• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ອາຊີບຊ່າງໄມ້ຢູ່ ຫືວບັ່ງ

ຫ່າງຈາກ ຮ່າໂນ້ຍ ປະມານ 40 ກິໂລແມັດ, ຊຸມປີໝໍ່ໆມານີ້ ໝູ່ບ້ານອາຊີບຊ່າງໄມ້ ຫືວບັ່ງ (ເມືອງ ແທກເທິດ, ຮ່າໂນ້ຍ) ພັດກາຍເປັນບ່ອນຈັບໃຈລູກຄ້າຫຼາຍຄົນເມື່ອມາເລືອກຊື້ເຄື່ອງໃຊ້ຂອງສອຍໃນຄອບຄົວທີ່ເຮັດດ້ວຍໄມ້. ອາຊີບຊ່າງໄມ້ຂອງຕາແສງ ຫືວບັ່ງ ພັດທະນາໄດ້ປະກອບສ່ວນເພີ່ມລາຍຮັບຂຶ້ນໃຫ້ແກ່ບັນດາຄອບຄົວຢູ່ທີ່ນີ້ ແລະ ຍູ້ໄວການພັດທະນາດ້ານເສດຖະກິດຢູ່ຂົງເຂດດັ່ງກ່າວ.
ພວກຂ້າພະເຈົ້າມາຢາມ ຫືວບັ່ງ ໃນໄລຍະທ້າຍປີ 2015, ບັນຍາກາດຂອງການຊື້ຂາຍເຄື່ອງໄມ້ໄຂຂຶ້ນຢ່າງຟົດຟື້ນ ດ້ວຍລົດຂົນສ່ົງສິນຄ້າຫຼາຍຄັນເຂົ້າອອກບ້ານຢ່າງຄຶກໂຄມໜ້າແໜ້ນ. ພວກຂ້າພະເຈົ້າມາຫາບໍລິສັດ ຮວ່າງຟາດ ຈຳກັດ ຕາມການຊີ້ບອກ, ບໍລິສັດແຫ່ງນີ້ ມີໂຮງງານຜະລິດແຫ່ງໜຶ່ງ ກວ້າງ 5 ເຮັກຕາດ້ວຍກຳມະກອນທັງໝົດ 150 ຄົນ.
 
ອ້າຍ ຟານດຶກເວື້ອງ, ຫົວໜ້າຫ້ອງການອອກແບບຂອງບໍລິສັດ ຮວ່າງຟາດ ຈຳກັດໃຫ້ຮູ້ວ່າ ໄມ້ໄດ້ນຳໃຊ້ເພື່ອຜະລິດຢູ່ ຫືວບັ່ງ ສ່ວນຫຼາຍຈະແມ່ນ ໄມ້ລີມ (Erythropheumlasianthum), ໄມ້ ເຮືອງ (Pterocarpus)  ໄດ້ນຳເຂົ້າມາຈາກ ອາຟລິກາໃຕ້, ໄມ້ໂອກ ນຳເຂົ້າຈາກ ລັດເຊຍ,​ ເຢຍລະມັນ ຫຼື ໄມ້ເລື່ອຍ ນຳເຂົ້າຈາກ ອິນໂດເນເຊຍ ແລະ ເມເລເຊຍ... ຫຼັງຈາກ ວັດຖຸດິບໄດ້ນຳເຂົ້າມາ, ຜ່ານບັນດາຂັ້ນຕອນຕ່າງໆ ຄື: ເລື່ອຍໄມ້, ອົບແຫ້ງ, ເຊັດກະດາດຊາຍໃຫ້ມັນກ້ຽງ, ສີດນຳ້ສີ ແລະ ຜະລິດໃຫ້ສຳເລັດຂອງຊ່າງໄມ້ຜູ້ທີ່ຊຳນານງານ ຈະກາຍເປັນ ບັນດາຜະລິດຕະພັນທີ່ມີຫຼາກຫຼາຍຮູບແບບ. 

ໂຮງງານຜະລິດຖ້ານມ້ຽນປື້ມຂອງບໍລິສັດ ຮວ່າງຟາດ ຈຳກັດ ຢູ່ບ້ານ ຫືວບັ່ງ.


ຂັ້ນຕອນການປະກອບແປ້ນໄມ້ ແລະ ສ້າງໜ້າກ້ຽງໃຫ້ແກ່ ຜະລິດຕະພັນໜຶ່ງ.


