• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ປູກພືດຫຼາຍຊະນິດໃນດິນສົ້ມຕອນດຽວກັນ

ໃນຊຸມປີມໍ່ໆມານີ້, ວຽກງານຫັນປ່ຽນໂຄງປະກອບການປູກຝັງ ແລະ ປະຕິບັດການປູກພືດຫຼາຍປະເພດ ຫຼື ປູກພືດຫຼາຍຊະນິດແນວພັນ ໃໝ່ຫລາຍຢ່າງສັບປົນກັນເຊັ່ນ: ມັນອ້ອນ(Dioscorea alata) , ໝາກນັດ, ໝາກໂມ, ໝາກນາວ, ໝາກສີດາ… ໄປພ້ອມໆກັບ ການປູກເຂົ້າໃນດິນຕອນດຽວກັນທີ່ມີທາດສົ້ມໜັກ ຢູ່ເມືອງ ແຖ້ງຮ້ວາ, ແຂວງລອງອານ ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນ ບັນລຸ ຜົນສຳເລັດໄດ້ດີພໍສົມຄວນ. 
ເມືອງແຖ້ງຮ້ວາເປັນພື້ນທີ່ມີເນື້ອທີ່ດິນຖືກຕິດທາດສົ້ມ ແລະ ທາດ ເຄັມຢ່າງໜັກໜ່ວງທີສຸດໃນເຂດທົ່ງພຽງດົ່ງທາບເມື່ອຍ, ເພາະສະ ນັ້ນ ພື້ນຖານເສດຖະກິດກະສິກຳຢູ່ທ້ອງຖິ່ນນີ້ ໃນຊຸມປີຜ່ານມາ ບັນລຸປະສິດທິຜົນຕ່ຳ. ປັດຈຸບັນນີ້, ນອກຈາກການປູກເຂົ້າທີ່ຍັງ ຖືບົດບາດເປັນປະເພດພືດຫຼັກແລ້ວ, ມີຫຼາຍຄອບຄົວຊາວກະ ສິກອນຢູ່ເມືອງແຖ້ງຮ້ວາ ໄດ້ກ້າຕັດສິນໃຈນຳເອົາບັນດາແນວພັນ ຕົ້ນໄມ້ທີ່ເໝາະສົມອື່ນໆມາປູກເພື່ອເພີ່ມປະສິດທິຜົນຂອງການ ປູກຝັງ.

ພວກຂ້າພະເຈົ້າໄປຢ້ຽມຢາມຄອບຄົວທ່ານ ຫງວຽນແທ່ງຕ່າຍ, ອາຍຸ 38 ປີ ຢູ່ບ້ານ 5, ຕາແສງ ເຕີນໄຕ ໃນຂະນະທີ່ໄຮ່ໝາກນັດ ຂອງ ຄອບຄົວລາວຫາກໍປູກຄືນໃໝ່ໃນລະດູການ. ຕະຫລອດໄລຍະ 10 ກວ່າປີປູກໝາກນັດເທິງດິນສົ້ມ, ທ່ານຕ່າຍໄດ້ແບ່ງປັນວ່າ: “ຕົ້ນ ໝາກນັດແທດເໝາະທີສຸດກັບດິນສົ້ມ ດັ່ງນັ້ນນັບແຕ່ເມື່ອ ຕົ້ນໝາກ ນັດໄດ້ຮັບການປູກຝັງຢູ່ທີ່ນີ້, ພໍ່ແມ່ພີ່ນ້ອງຊາວກະສິກອນໄດ້ມີ ຄຳເວົ້າວ່າ: “ດິນຍິ່ງສົ້ມ-ໝາກນັດຍິ່ງຫວານ”. ສອງສາມປີມານີ້ ໝາກນັດຂາຍໄດ້ລາຄາດີ, ເຮັດໃຫ້ລາຍຮັບມີຄວາມໝັ້ນທ່ຽງ, ພໍ່ແມ່ປະຊາຊົນມີຄວາມດີອົກດີໃຈຫຼາຍ”. ໄປຄຽງຄູ່ກັບສວນໝາກ ນັດຍັງມີສວນຕົ້ນໝາກສີດາກວ້າງປະມານ 2 ເຮັກຕາ ຂອງທ່ານ ຕ່າຍກຳລັງຢູ່ໃນໄລຍະດັດປັບໃຫ້ອອກຫມາກກົງກັນຂ້າມກັບ ລະດູການ.

ບໍ່ພຽງແຕ່ມີຕົ້ນໝາກນັດເທົ່ານັ້ນ, ຫາກຍັງມີທັງແນວພັນ ຕົ້ນໄມ້ ອື່ນເຊັ່ນ: ມັນອ້ອນ (Dioscorea alata), ຕົ້ນປ່ານ, ໝາກໂມ, ໝາກນາວ, ໝາກສີດາ… ກໍ “ທົນທານ” ມີຊີວິດຢູ່ເທິງດິນສົ້ມໄດ້. ປັດຈຸບັນ, ຄິດໄລ່ສະເພາະແຕ່ຢູ່ຕາແສງຖຸຍອານໄດ້ມີເນື້ອທີ່ດິນປະມານ 3.000 ກວ່າເຮັກຕາແມ່ນປູກມັນອ້ອນ ຍັງບໍ່ທັນຄິດໄລ່ບັນດາ ເຂດພື້ນທີ່ໃກ້ຄຽງ. 

