• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ສວນປູກຕົ້ນໄມ້ກິນໝາກ ລ້າຍທ່ຽວ

ຫຼາຍຮ້ອຍປີຜ່ານມາ, ເຂດລ້າຍທ່ຽວ ຂຶ້ນກັບແຂວງ ບິ່ງເຢືອງ ແມ່ນເຂດທີ່ມີຊື່ສຽງທົ່ວພາກໃຕ້ວ່າເປັນເຂດປູກຕົ້ນໄມ້ກິນ ໝາກທີ່ດົກໜາແຄມແມ່ນຳ້ ໄຊງ່ອນ. ນອກຈາກເຮັດໃຫ້ປະ ຊາຊົນມີລາຍຮັບ, ທີ່ນີ້ ຍັງເປັນບ່ອນທ່ອງທ່ຽວທຳມະຊາດທີ່ໜ້າຈັບໃຈສຳນັບນັກທັດສະນາຈອນທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມ ແລະ ຜັກຜ່ອນອີກດ້ວຍ.
ຄ້າຍຄື​ກັນກັບເຂດຊົນນະບົດຫຼາຍແຫ່ງຢູ່ພາກໃຕ້, ສວນປູກ ຕົ້ນໄມ້​ກິນໝາກລ​້າຍທ່ຽວໄດ້​ກຳ​ເນີດເກີດ​ຂຶ້ນມາ ຕາມບັນ​ພະ​ບລຸດ​ໄດ້​ສ້າງ​ຂຶ້ນມາ​ກ່ອນນີ້​ແລ້ວ. ສວນປູກຕົ້ນໄມ້ກິນໝາກ ​ລ້າຍທ່ຽວ ແມ່ນເກາະໜ່ວຍໜຶ່ງ​ທີ່​ຖືກສ້າງຂຶ້ນດ້ວຍແມນຳ້ ຊ ງ່ອນ ທີ່ໄຫຼມາຈາກນະຄອນ ໂຮ່ຈີມິນ ເຖິງຕາແສງ ຖ້ວນອານ ແລ້ວແຍກອອກເປັນສອງຄອນ.

ສວນປູກຕົ້ນໝາກໄມ້ ລ້າຍທ່ຽວ ຫຼາຍແຫ່ງ​ທີ່ມີອາຍຸແຕ່ 100-200 ປີ.

ສວນ​ຕົ້ນໝາກ​ກ້ຽງ​ໃຫຍ່ເຕັມ​ໄປດ້ວຍໝາກ​ທີ່​ດົກໝາກ ຢູ່ ລ້າຍທ່ຽວ.

ຄອບຄົວໜຶ່ງຢູ່ ລ້າຍທ່ຽວ ເກັບກ່ຽວໝາກມີ້ໃນສວນ ຂອງຕົນ. 

ເກັບກ່ຽວໝາກກ້ຽງ​ໃຫຍ່ໃນສວນທີ່ ລ້າຍທ່ຽວ.
ເດີນຕາມເສັ້ນທາງປູຢາງແຕ່ບ້ານ ລ້າຍທ່ຽວ ເຖິງເທດສະບານ ຖຸເຢົ່າໂມດ, ງ່າຍທີ່ຈະພົບເຫັນສວນປູກຕົ້ນໄມ້ ຫຼາຍແຫ່ງຍາວ ຢຽດຕັ້ງຫຼາຍສີບກິໂລແມັດຕິດຕໍ່ກັນ ຜ່ານບ້ານ ລາ້ຍທ່ຽວ, ອານແທກ, ຫວິງຝູ໋ ແລະ ບັນດາຕາແສງ ບິ່ງເຍີມ, ຮືງດິງ, ອານ ເຊີນ ທີ່ຂຶ້ນກັບເທດສະບານ ຖ້ວນອານ.
 
ຈຸດພິເສດຂອງສວນປູກຕົ້ນໄມ້ ລ້າຍທ່ຽວ ແມ່ນຊາວ ກະສິ ກອນຈະອາໄສຢູ່ໃນສວນທັງດຳລົງຊີວິດ ທັງເບິ່ງແຍງ ດູແລຕົ້ນ ໄມ້ຢ່າງສະດວກ. ໃນເວລາຫວ່າງງານ, ເຂົາເຈົ້າສາມາດໄປ ຊອກ​ຫາເຮັດວຽກ​ອື່ນເພີ່ມ. ອາດເວົ້າໄດ້ວ່າ ແຕ່ລະຄອບຄົວທີ່ ກຳລັງອາໄສໃນສວນປູກຕົ້ນໝາກໄມ້ ລ້າທ່ຽວ ມີສວນປູກ ນ້ອຍພຽງສອງ, ສາມແຫ່ງກໍ່ ສາມາດຮັບປະກັນໃ​ຫ້ຊີວິດການ ເປັນຢູ່ຂອງຕົນໝັ້ນທ່ຽງໄດ້ແລ້ວ.
 
