• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ໝູ່ບ້ານເທິງໜ້ານຳ້ ເຕິນເລິບ

ຄ້າຍຄືເກາະໜ່ວຍໜຶ່ງ ອ້ອມຮອບໄປດ້ວຍປ່າສະນັດ ທ່ີຈົມນໍ້າ ແລະ ເຕັມໄປດ້ວຍຄອງນໍ້າຫຼາຍສາຍ ທີ່ຄຸ້ນເຄີຍ ຂອງ ພາກຕາ ເວັນຕົກ, ເຂດທ່ອງທ່ຽວທຳມະຊາດ ໝູ່ບ້ານເທິງໜ້ານໍ້າ ເຕິນເລິບ (ເມືອງ ໂມກຮວາ, ແຂວງ ລອງອານ) ເປັນຈຸດນັດພົບທີ່ໜ້າປະ ທັບໃຈ ສຳລັບນັກທ່ອງທ່ຽວ ທ່ີຈະໄດ້ສໍາຜັດ ກັບວິຖີຊີວິດ ເທິງ ໜ້ານໍ້າ ແລະ ທຳມະຊາດ ທ່ີສວຍງາມດັ່ງຝັນ. 
ພວກຂ້າພະເຈົ້າຕື່ນນອນຕອນເຊົ້າ ແລ້ວຂຶ້ນໄປຊັ້ນດາດຟ້າ ຂອງ ໂຮງແຮມ 8 ຊັ້ນ ໃນໝູ່ບ້ານເທິງໜ້ານໍ້າ ເຕິນເລິບ, ຫັນໜ້າ ເບິ່ງອອກ ໄປ 4 ທິດກໍ່ຈະເຫັນປ່າທຳມະຊາດ ແລະ ແມ່ນໍ້າລຳເຊ ຫຼາຍສາຍ. ໂຮງແຮມ ເປັນບ່ອນສະດວກສະບາຍເພື່ອໃຫ້ ນັກ ທ່ອງທ່ຽວ ສາມາດຊົມຝຸງນົກຍາງ ພາກັນຊອກຫາກິນຢູ່ເຂດ ປ່າ ສະນັດ.

ພວກຂ້າພະເຈົ້າໄດ້ນຳໃຊ້ຫຼາຍບໍລິການທ່ອງທ່ຽວຄື: ຍ່າງ ຜ່ານ ປ່າສະນັດ, ຂຶ້ນ ຫໍສັງເກດການ ເພື່ອຊົມນົກ ແລະ ທົ່ວທັງເຂດ ທ່ອງທ່ຽວ, ໄປຢ້ຽມຢາມ ເກາະລ້ຽງນົກ, ພາຍເຮືອໄປຢ້ຽມຢາມ ໝູ່ບ້ານ ເຕິນເລິບ, ເຂົ້າຮ່ວມບັນດາການຫຼິ້ນພື້ນເມືອງ, ສຳຜັດ ກັບເຮືອ ດຶງດ້ວຍສາຍກາບໃຕ້ນໍ້າ, ພາຍເຮືອ ດ້ວຍຕົນເອງ ໄປ ຢ້ຽມຢາມໜອງດອກບົວ ແລະ ອື່ນໆ.


ນັກທ່ອງທ່ຽວໄປຢ້ຽມຊົມທັດສະນີຍະພາບທີ່ສວຍງາມຂອງໝູ່ບ້ານເທິງນໍ້າເຕິນເລິບ. ພາບ: ຫງວຽນ ລວນ/VNP


ເສັ້ນທາງ ເບຕົງ ກວ້າງ 1 ແມັດ, ຍາວ 5 ກິໂລແມັດ ຫຼາຍສາຍ ພານັກທ່ອງທ່ຽວ ໄປຢ້ຽມຊົມທັດສະນີຍະພາບ ທີ່ ສວຍງາມ ຂອງ ເຂດ ປ່າສະນັດ ສີຂຽວ ທີ່ກວ້າງໃຫຍ່ ໄພສານ. ພາບ: VNA


ນັກທ່ອງທ່ຽວໄປຢ້ຽມຊົມທັດສະນີຍະພາບ ທີ່ສວຍງາມ ຂອງເຂດທ່ອງທ່ຽວທຳມະຊາດ ໝູ່ບ້ານເທິງນໍ້າ ເຕິນເລິບ ດ້ວຍທາງບົກ. ພາບ: ຫງວຽນລວນ/VNP


ບໍລິການທ່ອງທ່ຽວ ເຮືອພາຍ ໄປຢ້ຽມຊົມທັດສະນີ ຍະ ພາບ ທີ່ສວຍງາມ ຂອງ ບຶງດອກບົວ. ພາບ: ຫງວຽນ ລວນ/VNP






ມາຍັງໝູ່ບ້ານເທິງ ນໍ້າເຕິນເລິບ, ນັກທ່ອງທ່ຽວ ໄດ້ ມີໂອກາດ ໄດ້ຊົມຝຸງນົກ ຫຼາຍຊະນິດ ທີ່ມີຄ່າຫາຍາກ ພວມ ອາໄສຢູ່ທີ່ນີ້. ພາບ: ຫງວຽນລວນ/VNP