ໜານໝາກນັດທີ່ຂຽວງາມເໝາະກັບດິນສົ້ມຢູ່ເມືອງແຖ້ງຮ້ວາ, ແຂວງລອງອານ. ພາບ: ທົງຫາຍ/VNP


ການເກັບກ່ຽວໝາກນັດຈະຖືກທ້ອນໂຮມກັນກ່ອນນຳໄປ ຈຳໜ່າຍ. ພາບ: ທົງຫາຍ/VNP


ຊາວກະສິກອນຕາແສງເຕີນໄຕສືບຕໍ່ປູກມັນອ້ອນ ເທິງເຂດດິນສົ້ມ ແລະ ເຄັມ. ພາບ: ທົງຫາຍ/VNP 


ຊາວກະສິກອນເລີ່ມເຂົ້າລະດູການເກັບກ່ຽວປ່ານ. ພາບ: ເອກະສານ


ຕົ້ນປ່ານໄດ້ຕາກໃຫ້ແຫ້ງກ່ອນຈະນຳໄປປຸງແຕ່ງຂັ້ນຕົ້ນ ແລະ ຜະລິດ ຜະລິດຕະພັນຫັດຖະກຳ. ພາບ: ເອກະສານ


ເກັບກ່ຽວປ່ານຈາກທົ່ງນາ ແລະ ນຳສົ່ງໄປຈຳໜ່າຍດ້ວຍການຂົນ ທາງນ້ຳ. ພາບ: ເອກະສານ


ທ່ານເລວັນຮຸ່ງ (ເບື້ອງຂວາ) ກຳລັງແລກປ່ຽນບົດຮຽນປູກ ຕົ້ນໝາກນາວບໍ່ມີແກ່ນກັບເພື່ອນບ້ານ . ພາບ: ທົງຫາຍ/VNP 


ຫົວມັນອ້ອນໃຫຍ່ໆໄດ້ຖືກວາງຂາຍຢູ່ຕະຫຼາດຜະລິດຕະພັນ ກະສິກຳຂອງທ້ອງຖິ່ນ. ພາບ: ເລມິນ/VNP


ສິນຄ້າກະສິກຳທີ່ເປັນຜະລິດຕະພັນພິເສດຈຳນວນໜຶ່ງຢູ່ແຖ້ງຮ້ວາ. ພາບ: ທົງຫາຍ/VNP


ຊຸມຊົນເຂດນຳຖ້ວມໄດ້ຮັບການກໍ່ສ້າງຢ່າງກວ້າງຂວາງງາມຕາ, ແໜ້ນໜາ ຂອງພີ່ນ້ອງຊາວກະສິກອນຕາແສງເຕີນໄຕ,
ເມືອງ ແຖ້ງຮ້ວາ, ແຂວງລອງອານ. ພາບ: ເລມິນ. 

ປີ 1993, ທ່ານເລວັນຮຸ່ງ, ອາຍຸ 58 ປີ (ຢູ່ບ້ານ 6, ຕາແສງເຕີນໄຕ ) ຈາກເມືອງກໍ່ກົງໄດ້ຍົກຍ້າຍມາແຖ້ງຮ້ວາບຸກເບີກ ແລະ ສ້າງອາຊີບ. ເບື້ອງຕົ້ນ, ທ່ານຮຸ່ງກໍເຮັດການປູກເຂົ້າ ແລະ ປູກຕົ້ນວິກຢູ່ເທິງດິນ ສົ້ມແຕ່ປະສິດທິຜົນບໍ່ສູງ. ໃນຊຸມປີມໍ່ໆນີ້, ສັງເກດເຫັນວ່າຕົ້ນໝາກ ນາວບໍ່ມີແກ່ນມີຈຸດດີຢູ່ບ່ອນວ່າ: ໜ່ວຍໃຫຍ່, ເປືອກບາງ, ມີນ້ຳ ຫຼາຍ, ມີປະສິດທິຜົນສູງ, ຂາອອກຂອງຜະລິດຕະພັນມີຄວາມໝັ້ນ ທ່ຽງ ແລະ ເໝາະສົມກັບການປູກຢູ່ເທິງດິນສົ້ມທີ່ສຸດ, ດັ່ງນັ້ນແຕ່ປີ 2012, ທ່ານຮຸ່ງໄດ້ຕັດສິນໃຈຫັນຈາກການປູກເຂົ້າປະມານ 2 ເຮັກ ຕາມາປູກຕົ້ນໝາກນາວບໍ່ມີແກ່ນແທນ.

