 ປີມານີ້, ປະຊາຊົນຫຼາຍຄົນຢູ່ຕາແສງ ດຶກໝີ໋, ເມືອງ ກາງລອງ, ແຂວງ ຈ່າວິງ ໄດ້ຫຼຸດພົ້ນອອກຈາກ ຄວາມທຸກຍາກ, ມີຊີວິດການເປັນຢູ່ແບບກິນອີ່ມນຸ່ງອຸ່ນ, ອຸດົມສົມບຸນ ດ້ວຍອາຊີບປູກ ແລະ ຕຳ່ຜື. 
ພວກຂ້າພະເຈົ້າ​ໄດ້​ໄປຕາແສງ ດຶກໝີ໋ ພໍ​ດີຖືກກັບໄລຍະ ເກັບກ່ຽວຜືຢ່າງຟົດຟື້ນ. ສອງຝ່ັງແມ່ນຳ້ ໂກຈຽນ ເຕັມໄປ ດ້ວຍ ສີຂຽວຂອງຕົ້ນຜືນຫຼາຍກວ່າ 600 ເຮັກຕາ, ໄດ້ສ້າງ ເປັນຮູບພາບໜຶ່ງກ່ຽວກັບຊົນນະບົດທີ່ມີຊີວິດຊີວາ ແລະ ມີຄວາມສະຫງົບສຸກ.
 
ຢູ່ໃກ້ໆນັ້ນ, ​ໄດ້​ຍິນ​ສຽງ​ເຄື່ອງຈັກຕຳ່ຜືຂອງສະຫະກອນ ກວຽດເຕິມ ພວມເຄື່ອນໄຫວຢ່າງຕໍ່ເນື່ອງ, “ກືນ​ກິນ” ມັດ​ຜື​ແຫ້ງ​ສີ​ເຫຼືອງ ແລະ "ຄາຍ​ອອກ” ຜະລິດຕະ​ພັນຜ້າພົມຜື ແລະ ສາດຜື ຫຼາຍຜືນ. ນາຍຊ່າງທີ່​ສຳ​ນານ​ງານຫຼາຍຄົນ​ກຳ​ລັງ ປະຕິບັດຂັ້ນຕອນສຸດທ້າຍຢ່າງລະອຽດຄື: ຕັດຮອນ ສ່ວນ ຜືນທີ່ເຫຼືອອອກ, ມັດເຊືອກ ແລະ ​ຂັ້ນ​ຕອນ​ສຸດ​ທ້າຍ ຂອງ​ຜະ​ລິດ​ຕະ​ພັນ​ສຳ​ເລັດ​ຮູບ.
 
ທ່ານ ຫງວຽນເຕິນແຊນ, ອາຍຸ 56 ປີ, ປະທານສະຫະກອນ ກວຽດເຕິມ ໃຫ້ຮູ້ວ່າ ຍ້ອນການນຳທ້ອງຖິ່ນມາປຸກລະດົມ ຊາວກະສິກອນຫັນປ່ຽນກົນ​ໄກ​ການ​ປູກ​ຕົ້ນ​ໄມ້, ຕັດ​ສນ​ໃຈຫັນມາປູກຕົ້ນຜື​ແທນ, ​ເປັນປະເພດຕົ້ນໄມ້ ທີ່ເໝາະ ສົມກັບທີ່ດິນຢູ່ທີ່ນີ້, ສະນັ້ນ, ຈຶ່ງບັນລຸໄດ້ຜົນສຳ​ເລັດ​ຢ່າງ​ຕັ້ງ​ໜ້າ. 

ເນື້ອ​ທີ່​ປູກຜືຫຼາຍກວ່າ 600 ເຮັກຕາ​ທີ່ຢູ່ຕາແສງ ດຶກໝີ໋ ພວມໃນລະດູເກັບກ່ຽວ

ຊາວບ້ານ​ຕາ​ແສງ ດຶກໝີ໋ ຕາກຜືທີ່ຫາກໍ່ເກັບ​ຂຶ້ນມາ.