ໃນນັ້ນ, ເສັ້ນທາງຂ້າມຜ່ານປ່າສະນັດ ເປັນບໍລິການ ທ່ີນັກທ່ອງ ທ່ຽວທັງໃກ້ ແລະ ໄກ ນິຍົມໃຊ້ຫຼາຍ, ເປັນຈຸດພິເສດຂອງເຂດ ທ່ອງທ່ຽວແຫ່ງນີ້. ເສັ້ນທາງດັ່ງກ່າວ ປະກອບດ້ວຍເບຕົງ ຫຼາຍ ແຜ່ນ ທີ່ມີລວງກວ້າງ 1 ແມັດ, ແກ່ຍາວປະມານ 5 ກິໂລແມັດ ແລະ ໄດ້ແບ່ງ ເປັນຫຼາຍສາຍ ເລັດລອດໄປຕາມເຂດປ່າສະນັດ. ເສັ້ນທາງຈະພາ ນັກທ່ອງທ່ຽວໄປຢ້ຽມຊົມທັດສະນີຍະພາບ ທີ່ສວຍງາມຂອງເຂດປ່າສະນັດ ສີຂຽວ ທີ່ກວ້າງໃຫຍ່ໄພສານ, ທ່າມກາງສຽງນົກຮ້ອງຕາມກິ່ງໄມ້ ເຮັດໃຫ້ຮູ້ສຶກສະບາຍຢ່າງຍິ່ງ. 

ເຂດທ່ອງທ່ຽວທຳມະຊາດ ໝູ່ບ້ານເທິງໜ້ານໍ້າ ເຕິນເລິບ (ເມືອງ ໂມກຮວາ, ແຂວງ ລອງອານ) ມີເນື້ອທີ່ 135 ເຮັກຕາ ແລະ ເຂດ ປ້ອງກັນ 500 ເຮັກຕາ ໄດ້ມີການວາງແຜນ ເພື່ອສຸມໃສ່ໃຫ້ແກ່ ການຂຸດຄົ້ນ, ພັດທະນາ ແລະ ສ້າງເປັນເຂດທ່ອງທ່ຽວທຳມະ ຊາດ ທີ່ໂດດເດັ່ນ ຂອງເຂດ ດົ່ງຖາບເມືອຍ ເວົ້າລວມ, ໂດຍສະ ເພາະແມ່ນ ແຂວງ ລອງອານ. 
ອີກຈຸດເດັ່ນໜຶ່ງ ຂອງ ໝູ່ບ້ານ ເທິງໜ້ານໍ້າ ເຕິນເລິບ ນັ້ນແມ່ນ ການສ້າງເກາະລ້ຽງນົກ ຈຳນວນຫຼາຍພັນໂຕ. ເກາະແຫ່ງນີ້ ເລິກ ເຂົ້າໄປໃນ ແລະ ແຍກອອກຢູ່ຕ່າງຫາກ, ສະນັ້ນ ນັກທ່ອງທ່ຽວ ຕ້ອງຂີ່ເຮືອຈັກ ຫຼື ພາຍເຮືອ ຜ່ານບັນດາຄອງນໍ້າ ຈຶ່ງໄປຮອດເຂດ ທ່ອງທ່ຽວດັ່ງກ່າວ. ໃນເກາະແຫ່ງນີ້, ນອກຈາກຈະມີນົກຫຼາຍຊະ ນິດ ທີ່ແປກປະຫຼາດ ແລະ ສວຍງາມ, ຍັງມີເຂົ້າຊະນິດໜຶ່ງສຸດທີ່ ຫາຍາກ ເຊິ່ງໄດ້ຮັບການອະນຸລັກຮັກສາຢູ່ທີ່ນີ້. 

ຮູບແບບການຊົມວີວ ທີ່ເປັນເອກະລັກ ສະເພາະ ທ່ີເຂດທ່ອງທ່ຽວ ຫາກໍ່ເປີດນຳໃຊ້ ແມ່ນຊອກຮູ້ໝູ່ບ້ານ ເທິງໜ້ານໍ້າດ້ວຍເຮືອ ທີ່ ດຶງ ດ້ວຍສາຍກາບຢູ່ໃຕ້ນໍ້າ. ນັກທ່ອງທ່ຽວຈະນັ່ງຢູ່ເທິງເຮືອ ໂດຍບໍ່ມີ ຜູ້ຂັບ, ເສັ້ນທາງນີ້ ຈະໄປຕາມແມ່ນໍ້າ ພາຍໃນເຂດທ່ອງທ່ຽວ, ໄປ ຜ່ານບັນດາທົ່ງປູກດອກ ລິນລີ້ ແລະ ບຶງ ດອກບົວ ທ່ີມີຄວາມ ຍາວເກືອບ 3 ກິໂລແມັດ. 

ໃນຍາມຄໍ່າຄືນ, ບັນດາບໍລິການທ່ອງທ່ຽວ ຈະຕັ້ງຄ້າຍຢູ່ທ່າມກາງເຂດປ່າສະນັດ ທ່ີກວ້າງໃຫຍ່ໄພສານ, ຮັບປະທານອາຫານຢູ່ກາງ ແຈ້ງ ກັບເຍື່ອງອາຫານແຊບ ແບບ ບຸບເຟ ຂອງ ພາກໃຕ້​ ຫຼື ໄປ ຕຶກປາຍາມຄໍ່າຄືນ ແມ່ນປະສົບການທ່ີໜ້າຈົດຈໍາ ຢູ່ໝູ່ບ້ານ ເທິງ ໜ້ານໍ້າ ເຕິນເລິບ. 
 
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top