ທ່ານຮຸ່ງໃຫ້ຮູ້ວ່າ, ຫຼັງຈາກປູກໄດ້ 18 ເດືອນ ໝາກນາວໄດ້ໃຫ້ ການເກັບກ່ຽວ. ຍ້ອນຮູ້ຈັກວິທີດັດປັບໃຫ້ໝາກນາວອອກຫມາກກົງກັນຂ້າມກັບລະດູການ, ຈິ່ງຂາຍໄດ້ລາຄາສູງປະມານ 30.000 ດົ່ງ/ກິໂລ. ສິ່ງດັ່ງກ່າວໄດ້ເຮັດໃຫ້ເສດຖະກິດຄອບຄົວ ລາວນັບມື້ນັບ ໝັ້ນຄົງກວ່າໄລຍະຜ່ານມາ. ມາຮອດປັດຈຸບັນ, ໄດ້ມີພໍ່ແມ່ພີ່ນ້ອງ ຫຼາຍຄົນທີ່ປູກຕົ້ນໝາກນາວ ແລະ ປູກປະເພດ ຕົ້ນໄມ້ອື່ນໆ ໄດ້ເຂົ້າຮ່ວມສະຫະກອນ ຫຼື ເຕົ້າໂຮມກັນເປັນໜ່ວຍ, ເປັນຈຸ, ຮ່ວມສຳພັນກັນຜະລິດເພື່ອຫຼຸດຜ່ອນລາຍຈ່າຍລົງທຶນແລະ ເພີ່ມກຳໄລ.

ສູນຄົ້ນຄວ້າ ແລະ ພັດທະນາເສດຖະກິດກະສິກຳດົ່ງທາບເມື່ອຍ ໄດ້ມີການຄົ້ນຄວ້າຢ່າງຈິງຈັງກ່ຽວກັບລັກສະນະຂອງດິນ ແລະ ບັນດາແນວພັນທີ່ເໝາະສົມ, ເຕັກນິກບົວລະບັດ ແລະ ສ້າງເປັນຂັ້ນຕອນລະອຽດເພື່ອແນະນຳເຖິງແຕ່ລະຄອບຄົວຊາວກະສິກອນຢູ່ເມືອງແຖ້ງຮ໋ວາ. ດ້ວຍເຫດນັ້ນ, ຫຼາຍຄອບຄົວໄດ້ກ້າຕັດສິນ ໃຈໝູນໃຊ້ຕົວແບບການປູກພືດກະສິກຳສັບປົນກັນເຊັ່ນ: ປູກຕົ້ນ ປ່ານສັບກັບການປູກເຂົ້າໃນລະດູໜາວ-ລະດູບານໃໝ່, ປູກໝາກ ໂມສັບປົນກັບການປູກເຂົ້າໃນສອງລະດູຄື: ລະດູນາແຊງ ແລະ  ລະ ດູໜາວ ຫຼື ນຳໃຊ້ຮູບແບບປູກໝູນວຽນສອງລະດູການປູກໝາກນັດ ແລະ ມັນອ້ອນຢູ່ເທິງດິນສົ້ມແມ່ນມີຜົນຜະລິດໝັ້ນທ່ຽງ.

ຕາມທ່ານເລວັນຮວ່າງ, ຜູ້ອຳນວຍການພະແນກກະສິກກຳ ແລະ ພັດທະນາຊົນນະບົດແຂວງລອງອານແລ້ວ, ການຫັນປ່ຽນໂຄງປະ ກອບການປູກຝັງປັດຈຸບັນນີ້ແມ່ນແນໃສ່ເພີ່ມປະລິມານການຜະລິດ ແລະ ຫັນເປັນຫຼາກຫຼາຍການປູກປະເພດຕົ້ນໄມ້, ກ້າວໄປສູ່ການຜະ ລິດຕົ້ນໄມ້ຫລາກຫຼາຍປະເພດ ໃນດິນຕອນດຽວກັນເປັນທິດທາງທີ່ໝັ້ນທ່ຽງຂອງທົ່ງດົ່ງທາບເມື່ອຍ.



ໄລຍະປີ 2010-2015, ຍອດປະລິມານການຜະລິດສະບຽງອາຫານ ໃນແຕ່ລະປີ ຂອງທົ່ວເມືອງບັນລຸໄດ້ປະມານ 250.000 ໂຕນ, ເທົ່າກັບປະມານ 2.000 ຕື້ດົ່ງ, ສະເລັ່ຍຈັງຫວາະການຈະເລີນເຕີບໂຕ ທາງດ້ານກະສິກຳ ບັນລຸ 5,9% ຕໍ່ປີ. 
(ຄັດຈາກບົດລາຍງານໃນກອງປະຊຸມອົງຄະນະພັກເມືອງແຖ້ງ ຮ້ວາຄັ້ງທີ VI, ໄລຍະ 2015-2020)

ບົດ: ເຊີນເງ້ຍ - ພາບ: ເລມິນ, ທົງຫາຍ ແລະ ເອກະສານ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top