ຜືດິບ​ພາຍ​ຫຼັງທີ່​ເກັບ​ຂຶ້ນ​ມາ​ຕ້ອງໄດ້ຕາກ​ໃຫ້ແຫ້ງ ກ່ອນທີ່ຜະລິດອອກເປັນຜະລິດຕະພັນ.

ຜ້າພົມແຕ່​ລະ​ຜືນໄດ້ຕາກ​ໃຫ້ແຫ້ງຢູ່ເດີ່ນບ້ານ.

ຜືຫຼັງຈາກຕາກແຫ້ງ​ແລ້ວຈະໄດ້ເອົາໄປເຂົ້າ​ສາງ​ເພື່ອ​ກະ​ກຽມ​ນຳ​ໄປຜະລິດຢູ່ໂຮງງານ.

ການຕຳ່​ຜ້າພົມຜືໃນຄອບຄົວໜຶ່ງຢູ່ ດຶກໝີ໋.

ແມ່ເຖົ້າກຳ​ລັງຊ່ວຍແບ່ງ​ເບົາ​ໜ້າວຽກ​ທີ່​ເບົາ​ບາງ​ໃນ​ຂະ​ບວນ​ການຜະລິດຜື​ຂອງລູກຫຼານ.

ເຄື່ອງຈັກຕຳ່ພົມຜື ​ທີ່ຊາວບ້ານ​ບາງ​ຄອບຄົວນຳໃຊ້ເພື່ອ
ຊ່ວຍຍົກສູງກຳລັງການຜະລິດ.


ຜະລິດຕະພັນສິລະປະກຳຈຳນວນໜຶ່ງທີ່ເຮັດດ້ວຍຜື
ແມ່ນໄດ້ຜະລິດຕາມແບບຫັດຖະກຳສີມື. 


ສະຫະກອນ ກວຽດເຕິມ ເປັນບ່ອນກໍ່ສ້າງອາຊີບທີ່ໜ້າ
ເຊື່ອຖື ​ຈາກ​ນາຍ​ຊ່າງທີ່​ສຳ​ນານ​ງານ ແລະ ມີປະສົບການ ຫຼາຍປີ


ສີມືທີ່ຄ່ອງແຄ້ວຂອງນາຍຊ່າງ ກຳ​ລັງເຮັດສຳເລັດຂັ້ນຕອນ ສຸດທ້າຍຂອງຜະລິດຕະພັນທີ່ເຮັດດ້ວຍຜື.
ສະຫະກອນ ກວຽດເຕິມ ໄດ້ສ້າງຕັ້ງຂຶ້ນເມື່ອປີ 1999, ເປັນ ບ່ອນເກັບຊື້ກິ່ງຜືດິບຈາກຄອບ​ຄົວປະຊາຊົນ, ທັງເປັນ ບ່ອນຜະລິດຜະລິດຕະພັນທີ່ເຮັດດ້ວຍຕົ້ນຜື. ນອກຈາກ ກຳມະກອນ​ທີ່ເຮັດວຽກໃນ​ສະ​ຫະ​ກອນ​ປະ​ມານ 20 ຄົນແລ້ວ ​ກໍ່ຍັງມີແຮງງານປະມານ 500 ຄົນ ຮັບຜະ ລິດຜະ​ລິດຕະພັນຜືເຄີ່ງ​ສຳ​ເລັດ​ຮູບ​ທີ່ຜະລິດຢູ່ ກັບເຮືອນ.
 
