• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

AEC -ໂອກາດ ແລະ ສິ່ງທ້າທາຍຂອງ ຂະແໜງການທ່ອງທ່ຽວຫວຽດນາມ

ເມື່ອປະຊາຄົມເສດຖະກິດ ອາຊຽນ (AEC) ເລີ່ມການເຄື່ອນໄຫວຢ່າງເປັນທາງການ, ຫວຽດນາມ ຈະຕ້ອງເຂົ້າຮ່ວມໃນການປະຕິບັດຂໍ້ຕົກລົງກ່ຽວກັບອາຊີບທ່ອງທ່ຽວ ອາຊຽນ (MRA-TP). ການຜັນຂະຫຍາຍຂໍ້ຕົກລົງດັ່ງກ່າວ ໄດ້ຮັບການຕີລາຄາວ່າ ທັງເປັນໂອກາດ ທັງເປັນສິ່ງທ້າທາຍສຳລັບຂະແໜງການທ່ອງທ່ຽວ ຫວຽດນາມ.


ປີ 2014, ຂົງເຂດ ອາຊຽນ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 97,2 ລ້ານຖ້ຽວຄົນ, ເພີ່ມ 3% ທຽບກັບປີ 2013. ຄາດຄະເນ ວ່າ ຈຳນວນນັກທ່ອງທ່ຽວສາກົນທີ່ມາທ່ອງທ່ຽວຢູ່ ອາຊຽນ  ຈະສືບຕໍ່ເພີ່ມສູງຂຶ້ນ ໃນປີ 2015.
(ແຫຼ່ງຄັດຈາກ ກົມໃຫຍ່ທ່ອງທ່ຽວ
ຂໍ້ຕົກລົງກ່ຽວກັບອາຊີບທ່ອງທ່ຽວ ອາຊຽນ (MRA-TP) ໄດ້ຖືວ່າ ເປັນພື້ນຖານເພື່ອເພີ່ມທະວີການແລກປ່ຽນແຮງງານໃນຂະແໜງການທ່ອງທ່ຽວລະຫວ່າງບັນດາປະເທດ ອາຊຽນ. ໝາຍຄວາມວ່າ ແຮງງານ ຫວຽດນາມ ອາດສາມາດໄປເຮັດວຽກຢູ່ບັນດາປະເທດໃນກຸ່ມ ອາຊຽນ ແລະ ກົງກັນຂ້າມ, ແຮງງານຂອງບັນດາປະເທດ ຕ່າງໆ ໃນກຸ່ມ ອາຊຽນ ກໍ່ສາມາດມາເຮັດວຽກຢູ່ ຫວຽດນາມ.
 
ເພາະສະນັ້ນ, ແຮງງານຢູ່ພາຍໃນຖ້າບໍ່ຍົກສູງລະດັບຄວາມຮູ້ດ້ານ ວິຊາການ, ຫຼາຍຄົນຈະຖືກຫວ່າງງານ. ດ້ານອື່ນ, ບັນດາ ວິສາຫະກິດດ້ານການທ່ອງທ່ຽວ ອາຊຽນ ຈະມີໂອກາດດຶງດູດແຮງ ງານທີ່ມີລະດັບຄວາມຮູ້ດ້ານວິຊາການສູງຂອງ ຫວຽດນາມ. ໝາຍຄວາມວ່າ ວິສາຫະກິດດ້ານການທ່ອງທ່ຽວຢູ່ພາຍໃນ ຖ້າບໍ່ມີການປ່ຽນແປງໃໝ່, ບໍ່ມີການພັດທະນາເພື່ອຮັກສາແຮງງານທີ່ມີລະດັບຄວາມຮູ້ດ້ານວິຊາການສູງ, ສະພາບແຮງງານຢູ່ພາຍໃນຈະໄປເຮັດວຽກຢູ່ຕ່າງປະເທດອາດຈະເກີດຂຶ້ນ. 
 
ປະຈຸບັນ, ຂະແໜງການທ່ອງທ່ຽວ ອາຊຽນ ໄດ້ກໍ່ສ້າງປະມວນ ກົດລະບຽບ ອາຊີບລວມໃຫ້ແກ່ 6 ວິຊາຊີບຄື: ບໍລິການຮັບຕ້ອນ, ບໍລິການຫ້ອງນອນ, ບໍລິການເຮືອນຄົວ, ບໍລິການກິນດື່ມ, ຜູ້ຈຳໜ່າຍການທ່ອງທ່ຽວ ແລະ ຜູ້ບັນຊາການທ່ອງທ່ຽວ ດ້ວຍລວມທັງໝົດ 32 ນາມຕຳແໜ່ງ. ຕຳລາກໍ່ສ້າງອາຊີບລວມ ກໍ່ໄດ້ຮັບການກໍ່ສ້າງ. ປະເທດຈຳນວນໜຶ່ງຄື: ອິນໂດເນເຊຍ, ມາເລເຊຍ, ໄທ... ມີອົງການແຫ່ງລັດມອບໃບຢັ້ງຢືນອາຊີບການ ທ່ອງທ່ຽວໃຫ້ແກ່ຜູ້ອອກແຮງງານຢູ່ແລ້ວ. 