ນອກຈາກມີຄຸນຄ່າ​ທາງດ້ານເສດຖະກິດ​ແລ້ວ, ສວນປູກຕົ້ນໄມ້ ລ້າທ່ຽວ ຍັງມີທ່າແຮງບົ່ມຊ້ອນໃນດ້ານທ່ອງທ່ຽວທີ່ຍິງ​ໃຫ່​ຍ, ນຳແຫຼ່ງລາຍຮັບບໍ່ໜ້ອຍມາໃຫ້ແກ່ຊາວບ້ານ ແລະ ທ່ອງຖິ່ນ. ລະດູເກັບກ່ຽວໝາກໄມ້ ຊຶ່ງກໍ່ເປັນລະດູທີ່ຊາວທ້ອງຖິ່ນ ແລະ ນັກທັດສະນາຈອນ ພາກັນມາທີ່ນີ້. ນັກທ່ອງທ່ຽວມາທີ່ນີ້ສາ ມາດຍ່າງເລາະຫຼິ້ນຢູ່ໃຕ້ຮົ່ມເຢັນຂອງຕົ້ນໄມ້ທີ່ເຕັມ​ໄປດ້ວຍ ໝາກ​ໄມ້​ອັນ​ດົກ​ຫນາ, ພັກຜ່ອນນອນ​ໃນ​ອູ່ຮັບເອົາ​ອາກາດທີ່ ປອດໂປ່ງ ແລະ ກິນໝາກໄມ້ທີ່ຫອມຫວານຫຼາຍຊະນິດ. 

ໝາກສົ້ມ ( Baccaurea) ສຸກແດງໃນສວນຢູ່ ລ້າຍທ່ຽວ.

ໝາກມີ້ໂຕໜື, ​ເປັນໝາກໄມ້ພິເສດຂອງ ລ້າທ່ຽວ, ໜ່ວຍນ້ອຍ ແຕ່ມີກິ່ນຫອມ, ແຊບ

ຕົ້ນໝາກສົ້ມທີ່ດົກໝາກ.

ໝາກຖົ່ວລຽນ ລ​້າຍທ່ຽວ ມີກິ່ນຫອມ, ແຊບ ແລະ ຫວານ ເປັນພິເສດ.

ໝາກມັງຄຸດ, ໝາກໄມ້ທີ່ມີຊື່ສຽງໃນສວນຂອງ ລ​້າຍທ່ຽວ.

ໝາກໄມ້ໄດ້ວາງຂາຍທົ່ວທຸກແຫ່ງຢູ່ ລ້າຍທ່ຽວ.

ໝາກມັງຄຸດ ລ້າຍທ່ຽວໄດ້ຖືກ​ຮັບຮອງເປັນໝາກໄມ້ຊະນະ​ເລີດໜຶ່ງ
ໃນຈຳນວນ 50 ຊະນິດໝາກໄມ້ພິເສດຂອງ ຫວຽດ ນາມ.
ຫຼາຍປີຜ່ານມາ, ແຂວງ ບິ່ງເຢືອງ ໄດ້ອະນຸມັດຜ່ານຫຼາຍແຜນງານ, ຈັດຕັ້ງການຄົ້ນຄວ້າ, ສຳມະນາ, ສົນທະນາ ເພື່ອຊອກ ຫາວິທີການຟື້ນຟູຄືນເຄື່ອງໝາຍການຄ້າໝາກໄມ້ລ້າຍທ່ຽວ. ຈັດຕັ້ງ​ປະ​ຕິ​ບັດວຽກ​ງານຕົວຈິງ, ເປັນ​ຕົ້ນ​ແມ່ນ​ການຈັດ ຕັ້ງ ງານບຸນ “ລ້າຍທ່ຽວໃນລະດູໝາກໄມ້ສຸກ” ປີ 2013, ພ້ອມ ກັບການຊ່ວຍເຫຼືອຕ່າງໆ ໃຫ້ແກ່ ເຈົ້າຂອງສວນປະກອບສ່ວນ ໃນການຟື້ນຟູ ຊື່​ສຽງຂອງໝາກໄມ້ ລ້າຍທ່ຽວ. ຄຽງຄູ່ກັນນັ້ນ, ເຈົ້າຂອງສວນຫຼາຍຄົນ​ກໍ່ໄດ້ມີການລົງທຶນ, ສ້ອມແປງເສັ້ນທາງ​ເດີນ, ຊ້ອມ​ແປງເໝືອງ, ສວນຂອງຕົນໃຫ້ງາມຕາ ເພື່ອພັດທະນາ ການທ່ອງທ່ຽວໄປຕາມທິດຍືນ​ໂຍງ, ຍຶດຖື​ຊື່​ສຽງອິດທິພົນ ແລະ ຄຸນນະພາບເປັນສິ່ງສຳຄັນ.
 
ຕາມທ່ານ ຮວິ່ງທິແທງເຟືອງ, ຮອງປະທານຄະນະກຳມະການປະຊາຊົນເທດສະບານຖ້ວນອານແລ້ວ, ຍ້ອນເງື່ອນໄຂ ທຳມະ ຊາດ, ຜະລິດຕະພັນທ່ອງທ່ຽວຂອງ ຖ້ວນອານ ນັ້ນຄືສວນໝາກໄມ້ ລ້າຍທ່ຽວ ບໍ່ສາມາດແຍກຈາກການພັດທະນາການທ່ອງທ່ຽວເຂດຕາເວັນອອກສຽງໃຕ້​ໄດ້. ເພາະສະນັ້ນ, ການຮ່ວມມືພັດທະນາລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາແຂວງໃກ້ຄຽງໃນຂົງເຂດແມ່ນຍຸດທະສາດສຳຄັນ. ສິ່ງດັ່ງກ່າວ ຈະກໍ່ສ້າງກົນໄກຮ່ວມມືພັດທະນາການ ທ່ອງທ່ຽວ, ໃຫ້ເໝາະສົມກັບຊັບພະຍາກອນທ່ອງທ່ຽວທຳມະຊາດ, ປະ ຫວັດສາດ-ວັດທະນະທຳຂອງທ້ອງຖິ່ນ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ

bichlien

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top