ຂັ້ນຕອນການສີດນຳ້ສີໃຫ້ແກ່ບັນດາຜະລິດຕະພັນໄມ້. 


ໂຮງງານເຈາະລວດລາຍດ້ວນຈັກຂອງຄອບຄົວອ້າຍ ຫງວຽນງອກທາຍ ຢູ່ບ້ານ ຫືວບັ່ງ.


ຖ້ານມ້ຽນປື້ມໂດຍບໍລິສັດ ຮວ່າງຟາດ ຈຳກັດ ຜະລິດ
ກຳລັງໄດ້ປະກອບເພື່ອຮັບໃຊ້ໃຫ້ໃບສັ່ງຊື້ສິນຄ້າສົ່ງອອກ.



ໂຮງງານເຈາະລວດລາຍດ້ວນຈັກຂອງຄອບຄົວອ້າຍ ຫງວຽນງອກທາຍ ຢູ່ບ້ານ ຫືວບັ່ງ.




ບັນດາລວດລາຍໄດ້ເຈາະດ້ວຍໄມ້. 


ເຄື່ອງເຈາະລວດລາຍທັນສະໄໝ ສ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການຜະລິດ
ຂອງອາຊີບຊ່າງໄມ້ ໃຫ້ແກ່ ປະຊາຊົນ.
    



ພື້ນຖານຂາຍເຄື່ອງໃຊ້ຂອງສອຍໃນຄອບຄົວແຫ່ງໜຶ່ງຂອງ
ໝູ່ບານອາຊີບຊ່າງໄມ້ ຫືວບັ່ງ.



ຜະລິດຕະພັນເຄື່ອງໃຊ້ຂອງສອຍຈຳນວນໜຶ່ງຂອງໝູ່ບ້ານອາຊີບ
ຊ່າງໄມ້ ຫືວບັ່ງ.

ປະຈຸບັນ, ອາຊີບຊ່າງໄມ້ໄດ້ກາຍເປັນອາຊີບຕົ້ນຕໍເພື່ອໃຫ້ປະຊາຊົນຢູ່ທີ່ນີ້ ພັດທະນາເສດຖະກິດຂອງຄອບຄົວ. ຂຶ້ນກັບວຽກເຮັດຕົວຈິງ, ຊ່າງໄມ້ຜູ້ລະຄົນຈະໄດ້ຮັບເງິນເດືອນ ແຕກຕ່າງກັນ, ລາຍຮັບສະເລ່ັຍແຕ່ 5-7 ລ້ານດົ່ງ/ຄົນ/ເດືອນ.
 
ບັນດາຜະລິດຕະພັນເຄື່ອງໃຊ້ຂອງສອຍທີ່ເຮັດດ້ວຍໄມ້ຂອງ ຫືວບັ່ງ ກຳລັງຄວບຄຸມຕະຫຼາດຢູ່ແຂວງ, ນະຄອນຫຼາຍແຫ່ງໃນທົ່ວປະເທດ. ຄຽງຄູ່ກັນນັ້ນ, ສຳລັບຜະລິດຕະພັນທີ່ປານີດ, ມີຄຸນນະພາບດີ ຈະໄດ້ສົ່ງອອກໄປຫຼາຍປະເທດໃນຂົງເຂດ ອາຊີຕາເວັນອອກສ່ຽງໃຕ້ ຄື: ລາວ, ກຳປູເຈຍ, ອິນໂດເນເຊຍ ແລະ ອື່ນໆ.
 
ທ່ານ ຟານລາກເຈື່ອງ, ປະທານຄະນະກຳມະການປະຊາຊົນຕາແສງ ຫືວບັ່ງ ໃຫ້ຮູ້ວ່າ ປະຊາຊົນຫຼາຍຄົນຢູ່ຕາແສງ ໄດ້ ສ້າງຕັ້ງບໍລິສັດຜະລິດສະເພາະເຄື່ອງໄມ້ຢູ່ແລ້ວ. ປະຈຸບັນ, ທົ່ວຕາແສງມີວິສາຫະກິດ 30 ຄົນ ແລະ 700-800 ຄອບຄົວທຳອາຊີບຜະລິດເຄື່ອງໃຊ້ຂອງສອຍໃນຄອບຄົວທີ່ເຮັດດ້ວຍໄມ້, ລາຍຮັບສະເລັ່ຍປະມານ 500-600 ລ້ານດົ່ງ/ຄອບຄົວ/ປີ.
ບົດ: ເງິນຮ່າ - ພາບ: ເຕິດເຊີນ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top