ທ່ານ ແຊນ ໃຫ້ຮູ້ຕື່ມອີກວ່າ: ຕົ້ນຜືປູກ ແລະ ບົວລະບັດ ໄດ້ງ່າຍດາຍ, ສະນັ້ນ, ໃນ 1.000 ຕາລາງແມັດ​ໃດ ສາ ມາດ ເກັບຜືແຫ້ງໄດ້ໜຶ່ງໂຕນກວ່າ. ປະຈຸບັນ, ໃນແຕ່ລະປີ ຊາວກະສິກອນປູກຜືນໄດ້ 3 ລະດູ, ຜືປະເພດ 1 ແມ່ນ​ຊື້ໃນ​ລາ​ຄາ 19.000-20.000 ດົ່ງຕໍ່ກິໂລກຣາມ, ​ໄດ້​​ຊ່ວຍສ້າງ​ລາຍ​ຮັບ​ໃຫ້ຊາວກະສິກອນ​ຫຼາຍ​ພໍສົມຄວນ.
 
ນັບ​ແຕ່ມື້​ສ້າງ​ຕັ້ງສະຫະກອນຂຶ້ນ, ບໍ່ພຽງແຕ່​ຄອບ​ຄົວ ປະ ຊາຊົນພາຍໃນຕາແສງ ເທ່ົານັ້ນ, ຫາກຍັງໄດ້​ສ້າງ​ໃຫ້ປະ ຊາຊົນ ຢູ່ທ້ອງຖິ່ນໃກ້ຄຽງມີວຽກເຮັດງານທຳ, ສ້າງລາຍ ຮັບເພີ່ມຈາກການຜະລິດຜືນີ້ອີກດ້ວຍ. ຜະລິດຕະພັນຂອງ ສະຫະກອນ ໄດ້ຜະລິດຢ່າງປານີດ ແລະ ມີຫຼາຍຮູບຫຼາຍ ແບບ. ຕົວຢ່າງຄື: ສາດຜື, ຜ້າພົມ​ຜື, ກຸບ, ກະຕ່າ, ກະເປົາ, ກະໂຖ... ​ຊຶ່ງໄດ້ຮັບການນິຍົມຊົມຊື້ຈາກຫຼາຍ
ທ້ອງຖິ່ນຢູ່ ພາຍໃນ ແລະ ຕ່າງປະເທດ.

 
ສະເພາະຜະລິດຕະພັນສາດ ແລະ ຜ້າພົມ ໄດ້ສົ່ງໄປຂາຍ ຢູ່ບັນດາປະເທດຄື: ຊູແອດ, ເດນມາກ, ຍີ່ປຸ່ນ ແລະ ສ. ເກົາຫຼີ ເປັນປະຈຳ. ບັນດາຜະລິດຕະພັນຕ່າງໆ ຂອງສະຫະກອນ ໄດ້ຮັບການຕີລາຄາສູງດ້ານຄຸນນະພາບ ແລະ ຄວາມ ສວຍງາມ.
ຜະລິດຕະພັນສິລະປະກຳຈຳນວນໜຶ່ງທິ່ຜະ​ລິດ​ຈາກຜື
ຂອງສະຫະກອນ ກວຽດເຕິມ:















ຕາມ​ທີ່ຮູ້, ຕາແສງ ດຶກໝີ໋ ມີປະຊາຊົນທັງໝົດຈຳ​ນວນ 2.348 ຄອບຄົວ, ໃນນັ້ນ, ມີຈຳ​ນວນ 1.600 ຄອບຄົວ ຢຶດ​ຖືກັບ ອາຊີບປູກ ແລະ ຜະລິດຜື. ລະດັບຊີວິດການເປັນ ຢູ່ຂອງ ປະຊາຊົນໃນຕາແສງ ນັບມື້ນັບພັດທະນາດີຂຶ້ນ ດ້ວຍອາຊີບ ດັ່ງກ່າວ. ເລີ່ມແຕ່ປີ 2009, ຕາແສງ ດຶກໝີ໋ ໄດ້ຮັບຮອງເປັນ ໝູ່ບ້ານຕຳ່ຜ້າພົມຜື, ສາດສົ່ງອອກ ແລະ ກາຍເປັນສະມາຊິກ ຂອງສະມາຄົມ ໜຶ່ງບ້ານ​ໜຶ່ງຜະ​ລິດ​ຕະ​ພັນ (OVOP) ຂອງ ຫວຽດນາມ.
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

bichlien

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top