ນັກທ່ອງທ່ຽວຕ່າງປະເທດກຳລັງໄປຢ້ຽມຢາມ ວັດ Pothisomron ຢູ່ ເກີນເທີ. ພາບ: ມິງກວກ

ນະຄອນ ຝານຖຽດ, ແຂວງ ບິ່ງເຟືອກ ມີຊື່ສຽງຜ່ານຕົວແບບ
ທ່ອງທ່ຽວທະເລ ຍ້ອນມີຫາດທະເລ ແລະ ເຂດພັກຜ່ອນລະດັບສູງ. ພາບ: ມິງກວກ

ນັກທ່ອງທ່ຽວຕ່າງປະເທດກຳລັງຢ້ຽມຢາມເຂດຮ່ອງຮອຍ
ວັນມຽວ-ກວກຕືຢາມ ຢູ່ ຮ່າໂນ້ຍ. ພາບ: ເຈີ່ນແທງຢາງ

ນາງ ໂຕນນືທິຮ່າ ກຳລັງແນະນຳກັບນັກຂ່າວຂອງສະຖານີ ໂທລະພາບແຫ່ງຊາດ ໄທ ກ່ຽວກັບສິລະປະການກິນດື່ມ
ຂອງກຸງເກົ່າ ເຫວ້. ພາບ: ຈ້ອງຈິງ


ຊຸດຮຽນໜຶ່ງກ່ຽວກັບວິທີການກິນດື່ມຂອງກຸງເກົ່າ ເຫວ້ ສຳລັບໃຫ້
ແກ່ນັກທ່ອງທ່ຽວຕ່າງປະເທດ ທີ່ ຕິງຢາວຽນ ຂອງນາງ ໂຕນນືທິຮ່າ ຢູ່ນະຄອນ ເຫວ້. ພາບ: ຈ້ອງຈິງ

ທີ່ ຫວຽດນາມ, ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການແຫຼ່ງແຮງງານທີ່ມີຄຸນນະພາບສູງໃຫ້ແກ່ຂະແໜງການທ່ອງທ່ຽວ,ແຜນການພັດທະນາຄວາມສາມາດດ້ານການທ່ອງທ່ຽວມີຄວາມ
ຮັບຜິດຊອບກັບສິ່ງແວດລ້ອມ ແລະ ສັງຄົມ, ໂດຍສະຫະພາບ ເອີຣົບ ເປັນຜູ້ອຸປະຖຳ, ໄດ້ດັດແປງຄືນຊຸດມາດຕະຖານ ຄວາມສາມາດດ້ານການທ່ອງທ່ຽວ ຫວຽດນາມ (VTOS). ນອກຈາກການຮັກສາເໝືອນເດີມບັນດາເນື້ອໃນຂອງສະບັບເກົ່າ, ຊຸດມາດຕະຖານ VTOS ສະບັບໃໝ່ ຍັງໄດ້ສ້າງມາດຕະຖານ ໃຫ້ເໝາະສົມກັບບັນດາມາດຕະຖານອາຊີບສາກົນ ແລະ ມາດຕະຖານອາຊີບຂອງ ອາຊຽນ.
 
ບັນດາມາດຕະຖານດັ່ງກ່າວ ໄດ້ລົງໃນເວັບໄຊ http://vtos.esrt.vn/ ດ້ວຍພາສາ ຫວຽດນາມ ແລະ ພາສາ ອັງກິດອີກດ້ວຍ. ຊ່ວຍໃຫ້ຜູ້ອອກແຮງງານ, ຜູ້ນຳໃຊ້ແຮງງານ, ຄູສອນ ແລະ ນັກຮຽນບັນດາຫ້ອງຮຽນທ່ອງທ່ຽວໄດ້ສຳພັດ,ນຳໃຊ້ ແລະ ປະຕິບັດຕາມມາດຕະຖານ VTOS ເພື່ອຍົກສູງຄຸນນະພາບບໍລິການ ກໍ່ຄືຜົນການກໍ່ສ້າງອາຊີບທ່ອງທ່ຽວຕາມແບບລວມເປັນເອກະພາບ.
 
ຫວັງວ່າ ດ້ວຍມາດຕະຖານຊຸດໃໝ່ນີ້, ພ້ອມກັບຄວາມຂະຫຍັນ ຂັນແຂງໃນການປ່ຽນແປງໃໝ່, ຂະແໜງການທ່ອງທ່ຽວ ຫວຽດນາມ ຈະເຊື່ອມໂຍງເຂົ້າໃນປະຊາຄົມອາຊຽນ ແລະ ສາກົນດ້ວຍຄວາມໝັ້ນໃຈ.


ຕາມກົມໃຫຍ່ທ່ອງທ່ຽວ, ຈາກ 12.000 ແຮງງານໃນປີ 1990, ມາເຖິງປະຈຸບັນນີ້, ຂະແໜງການທ່ອງທ່ຽວ ຫວຽດນາມ ມີແຮງງານ 1,8 ລ້ານຄົນ, ໃນນັ້ນ ແຮງງານເຮັດວຽກໂດຍກົງ ແມ່ນ 570.000 ຄົນ. ແຕ່ລະປີຫວຽດນາມ ຕ້ອງການແຮງງານ
ອີກເກືອບ 40.000 ຄົນ, ແຕ່ຈຳນວນນັກສຶກສາຮຽນຈົບມະຫາວິທະຍາໄລພຽງແຕ່ປະມານ 15.000 ຄົນຕໍ່ປີເທົ່ານັ້ນ.

 
ໂດຍ: VNA/VNP

bichlien

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top